ສູນແກ້ໄຂ ລະເບີດບໍ່ທັນແຕກ ແລະ ເຝິກບັນເທົາໄພພິບັດກອງທັບ 523 ຈັດຕັ້ງອອກແຮງງານລວມ
ເວລາອອກຂ່າວ: 2026-10-07 09:57:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ: ![]()
ປະຕິບັດຕາມແຈ້ງການ ແລະ ທິດຊີ້ນຳຂອງຂັ້ນເທິງໃນການກະກຽມຄວາມພ້ອມທຸກດ້ານເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົມຊ່າງແສງ ຄົບຮອບ 72 ປີ
(23 ຕຸລາ 1954-23 ຕຸລາ 2026) ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນພະນັກງານ-ນັກຮົບ ມີວິໃສທັດກວ້າງໄກມີລະບຽບວິໄນເຂັ້ມງວດ ເພື່ອສ້າງກົມກອງໃຫ້ກ້າວໜ້າ ເຂັ້ມແຂງ ແລະ ທັນສະໄໝຂຶ້ນໄປຢ່າງບໍ່ຢຸດຢັ້ງ. ໃນຂະບວນການປິ່ນອ້ອມທັງໝົດເຫຼົ່ານັ້ນ ວຽກງານອອກແຮງງານ-ອະນາ ໄມສາມສະອາດ ກໍແມ່ນວຽກງານໜຶ່ງທີ່ ສູນແກ້ໄຂລະເບີດບໍ່ທັນແຕກ ແລະ ເຝິກບັນເທົາໄພພິບັດກອງທັບ 523 ໄດ້ຖືເປັນສຳຄັນ ເພື່ອເຮັດໃຫ້ອາຄານສະຖານທີ່ຄ້າຍຄູມີຄວາມສະອາດສວຍງາມ ເປັນທີ່ໜ້າພັກພາອາໃສ ຂອງພະນັກງານ-ນັກຮົບ ພາຍໃນສູນ. ຂະບວນການອອກແຮງງານໃນຄັ້ງນີ້ໄດ້ຈັດຕັ້ງເຄື່ອນໄຫວໃນ ວັນທີ 25
ກັນຍາ 2026 ເຊິ່ງແມ່ນແຜນການອອກແຮງງານແດງທົ່ວສູນ 523 ຂະບວນການອອກແຮງງານໃນຄັ້ງນີ້: ໄດ້ຕັດຫຍ້າ, ອະນາໄມຕົ້ນໄມ້ໃຫ້ໝາກ ໃຫ້ຮົ່ມໃນຂອບເຂດອອ້ມຂ້າງສູນ, ຂຸດຂີ້ເຫຍື້ອ, ອະນາໄມທຳຄວາມສະອາດຂອບເຂດອາຄານເຮືອນພັກ, ຫ້ອງການ ແລະ ສະ ຖານທີ່ອື່ນໆ ໃນຂອບຄວາມຮັບຜິດຊອບຂອງກົມກອງ ເພື່ອສ້າງຂະບວນການຕ້ອນຮັບວັນສ້າງ ຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 72 ປີ ທີ່ຈະມາເຖີງໃນມໍ່ໆ ນີ້.
ໂດຍ: ພູທອນ ສີພູວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















