ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ສະຫຼຸບການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-11-12 15:26:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 59 | ຄວາມນິຍົມ:



ວັນທີ 7 ພະຈິກ ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບໄດ້ຈັດຕັ້ງພິທີສະຫຼຸບ-ຖອດຖອນບົດ ຮຽນວຽກງານການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ປີ 2017-2018 ແລະ ວາງທິດທາງວຽກງານປະຈຳປີ 2019, ໂດຍການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ດຣ ບົວສິງ ອິນທະວົງ ກຳມະການຄະນະພັກອົງການກົມໃຫຍ່, ຫົວໜ້າກົມເສນາຮັກກົມ ໃຫຍ່ພະລາທິການກອງທັບ, ມີບັນດາສະຫາຍໃນຄະນະພັກ-ຄະ ນະບັນຊາ, ພະນັກງານ-ສະມາ ຊິກພັກສົມບູນ-ສຳຮອງເຂົ້າ ຮ່ວມ. ສະຫາຍ ພັນໂທ ນາງ ຄຳປຸ່ງ ໄຊທະລາສີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າການ ເມືອງສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບກອງ ທັບ ສະຫຼຸບຕີລາຄາຄືນເຖິງໝາກ ຜົນຂອງການກໍ່ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ ນຳພາຮອບດ້ານ ໃນໄລຍະ 1 ປີ ຜ່ານມາ ( 2017-2018) ເຊິ່ງ ມີທັງດ້ານດີ-ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້, ຜ່ານມາບັນດາຄະນະພັກຮາກ ຖານ, ຄະນະໜ່ວຍພັກໄດ້ຍົກສູງ ສະຕິຄວາມເປັນເຈົ້າການເພີ່ມທະ ວີບົດບາດຄວາມຮັບຜິດຊອບຊີ້ ນຳ-ນຳພາບັນດາສະມາຊິກພັກ ເຮັດສຳເລັດໜ້າທີ່ການເມືອງ ຂອງຕົນຕາມການມອບໝາຍຕະ ຫຼອດມາ, ເຊິ່ງສາມາດຢັ້ງຢືນໄດ້ ຄື: ຄະນະພັກຮາກຖານໄດ້ຮັບ ການຢັ້ງຢືນຮັບຮອງເປັນໜ່ວຍ ພັກແຂງ-ຮູ້ນຳພາຮອບດ້ານ ສະ ໄໝທີ 7 ຕິດຕໍ່ກັນ, ໜ່ວຍພັກທີ I ເປັນສະໄໝທີ 8, ໜ່ວຍພັກທີ II ເປັນສະໄໝທີ 11, ໜ່ວຍພັກທີ III ເປັນສະໄໝທີ 9, ໜ່ວຍພັກທີ IV ເປັນສະໄໝ ທີ 7 ແລະ ໜ່ວຍພັກທີ V ໄດ້ຮັບການຢັ້ງຢືນຮັບຮອງເປັນ ສະໄໝທີ 1 ( ໜ່ວຍພັກບົ່ງຕົວ ແຕ່ງຕັ້ງໃໝ່). ໃນກອງປະຊຸມຍັງ ໄດ້ຜ່ານບັນດາເນື້ອໃນຂໍ້ແຂ່ງຂັນ ໃນການກໍ່ສ້າງກອງ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2019 ແລະ ເພື່ອສືບຕໍ່ເຮັດສຳເລັດ ໜ້າທີ່ການເມືອງຂອງກົມກອງ ໃນສົກປີຕໍ່ໜ້າໃຫ້ດີກວ່າເກົ່າ. ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ໄດ້ໃຫ້ຄຳ ເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນເຊິ່ງສະຫາຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍບັນດາຜົນງານ ດ້ານຕ່າງໆທີ່ບັນດາຄະນະພັກຮາກຖານ, ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ, ເນັ້ນໜັກພ້ອມ ທັງໄດ້ເອົາໃຈໃສ່ຍົກສູງທາງ ດ້ານການເມືອງ-ແນວຄິດ, ມີ ຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ການປັບປຸງກໍ່ສ້າງພັກ, ກໍ່ ສ້າງກົມກອງທາງດ້ານວິຊາສະເພາະ-ວິຊາການໃຫ້ມີຄວາມ ພ້ອມ, ສາມາດຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ດ້ານແບບແຜນວິທີ ເຮັດວຽກປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດ ວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີຄວາມ ເປັນເອກະພາບພາຍໃນພັກ, ຟັງສຽງຂອງມະຫາຊົນ, ຫຼີກເວັ້ນ ແນວຄິດອະຄະຕິ, ມີວິໄສທັດກວ້າງໄກ, ມີຈັນຍາບັນ-ຈັນຍາ ທຳ, ມີວິທະຍາສາດ, ຖືເອົາການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກເປັນ ບ່ອນອີງ, ສົ່ງເສີມການກໍ່ສ້າງພະ ນັກງານຮຸ່ນໜຸ່ມທີ່ມີຄວາມຮູ້ ຄວາມສາມາດໃນການກໍ່ສ້າງ ພັກ-ພະນັກງານ, ເອົາໃຈໃສ່ສ້າງ ພະນັກງານວິຊາສະເພາະເປັນໃຈ ກາງໂດຍການປັບປຸງ ແລະ ປະ ກອບພະນັກງານວິຊາການໃຫ້ ແທດເໝາະສ້າງນັກວິທະຍສາດ ໃຫ້ແນ່ນອນ. ຮັບປະກັນທາງ ດ້ານວຽກງານພະລາທິການໃຫ້ມີຄວາມຮັບປະກັນ-ຮັດກຸມ ແລະ ເອົາໃຈໃສ່ທາງດ້ານວຽກງານພົວພັນຕ່າງປະເທດ, ມີ ຄວາມເປັນເອກະພາບພາຍໃນພັກເພື່ອພ້ອມກັນນຳພາກົມກອງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ອ້ອຍພັນ ແພງບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ