ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ມອບອຸປະກອນ ເອເລັກໂຕຣນິກ ໃຫ້ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2026-10-07 09:52:47 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026 ນີ້, ບໍລິສັດ ລັດວິສາຫະກິດ ລາວ- ເອເຊຍ ໂທລະຄົມ ໄດ້ອຸປະກອນເອເລັກໂຕຣນິກ ໃຫ້ກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຂອງກົມ, ຕາງ ໜ້າມອບໂດຍ ສະຫາຍ ພັນໂທ ຄຳຟອງ ອາມາດມົນຕີ ຫົວໜ້າພະແນກການເງິນ ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ໄດ້ມອບໃບສົມມະນາຄຸນ ໃຫ້ກັບ ບໍລິສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ, ພ້ອມທັງ ສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຈະນຳເອົາອຸປະກອນດັ່ງກ່າວ ໄປນຳໃຊ້ໃນໜ້າທີ່ວຽກງານ ໃຫ້ເກີດຜົນປະໂຫຍດສູງສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















