ໂຮງຮຽນຕີພິເສດ 303 ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-06 11:21:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 686 | ຄວາມນິຍົມ: ![]()
ວັນທີ 6 ຕຸລາ 2026 ນີ້, ໂຮງຮຽນຕີພິເສດ 303 ໄດ້ຈັດພິທີ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026) ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຄຳແສງ ແກ້ວດວງດີ ຮອງຫົວໜ້າກົມ 49, ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອຳນວຍການ, ພະແນກການ, ກອງພັນ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳແສງ ແກ້ວດວງດີ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນ ຂອງວັນຄູແຫ່ງຊາດ ເພື່ອສະແດງຄວາມກະຕັນຍູ້, ຮູ້ບຸນຄຸນຕໍ່ຄູ-ອາຈານ, ເຊິ່ງວັນຄູແຫ່ງຊາດເປັນວັນໜຶ່ງ ທີ່ສໍາຄັນໃນປະຫວັດສາດຂອງຊາດ ເພາະວ່າ ຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການສິດສອນລູກຫຼານ, ນັກຮຽນ ໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດ, ເປັນຊັບພະຍາກອນທີ່ມີຄຸນນະພາບ, ເພື່ອສືບທອດພາລະກິດປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ ເພື່ອຄວາມເປັນເອກະພາບ ວັດທະນະຖາວອນຂອງຊາດ, ພ້ອມທັງເສີມຂະຫຍາຍມູນເຊື້ອ ຂອງນາຍຄູຄໍາ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ເຊິ່ງໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດ ເພື່ອເຮັດລ້ອນໜ້າທີ່ການເມືອງຂອງຕົນ. ພ້ອມທັງ, ຮຽກຮ້ອງໃຫ້ບັນດາຄູ-ອາຈານ ແລະ ນັກຮຽນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບເປັນເຈົ້າການ, ມີຄວາມເສຍສະຫຼະ, ມີຄວາມກະຕືລືລົ້ນໃນການຊອກຮູ້ຮໍ່າຮຽນ ຕາມ 5 ຫຼັກມູນການສຶກສາ, ມີຄວາມສາມັກຄີຢ່າງບໍ່ຢຸດຢັ້ງ ໃນການຄົ້ນຄວ້າຮໍ່າຮຽນ ເພື່ອພັດທະນາຕົນເອງ ໃຫ້ມີບົດຮຽນການສິດສອນແບບໃໝ່ ເຮັດໃຫ້ການຈັດຕັ້ງການຮຽນ-ການສອນໃນສົກປີຕໍ່ໜ້າ ໄດ້ຮັບໝາກຜົນສູງຂຶ້ນເລື້ອຍໆ.
ໃນພິທີ ຕາງໜ້ານັກຮຽນ ໄດ້ອ່ານສານອວຍພອນ ແລະ ມອບໃບຍ້ອງຍໍ, ກະຕ່າຂອງຂວັນ, ຊໍ່ດອກໄມ້ ໃຫ້ແກ່ຄະນະອຳນວຍການ, ຄູ-ອາຈານ ທີ່ມີຜົນງານສອນດີ, ສອນເກັ່ງ ໃນໄລຍະສົກຮຽນຜ່ານມາ ຕື່ມອີກ.
ໂດຍ: ແດງ ນັນທະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















