ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງທີ່ປຶກສາທູດຝ່າຍທະຫານອາກາດໄທ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-10-05 15:48:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 661 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ພັນເອກ ຮຸ່ງໂຣດ ສຸຂຸມ ທີ່ປືກສາທູດຝ່າຍທະຫານອາກາດໄທ ເນື່ອງໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ ພ້ອມທັງສະເໜີ ທ່ານ ພັນເອກ ວິລະຊົນ ເພັດສີ ທີ່ປືກສາທູດຝ່າຍທະຫານອາກາດໄທ ປະຈຳ ສປປ ລາວ ຄົນໃໝ່.
ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານການທູດຝ່າຍທະຫານອາກາດ ຢູ່ ສປປ ລາວ ຕະຫຼອດໄລຍະ 3 ປີຜ່ານມາ ເຊິ່ງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືໃນຫຼາຍໆ ດ້ານຂອງສອງປະເທດ ກໍຄືສອງກອງທັບ ລາວ-ຣາຊະອານາຈັກໄທ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆ ຂຶ້ນ. ພ້ອມນີ້, ທ່ານ ພົນໂທ ສາຍໃຈ ກົມມະສິດ ຍັງໄດ້ສະແດງຄວາມຍິນດີຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທີ່ປຶກສາທູດຝ່າຍທະຫານອາກາດໄທ ປະຈຳ ສປປ ລາວ ຄົນໃໝ່ ເຊິ່ງເປັນໂອກາດອັນດີທີ່ທ່ານໄດ້ມາປະຕິບັດໜ້າທີ່ດັ່ງກ່າວ ພ້ອມທັງ, ຍົກໃຫ້ເຫັນສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ກໍຄືສອງກອງທັບ ລາວ-ຣາຊະອານາຈັກໄທ ໃນໄລຍະຜ່ານມາ.
ໂອກາດນີ້, ທ່ານ ພັນເອກ ວິລະຊົນ ເພັດສີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງຢືນຢັນວ່າ: ຈະຕັ້ງໜ້າສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງສອງປະເທດ, ສອງກອງທັບ ໂດຍສະເພາະວຽກງານພົວພັນຕ່າງປະເທດ ແລະ ວຽກງານດ້ານອື່ນໆ.
ຂ່າວຍັງໃຫ້ຮູ້ຕື່ມວ່າ: ກ່ອນໜ້ານັ້ນ, ທ່ານ ພັນເອກ ສອນເພັດ ພົມຫຼວງສີ ຮອງຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ການເຂົ້າຢ້ຽມຂໍ່ານັບ ທີ່ປືກສາທູດຝ່າຍທະຫານອາກາດໄທ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງ, ຕາງໜ້າປະດັບຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ທີ່ປືກສາທູດຝ່າຍທະຫານອາກາດໄທ ຄົນເກົ່າ ອີກດ້ວຍ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















