ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າຫ້ອງການກຳມະບານກອງທັບ ລົງຊຸກຍູ້ວຽກງານກຳມະບານຢູ່ບໍລິສັດສະຕາໂທລະຄົມ
ເວລາອອກຂ່າວ: 2019-11-12 15:22:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:



ສະຫາຍ ພັນເອກ ບົວຄໍາ ຄູນມີສຸກ ຫົວໜ້າຫ້ອງການກຳມະບານກອງທັບ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ວຽກງານກໍາມະບານ ຢູ່ບໍລິສັດສະຕາໂທລະຄົມ, ໃນ ວັນທີ 8 ພະຈິກ ນີ້, ໂດຍມີ ສະຫາຍ ພັນເອກ ບີມົວ ໄຟດາເຢັຍຈາ ຮອງເລຂາຄະນະພັກ ຮອງຜູ້ອໍານວຍການໃຫຍ່ບໍລິສັດດັ່ງກ່າວ ພ້ອມດ້ວຍຄະນະ ແລະ ພະນັກງານ-ສະມາຊິກກໍາມະບານໃຫ້ການຕ້ອນຮັບ. ສະຫາຍ ຄຳສິງ ຈຸນລະມະນີ ປະທານສະຫະພັນກໍາມະບານ ບໍລິສັດສະຕາໂທລະຄົມໄດ້ໃຫ້ຮູ້ວ່າ: ຄະນະຮາກຖານກຳ ມະບານໄດ້ເປັນເຈົ້າການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ຖັນແຖວພະນັກງານ ສະມາຊິກກໍາມະບານ-ກໍາ ມະກອນມີຄວາມສະຫງົບ ອຸ່ນ ອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງ ກອງທັບກໍຄືຂອງກຳມະບານລາວວາງອອກຕິດພັນແໜ້ນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງຂັນ 5 ເປັນເຈົ້າທີ່ສູນກາງກຳມະບານລາວວາງອອກຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ບໍລິສັດສະຕາໂທລະຄົມ ມີສະມາຊິກກໍາມະບານທັງໝົດ 647 ຄົນ, ຍິງ 233 ຄົນ, ມີ 18 ໜ່ວຍກໍາມະບານຮາກຖານຂຶ້ນກັບສະຫະພັນກໍາມະບານຮາກຖານບໍລິສັດສະຕາໂທລະຄົມຢູ່ພາຍໃຕ້ການຊີ້ນໍານໍາພາຂອງຄະ ນະພັກ-ຄະນະອໍານວຍການບໍລິ ສັດສະຕາໂທລະຄົມ ແລະ ຫ້ອງ ການກໍາມະບານກອງທັບ. ໃນໄລຍະຜ່ານມາຮາກຖານກຳມະບານ ບໍລິສັດໄດ້ຮັບໃບຢັ້ງຢືນ 5 ເປັນ ເຈົ້າ ມີ 15 ໜ່ວຍກໍາມະບານຮາກ ຖານ, ຫຼຽນກາກໍາມະບານ 34 ສະຫາຍ, ໃບຍ້ອງຍໍ 353 ສະ ຫາຍ, ໃບຊົມເຊີຍ 260 ສະຫາຍ. ນອກຈາກນີ້ຍັງໄດ້ຮັບຫຼຽນໄຊ ພິລາດອາດຫານຊັ້ນ II ມີ 7 ສະ ຫາຍ, ຫຼຽນໄຊພິລາດອາດຫານ ຊັ້ນ III ມີ 17 ສະຫາຍ, ຫຼຽນກາ ແຮງງານ ມີ 5 ສະຫາຍ, ໃບຍ້ອງຍໍລັດຖະບານ 11 ສະຫາຍ, ໃບ ຍ້ອງຍໍກະຊວງປ້ອງກັນປະເທດ 89 ສະຫາຍ, ໃບຍ້ອງຍໍກົມໃຫຍ່ ການເມືອງກອງທັບ 48 ສະຫາຍ, ໃບຍ້ອງຍໍປະທານສະພາບໍລິຫານ 33 ສະຫາຍ, ໃບຊົມເຊີຍ 11 ສະ ຫາຍ, ໃບຢັ້ງຢືນ 3 ສະຫາຍ. ໂອກາດນີ້ ສະຫາຍ ຫົວໜ້າ ຫ້ອງການກຳມະບານກອງທັບ ກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະອໍາ ນວຍການບໍລິສັດໂທລະຄົມກໍຄື ຄະນະກໍາມະບານແຕ່ລະຂັ້ນຈົ່ງ ຖືເປັນສຳຄັນຕໍ່ວຽກງານສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ສະມາຊິກກໍາມະບານໃຫ້ມີເນື້ອໃນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ ການເມືອງໄລຍະໃໝ່ ເພື່ອຍົກ ສູງບົດບາດ ແລະ ໜ້າທີ່ຂອງກໍາ ມະບານຮາກຖານແຕ່ລະຂັ້ນທັງ ຮັບປະກັນການນໍາພາ ແລະ ການ ເຄື່ອນໄຫວວຽກງານກໍາມະບານ ຕາມຫຼັກການລວມສູນປະຊາທິ ປະໄຕ, ເອົາໃຈໃສ່ຂະຫຍາຍການ ຈັດຕັ້ງສະມາຊິກກໍາມະບານຢູ່ ໃນບໍລິສັດໃຫ້ກວ້າງຂວາງ, ເອົາ ໃຈໃສ່ກໍ່ສ້າງ ແລະ ພັດທະນາສີມື ແຮງງານໃຫ້ມີລະດັບ ແລະ ທັດ ສະນະໃນການອອກແຮງງານ ໃຫ້ແກ່ຖັນແຖວສະມາຊິກກໍາ ມະບານ, ກໍາມະກອນ, ນໍາໃຊ້ເຕັກນິກວິທະຍາສາດທີ່ທັນສະໄໝ ເພື່ອເປັນກໍາລັງແຮງງານການຜະລິດແນໃສ່ຮັບປະກັນໃຫ້ ແກ່ການຫັນເປັນອຸດສາຫະກໍາທັນສະໄໝເທື່ອລະກ້າວ, ຍູ້ແຮງ ຂະບວນການແຂ່ງຂັນ 5 ເປັນເຈົ້າຂອງອົງການກໍາມະບານຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ຂະ ບວນການສ້າງໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ເປັນ ຂະບວນຟົດຟື້ນ. ໃນວັນດຽວກັນນີ້, ສະຫາຍ ພັນໂທ ບຸນຄ່ອງ ອຸດທະຈັນດີ ຮອງ ຫົວໜ້າຫ້ອງການກຳມະບານກອງທັບພ້ອມດ້ວຍຄະນະກໍໄດ້ລົງຊຸກຍູ້ວຽກງານກຳມະບານຢູ່ ລັດວິສາຫະກິດລາວເດີນອາກາດ ເຊັ່ນດຽວກັນ. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ