ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງບັນຊາການທະຫານຊາຍແດນ ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນຕຸລາ
ເວລາອອກຂ່າວ: 2026-10-06 09:10:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 478 | ຄວາມນິຍົມ:



ວັນທີ 5 ຕຸລາ 2026 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນຕຸລາ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ, ມີສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ຕະຫຼອດຮອດ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ອຸ່ນຄຳ ສີແຫວນວົງສັກ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ການນຳພາຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໃນ 1 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກອງບັນຊາການ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ເພື່ອປະຕິບັດຕາມລະບຽບການເຄົາລົບທຸງປະຈຳເດືອນທີ່ຂັ້ນເທິງ ໄດ້ກຳນົດໄວ້ ໃຫ້ມີຄວາມເຂັ້ມແຂງດ້ານລະບຽບວິໄນ, ການປະຕິບັດ 7 ລະບອບ 18 ວຽກ ໃນມື້ໜຶ່ງຂອງກອງທັບ, ພ້ອມທັງ ສືບຕໍ່ຊີ້ນຳບັນດາຫ້ອງຢູ່ສຳນັກງານ ກອງບັນຊາການ ແລະ ຫ້ອງທະຫານຊາຍແດນ ທົ່ວປະເທດ. ຍົກສູງຄວາມຮັບຜິດຊອບນຳພາ-ຊີ້ນໍາ ພະນັກງານ-ນັກຮົບ ປະຕິບັດໜ້າທີ່ ຢ່າງຕັ້ງໜ້າ, ຈັດຕັ້ງລະບົບປະຈຳການ, ຕິດຕາມກຳແໜ້ນການເຄື່ອນໄຫວຂອງສັດຕູ, ກຸ່ມຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນກັບສະພາບການ ແລະ ໃຫ້ສຳເລັດຕາມທິດຊີ້ນຳ ຂອງຂັ້ນເທິງ. ຈາກນັ້ນ, ໄດ້ຮັບຊົມການເດີນຂະບວນສວນສະໜາມ ຂອງບັນດາກ້ອນກຳລັງພະນັກງານ-ນັກຮົບ ຢ່າງເປັນຂະບວນການຟົດຟື້ນ. ໂດຍ: ນາງ ອານຸພອນ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ