ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ການຈັດຕັ້ງ​ຮັບປະກັນ​ພະລາທິການ ຢູ່​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ແມ່ນ​ປະຕິບັດ​ຕາມ 5 ໜ້າ​ວຽກ​ໃຫຍ່
ເວລາອອກຂ່າວ: 2026-10-07 09:30:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 157 | ຄວາມນິຍົມ:



ສະຫາຍ ພັນ​ໂທ ບຸນ​ເພັງ ໄຊ​ສົມບູນ ຮອງ​ອຳນວຍ​ການ, ຫົວໜ້າ​ພະ​ແນກ​ພະລາທິການ ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ໃຫ້​ສຳພາດ​ເນື່ອງ​ໃນ​ໂອ ກາດ ເປີດ​ສົກຮຽນ​ໃໝ່ 2026-2027 ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະ ຕິບັດວຽກ​ງານ​ຮັບປະກັນ​ພະລາ ທິການ ຢູ່​ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໃນ​ຜ່ານ​ມາ ບົນພື້ນ ຖານ​ແມ່ນ​ໄດ້​ຜັນ​ຂະຫຍາຍ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານທີ່​ ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະ ເທດ​ວາງ, ເຊິ່ງ​ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນໄດ້​ວາງ​ຄາດໝາຍ​ສູ້​ຊົນ​ໃນ​ການ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງໃຫ້​ໄດ້​ເທື່ອ​ລະ​ກ້າວ ໃນ​ນີ້, ໄດ້​ສຸມ​ໃສ່​ ປະຕິບັດ​ຕາມ 5 ໜ້າ​ວຽກ​ໃຫຍ່ ຄື: ໜ້າ​ວຽກ​ໃຫຍ່​ທີ 1: ຈັດ​ຕັ້ງ​ຮັບປະກັນດ້ານ​ວັດຖຸ​ຕ່າງໆ ໃຫ້​ແກ່​ວຽກ​ງານ​ຫັດ​ແອບ-ຮ່ຳຮຽນ, ວຽກ​ງານ​ກຽມພ້ອມ​ສູ້​ຮົບ ແລະ ວຽກ​ງານ​ກຽມພ້ອມ​ກອບ​ກູ້​ໄພພິ ບັດ; ໜ້າ​ວຽກ​ໃຫຍ່​ທີ 2: ຈັດ​ຕັ້ງ​ວຽກ​ງານ​ຮັບປະກັນຊີວິດ​ການ ​ເປັນ​ຢູ່ໃຫ້​ແກ່​ພະນັກງານ-ນັກ ຮົບໄດ້​ກິນ​ອີ່ມ, ນຸ່ງ​ຖື​ຖືກຕ້ອງ ຕາມ​ລະບຽບ​ຂອງ​ກອງທັບ, ທີ່​ພັກພາ​ອາໄສ​ພຽງພໍ, ນໍ້າ​ໄຫຼ-ໄຟ​ສະຫວ່າງ; ໜ້າ​ວຽກ​ໃຫຍ່​ທີ 3: ຈັດ​ຕັ້ງ​ຮັບປະກັນ​ສຸຂະພາບ, ກິນ​ ສະອາດ, ຢູ່​ສະອາດ, ຕ້ານພະ ຍາດ​ໂລກລະບາດ​ຕາມ​ລະດູການ, ຮັກສາອັດຕາສ່ວນນັກຮົບ​ແຂງ ແຮງໃຫ້​ໄດ້ 98% ຂຶ້ນ​ໄປ; ໜ້າ​ວຽກ​ໃຫຍ່​ທີ 4: ຈັດ​ຕັ້ງ​ຮັບປະ ກັນ​ຂົນສົ່ງ​ວັດຖຸ​ອຸປະກອນ​ຕ່າງໆ ໃຫ້​ໄປ​ຮອດ​ມາ​ເຖິງ, ທັນ​ກຳນົດ​ເວລາ, ມີ​ຄວາມ​ປອດ​ໄພ ແລະ ໜ້າວຽກ​ໃຫຍ່​ທີ 5: ຈັດ​ຕັ້ງ​ຮັບ ປະກັນ​ເງິນເດືອນ, ເງິນ​ກິນໃນ​ແຕ່​ລະ​ເດືອນ​ໃຫ້​ໄດ້​ປົກກະຕິ, ຕ້ານ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ. ໂດຍ​ລວມ​ແລ້ວ ບັນດາ​ໜ້າ​ວຽກ​ດັ່ງ​ທີ່​ກ່າວ​ມາ​ນັ້ນ ສາມາດ​ປະຕິບັດ​ສຳ ເລັດ​ໂດຍ​ພື້ນຖານ ເປັນຕົ້ນໜ້າ ທີ່​ໃຫຍ່​ທີ 2 ກ່ຽວ​ກັບ​ວຽກ​ງານ ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ ໂດຍ​ສະເພາະວຽກ​ງານ​ກະສິກຳ, ເພີ່ມ​ພູນ​ຜະລິດຜົນ ປູກຝັງ-ລ້ຽງສັດ, ເຖິງ​ແມ່ນ​ວ່າ​ສະພາບ​ຈຸດ​ພິເສດ​ຂອງ​ກົມ​ກອງ ເປັນ​ກົມ​ກອງ​ທີ່​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃໝ່ ພື້ນຖານ​ການ​ຜະລິດ​ຍັງ​ອ່ອນ​ນ້ອຍ ເຊິ່ງ​ມີ​ພຽງ​ແຕ່ 2 ເຮັກຕາ​ກວ່າ​ເທົ່າ​ນັ້ນ, ແຕ່​ພວກ​ເຮົາ​ກໍ​ໄດ້​ນຳ​ໃຊ້​ພື້ນ​ທີ່​ໃຫ້​ຄຸ້ມ​ຄ່າ​ທີ່​ສຸດ ໃນ​ນີ້, ໄດ້​ແບ່ງ​ພື້ນ​ທີ່​ເຮັດ​ໜອງ​ປາ 1 ໜອງ, ລວມ​ເນື້ອທີ່ 1 ເຮັກຕາ, ເຫຼືອ​ນັ້ນ​ແມ່ນ​ພື້ນ​ທີ່​ສຳລັບ​ການ​ປູກຝັງ-ລ້ຽງສັດ, ເຊິ່ງ​ນັບ​ແຕ່​ເດືອນ​ມັງ ກອນປີ 2026 ເປັນຕົ້ນ​ມາ ສາ​ມາດ​ປູກ​ພືດ​ຜັກ​ທີ່​ເປັນ​ທັນ​ຍາ​ຫານ, ສະບຽງ​ອາຫານຈຳໜ່າຍ​ອອກ​ໄດ້ 22.392 ໂຕນ ຄິດ​ເປັນ​ເງິນ 115.272.000 ກີບ, ລ້ຽງ​ປາ+ກົບ ຈຳໜ່າຍ​ອອກ 2.448 ໂຕນ ຄິດ​ເປັນ​ເງິນ 97.520.000 ກີບ, ຂາຍ​ໄຂ່​ເປັດ 468 ແຕະ ເປັນ​ເງິນ 35.101.000 ກີບ, ດ້ານ​ວຽກ​ງານ​ບໍລິການ​ຫາ​ລາຍ​ໄດ້​ເຂົ້າ​ກົມ​ກອງມີ 2 ວຽກ​ຕົ້ນຕໍຄື: ເກັບ​ຄ່າ​ບໍລິການ​ຄົນ​ເຈັບ​ທີ່​ເຂົ້າ​ມາ​ປິ່ນປົວ​ຢູ່​ໂຮງໝໍ 10 ຕຽງ ໄດ້​ທັງ​ໝົດ 73.602.000 ກີບ, ບໍລິການ​ຂາຍ​ນ້ຳ​ດື່ມ ເລີ່ມ​ແຕ່​ເດືອນ​ເມສາ​ເປັນຕົ້ນ​ມາໄດ້ 44.376.000 ກີບ, ລວມ​ລາຍ​ຮັບ​ຈາກ​ການ​ເພີ່ມ​ພູນ​ຜະລິດຜົນ ປູກຝັງ-ລ້ຽງສັດ ແລະ ວຽກ​ງານ​ບໍລິການ​ຕ່າງໆ ນັບ​ແຕ່​ເດືອນ​ມັງກອນ 2026 ມາ​ຮອດ​ປັດຈຸບັນ ໄດ້​ທັງ​ໝົດ 365.871.000 ກີບ. ສ່ວນ​ເງິນ​ທີ່​ຫາ​ມາ​ໄດ້​ນັ້ນ ກົມ​ກອງ​ພວກ​ເຮົາ​ໄດ້​ໝູນ​ໃຊ້​ເຂົ້າ​ໃນ​ການ​ຕໍ່​ເຕີມ​ເຮືອນຄົວ, ປະດັບ​ປະດາ​ພາຍໃນ​ ຄ້າຍ​ຄູ, ຊື້​ອຸປະກອນ​ທຳ​ການ​ຜະລິດ, ອຸປະກອນ​ການ​ແພດ, ອຸ ປະກອນ​ບຳລຸງ​ຮັກສາ​ເຄື່ອງ​ກອງ​ນ້ຳ​ດື່ມ ແລະ ແຮ​ສຳຮອງ​ເປັນ​ທຶນ​ໝູນວຽນ​ຈຳນວນ​ໜຶ່ງ. ສະຫາຍ ພັນ​ໂທ ບຸນ​ເພັງ ໄຊສົມບູນ ໃຫ້​ຮູ້​ຕື່ມ​ວ່າ: ປັດຈຸບັນ​ນີ້ ກົມ​ກອງ​ພວກ​ເຮົາກຳລັງ​ທົດ​ລອງລ້ຽງ​ເປັດ​ໃຫ້​ໄຂ່​ຈຳນວນ 250 ໂຕ, ປ່ອຍ​ປາ​ໃສ່​ໜອງ​ເພີ່ມ​ຕື່ມ 18.000.000 ໂຕ, ລ້ຽງກົບ ​ຈຳນວນ 2.000 ໂຕ (ຍັງ​ບໍ່​ທັນ ​ໄດ້​ຈຳໜ່າຍ​ອອກ). ສ່ວນ​ທິດ​ທາງ​ແຜນ​ການຈັດຕັ້ງ​ຮັບປະກັນ​ພະລາທິການ​ໃນຕໍ່ໜ້າ​ນີ້ກົມ​ກອງ​ຈະ​ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ວຽກ​ຮັບປະກັນ​ພະລາທິການໃຫ້​ດີ​ຂຶ້ນ​ເລື້ອຍໆ, ຈະ​ເພີ່ມ​ຈຳນວນ​ການ​ລ້ຽງ​ເປັດ​ໄຂ່​ໃຫ້​ຫຼາຍ​ຂຶ້ນຕື່ມ ເພາະວ່າ​ການ​ລ້ຽງ​ເປັດໃຊ້​ພື້ນທີ່​ ໜ້ອຍ ແຕ່​ໃຫ້​ຜົນ​ຜະລິດ​ດີ, ຈຳ ໜ່າຍ​ຜະລິດ​ຕະ​ພັນ​ງ່າຍ ແລະ ຈະ​ສືບຕໍ່​ບຸກເບີກ​ດິນ​ຂອງ​ກົມ​ກອງ ທີ່​ແຂວງ​ບໍ​ລິ​ຄຳ​ໄຊ​ມອບ​ໃຫ້ ໃຫ້​ໄດ້ 20 ເຮັກຕາ​ຂຶ້ນ​ໄປ ເພື່ອປູກ ​ຢາງ​ພະ​ລາ ແລະ ແບ່ງເຮັດຄັງ​ ລ້ຽງສັດຈຳນວນ​ໜຶ່ງ ເພື່ອສ້າງ​ ພະລາທິການ​ກັບ​ທີ່ຢູ່​ກົມ​ກອງ ໃຫ້ມີພື້ນຖານ​ຮັບປະກັນ​ດີ ແນ ໃສ່​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ ກໍ​ຄື: ນັກ ຮຽນ-ນັກ​ສຶກ​ສາ​ໃຫ້​ນັບ​ມື້​ດີ​ຂຶ້ນ ແລະ ສ້າງ​ລາຍ​ຮັບ​ເພີ່ມ​ໃຫ້​ແກ່​ກົມ​ກອງ ໝູນ​ໃຊ້​​ເຂົ້າ​ໃນ​ການ​ປັບປຸງ​ສະຖານທີ່​ຄ້າຍ​ຄູ ໃຫ້​ແໜ້ນໜາ​ຖາ ວອນເທື່ອ​ລະ​ກ້າວ. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ