ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເຊັນສັນຍາຊື້ເຂົ້າລະຫວ່າງ ທະຫານແຂວງເຊກອງ ກັບ ບໍລິສັດເຊີນໄຊຂາເຂົ້າ-ຂາອອກ
ເວລາອອກຂ່າວ: 2019-11-12 15:29:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:



ພິທີເຊັນສັນຍາຊື້ຂາຍເຂົ້າປະຈໍາປີ 2020 ລະຫວ່າງກອງບັນ ຊາການທະຫານແຂວງເຊກອງ ກັບ ບໍລິສັດ ເຊີນໄຊຂາເຂົ້າ-ຂາ ອອກ ສາຂານະຄອນປາກເຊແຂວງຈໍາປາສັກໄດ້ຈັດຂຶ້ນໃນ ວັນທີ 8 ພະຈິກນີ້, ຢູ່ທີ່ກອງບັນຊາການທະຫານແຂວງເຊກອງໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມ ທອງ ດອນກັນນ້ອຍກຳມະການ ຄະນະປະຈໍາພັກແຂວງເລຂາຄະ ນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງເຊກອງ, ມີ ບັນດາຄະນະປະຈໍາພັກ-ຄະນະພັກ ກອງບັນຊາການ,ຄະນະຫ້ອງພະ ແນກການທີກ່ຽວຂ້ອງ ພ້ອມດ້ວຍ ຫົວໜ້າບໍລິສັດໂຮງສີເຂົ້າແກ້ວ ບົວບານ ພ້ອມຄະນະເຂົ້າຮ່ວມ. ໃນພິທີທັງສອງຝ່າຍໄດ້ຮັບ ຟັງການລາຍງານຮ່າງບົດບັນທຶກ ສັນຍາກ່ຽວກັບການຊື້-ຂາຍເຂົ້າ ສານໜຽວ ຈາກສະຫາຍ ພັນໂທ ຄໍາພຸດ ຈິດວິສອນ ຮອງຫົວໜ້າຫ້ອງພະລາທິການທະຫານແຂວງເຊກອງ ເຊິ່ງບົດບັນທຶກດັ່ງກ່າວປະກອບມີ 3 ໝວດ 10 ມາດຕາ ໃນນັ້ນໝວດທີ 1 ວ່າ ດ້ວຍຊະນິດ,ຈໍານວນ, ລາຄາ, ແຫຼ່ງສະໜອງ, ການຫຸ້ມຫໍ່ ແລະ ຄຸນນະພາບຂອງເຂົ້າສານ, ໝວດ ທີ 2 ວ່າດ້ວຍການແບ່ງງວດ, ການຂົນສົ່ງ ,ການມອບ-ຮັບ ແລະ ກວດກາສິນຄ້າ, ໝວດທີ 3 ວ່າ ດ້ວຍການລົງທຶນ, ການສຳລະ ສະສາງ, ການຈັດຕັ້ງປະຕິບັດ ແລະ ມາດຕາການຕໍ່ຜູ້ລະເມີດ. ຈາກນັ້ນທັງສອງຝ່າຍກໍໄດ້ແລກປ່ຽນຄໍາຄິດ-ຄໍາເຫັນຖອດຖອນ ບົດຮຽນຕໍ່ຮ່າງບົດບັນທຶກດັ່ງກ່າວໃຫ້ມີຄວາມໜັກແໜ້ນໂປ່ງ ໃສ່ ແລະ ຊື່ສັດ ເຊິ່ງກັນ ແລະ ກັນ ເພື່ອແນໃສ່ເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີໃຫ້ມີຄວາມ ໜັກແໜ້ນຍິ່ງໆຂຶ້ນ. ໂອກາດດຽວ ກັນນັ້ນທັງສອງຝ່າຍກໍໄດ້ລົງນາມບົດບັນທຶກສັນຍາຜູກມັດ ໂດຍໄດ້ຕົກລົງເຫັນດີເປັນເອກະ ພາບໃນທຸກໝວດ ແລະ ມາດຕາ ຕາມທີ່ກໍານົດໄວ້ຢ່າງເຂັ້ມງວດ ແລະ ຈະແຈ້ງ. ໃນນັ້ນຈະແບ່ງ ງວດ ຂົນສົ່ງສິນຄ້າອອກເປັນ 4 ງວດ ຈົນຮອດທ້າຍປີ 2020 ມີທັງ ໝົດ 771.040 ກິໂລກະລາມ, ແບ່ງງວດສຳລະສະສາງອອກ ເປັນ 3 ງວດ ຈົນຮອດທ້າຍປີ 2020 ໃຫ້ສໍາເລັດລວມມູນຄ່າ ທັງໝົດ 5.397.280.000 ກີບ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ