ຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງ ມອບ-ຮັບ ໜ້າທີ່ຂັ້ນຫົວໜ້າພະແນກ
ເວລາອອກຂ່າວ: 2026-10-07 09:59:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 159 | ຄວາມນິຍົມ: ![]()
ໃນເດືອນ ກັນຍາ 2026 ທີ່ຜ່ານມາ ຢູ່ທີ່ຫ້ອງປະຊຸມໂຕະມົນຂອງຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີປະກາດການຈັດຕັ້ງ ຫົວໜ້າພະແນກບໍລິຫານ ແລະ ຊ່ວຍວຽກພະແນກ ປ້ອງກັນຊາດ ພາຍໃຕ້ການເປັນປະທານ ຂອງສະຫາຍ ພັນເອກ ແກ້ວ ຊໍແສນວົງ ຄະນະກຳມະການ, ຫົວໜ້າຫ້ອງການ ຄະນະກຳມະ ການ ປກຊ-ປກສ ແຂວງຫຼວງນ້ຳທາ, ມີຄະນະຫ້ອງ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ ຊ່ວຍວຽກ 2 ພະແນກເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ພັນໂທ ນາງ ບົວຈີນ ແສງລັດສະໝີ ຫົວໜ້າພະແນກບໍລິຫານ ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ຂຶ້ນກັບຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງ, ຄຳສັ່ງຍົກ ຍ້າຍ ເລກທີ 554/ຫກມ, ເຊິ່ງມີລາຍຊື່ດັ່ງນີ້: ຍົກຍ້າຍ ສະຫາຍ ພັນໂທ ສີພອນ ຮອນຍີນ ຮອງພະແນກບໍລິຫານ ຫ້ອງ ການ ຄະນະກຳມະການ ປກຊ-ປກສ ແຂວງ ໄປໃຫ້ຫ້ອງການເມືອງ, ແຕ່ງຕັ້ງ ສະຫາຍ ພັນຕີ ວັນໄຊ ຄຳວັນມະນີວົງ ວ່າການເປັນຮອງພະແນກບໍລິ ຫານ ແລະ ແຕ່ງຕັ້ງ ສະຫາຍ ຮ້ອຍໂທ ທະນົງສິນ ວິໄສຜອນ ຊ່ວຍວຽກພະແນກປ້ອງກັນຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















