ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ວປກ ຈັດຕັ້ງພິທີເຄົາລົບທຸງຊາດ ປະຈຳເດືອນຕຸລາ
ເວລາອອກຂ່າວ: 2026-10-06 09:16:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 618 | ຄວາມນິຍົມ:



ວັນທີ 5 ຕຸລາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີເຄົາລົບທຸງຊາດ ປະຈໍາເດືອນຕຸລາ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະບັນຊາ ບັນດາກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ພະນັກງານ-ນັກຮົບ ແລະ ນັກສຶກສາ ເຂົ້າຮ່ວມ. ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຜ່ານບົດລາຍງານໂດຍຫຍໍ້ ໃນການຈັດຕັ້ງປະຕິບັດວຽກງານພາຍໃນ 1 ເດືອນຜ່ານມາ ແລະ ວາງທິດທາງແຜນການໃນເດືອນຕໍ່ໜ້າ ຍົກໃຫ້ເຫັນດ້ານດີ ແລະ ດ້ານຄົງຄ້າງ ໃນການປະຕິບັດໜ້າທີ່ວຽກງານຕ່າງໆ ຂອງກົມກອງໃນໄລຍະຜ່ານມາ ພ້ອມທັງ, ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ຂໍ້ກໍານົດ, ກົດລະບຽບ ຂອງກອງທັບວາງອອກຢ່າງເຂັ້ມງວດ, ສືບຕໍ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກ ມີແນວຄິດການເມືອງໜັກແໜ້ນ, ຍົກສູງໜ້າທີ່ການເມືອງຂອງແຕ່ລະພາກສ່ວນ, ສຸມໃສ່ໃນການສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງ ວປກ ຄົບຮອບ 30 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ, ສືບຕໍ່ໃນການຄຸ້ມຄອງທັບ-ລ້ຽງດູທັບ, ຊີ້ນຳວຽກງານແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ, ນັກສຶກສາ ແລະ ວຽກງານພົວພັນກັບອໍານາດການປົກຄອງທ້ອງຖິ່ນ ເພື່ອພ້ອມພາກັນເຮັດສໍາເລັດໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍໃຫ້. ທັ້ງນີ້, ເພື່ອປະຕິບັດຕາມລະບຽບການເຄົາລົບທຸງປະຈໍາເດືອນຕາມແຜນການ. ຈາກນັ້ນ, ໄດ້ຮັບຊົມ ການເດີນສວນສະໜາມກ້ອນກໍາລັງ ຂອງພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ກ້ອນສະຫະພັນແມ່ຍິງ ຕື່ມອີກ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ