ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານ ສຸມໃສ່ພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍ
ເວລາອອກຂ່າວ: 2026-10-06 11:26:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 650 | ຄວາມນິຍົມ: ![]()
ເພື່ອເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ ລາວ ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະແຜນວຽກຈຸດສຸມ 3 ເດືອນທ້າຍປີ 2026, ຄະນະປະຈໍາສະພາແຫ່ງຊາດ ໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ສຸມໃສ່ພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍ ເພື່ອເຮັດໃຫ້ອັດຕາການເຕີບໂຕ ບັນລຸໄດ້ຕາມມະຕິສະພາແຫ່ງຊາດ ກຳນົດໄວ້ 5,5%.
ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານ ຂອງລັດຖະບານ ໃນກອງປະຊຸມສະໄໝສາມັນ ເທືຶ່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ໂດຍໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນ 3 ເດືອນທ້າຍປີນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍສະເພາະ ເອົາໃຈໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມຄາດໝາຍ ເຮັດໃຫ້ອັດຕາການເຕີບໂຕແຜນພັດທະນາເສດຖະກິດ-ສັງຄົມ ບັນລຸໄດ້ຕາມມະຕິສະພາແຫ່ງຊາດ ກຳນົດໄວ້ 5,5%; ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ-ປອດໄພ, ເອົາໃຈໃສ່ຄວາມເປັນລະບຽບຮຽບຮ້ອຍ, ເອົາໃຈໃສ່ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຢາເສບຕິດ ໃຫ້ເຂັ້ມງວດ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ; ສຸມໃສ່ການເກັບລາຍຮັບງົບປະມານ ຈາກຄ່າເຊົ່າ-ສຳປະທານທີ່ດິນ, ຄ່າຊັບພະຍາກອນແຮ່ທາດ, ພາສີ-ອາກອນແຮ່ທາດ ທີ່ເຫັນວ່າ ຍັງເກັບໄດ້ໜ້ອຍທຽບໃສ່ການອະນຸມັດໂຄງການຕ່າງໆ; ເອົາໃຈໃສ່ປະຕິບັດນະໂຍບາຍເງິນຕາ ເພື່ອຄຸ້ມຄອງເສດຖະກິດມະຫາພາກ, ຄວບຄຸມອັດຕາເງິນເຟີ້ ບໍ່ໃຫ້ເໜັງຕີງໃນລະດັບສູງ, ສົ່ງເສີມການນໍາໃຊ້ເງິນກີບ, ນໍາເຂົ້າເງິນຕາຈາກການສົ່ງອອກ ຜ່ານລະບົບທະນາຄານໃຫ້ເພີ່ມຂຶ້ນ, ຄຸ້ມຄອງລາຄາສິນຄ້າ, ລາຄານໍ້າມັນເຊື້ອໄຟ, ຄ່າຄອງຊີບທີ່ຍັງມີທ່າອ່ຽງສູງຂຶ້ນ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ; ລະດົມທຸກແຫຼ່ງທຶນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຄາດໝາຍ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ບັນລຸຕາມແຜນການ ເປັນຕົ້ນ ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ (ມະຕິສະພາ: 13.800 ຕື້ກີບ); ສືບຕໍ່ປະຕິບັດຄາດໝາຍ ຂອງບັນດາຂະແໜງເສດຖະກິດ ໃຫ້ບັນລຸຕາມແຜນການທົດແທນການຜະລິດເຂົ້າທີ່ບໍ່ໄດ້ຕາມມະຕິສະພາ ໂດຍການປູກພືດລົ້ມລຸກ; ເອົາໃຈໃສ່ຕິດຕາມກວດກາ ແລະ ປະເມີນຄືນບັນດາໂຄງການລົງທຶນຂອງລັດ, ສຸມໃສ່ການສ້ອມແປງ, ຟື້ນຟູໂຄງການສ້ອມແປງເສັ້ນທາງ, ຊົນລະປະທານ ແລະ ໂຄງລ່າງພື້ນຖານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ນໍາໃຊ້ໄດ້ເປັນປົກກະຕິ; ສືບຕໍ່ກວດກາ, ປະເມີນ ແລະ ຈັດຕັ້ງປະຕິບັດມາດຕະການ ຕໍ່ໂຄງການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ຜ່ານການປະເມີນ ແລະ ຈັດລະດັບໃນປະເພດ C ແລະ C+ ໃຫ້ສໍາເລັດ ຕາມມະຕິກອງປະຊຸມສະພາແຫ່ງຊາດ ທີ່ໄດ້ຮັບຮອງຜ່ານມາ ພ້ອມທັງ, ຄຸ້ມຄອງການຂຸດຄົ້ນບໍ່ແຮ່ຢ່າງເຂັ້ມງວດ, ບໍ່ໃຫ້ສ້າງຜົນເສຍຫາຍຕໍ່ຊຸມຊົມ ແລະ ສິ່ງແວດລ້ອມ, ບໍ່ຖິ້ມພາລະການຟື້ນຟູໃຫ້ລັດ ແລະ ຖືສໍາຄັນການປຸງແຕ່ງພາຍໃນ, ຫຼຸດຜ່ອນການສົ່ງອອກແຮ່ດິບ.
ພ້ອມນີ້, ສະພາແຫ່ງຊາດ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ, ຊຸກຍູ້ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ເຝິກອົບຮົມວິຊາຊີບ (ກສນ), ການເກີດລູກມີແພດຊ່ວຍ, ການຂາດສານອາຫານເດັກນ້ອຍລຸ່ມ 5 ປີ, ການປັບປຸງ ແລະ ສ້າງມາດຖານສີມືແຮງງານໃໝ່, ການເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີ່ທໍາການຜະລິດ ແລະ ໂຄງການຕ່າງໆ, ການປຸກລະດົມຮັບບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ, ຮີບຮ້ອນເບີກຈ່າຍງົບປະມານສຸກເສີນ ແລະ ຟື້ນຟູສຸກສາລາ, ໂຮງຮຽນ, ໂຄງລ່າງພື້ນຖານ, ເລັ່ງສະໜອງຢາປົວພະຍາດທີ່ຈຳເປັນໃຫ້ໂຮງໝໍ, ສຸກສາລາ, ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນເຂດທີ່ປະສົບໄພພິບັດ; ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈໍານວນ 9 ຕົວຊີ້ວັດ ທີ່ຍັງບໍ່ທັນບັນລຸຕາມຄາດໝາຍໃຫ້ສໍາເລັດ, ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ; ສືບຕໍ່ປະເມີນ ແລະ ປັບປຸງດຳລັດ ເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ສະພາບເງື່ອນໄຂຕົວຈິງ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິ ວ່າດ້ວຍບັນຊີຢາເສບຕິດ ທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ທີ່ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ໂດຍ: ແສງເດືອນ + ນາງ ເກດແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















