ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຄົາລົບທຸງຊາດປະຈຳເດືອນຕຸລາ 2026
ເວລາອອກຂ່າວ: 2026-10-07 10:01:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ: ![]()
ວັນທີ 5 ຕຸລາ 2026, ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ໄດ້ຈັດພິທີ ເຄົາລົບທຸງຊາດປະຈຳເດືອນຕຸລາ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ 2 ກອງພັນ, ພະນັກງານ-ນັກຮົບ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະຫຼຸບຄືນກ່ຽວກັບການປະຕິບັດໜ້າທີ່ວຽກງານຮອບດ້ານ ໃນໄລຍະ 1 ເດືອນຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ, ເປັນຕົ້ນການປະຕິບັດຂໍ້ກຳ ນົດ 7 ລະບອບ 18 ວຽກ ໃນມື້ໜຶ່ງຂອງກອງທັບ, ເອົາໃຈໃສ່ໃນ ການພັດທະນາກົມກອງ ພ້ອມທັງ, ວາງທິດທາງແຜນການໃນເດືອນຕໍ່ໜ້າ ແລະ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ເພີ່ມທະວີການສຶກສາອົບຮົມວຽກງານການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ, ຄູ-ອາຈານ, ນ້ອງນ້ອຍນັກຮຽນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາ ຂອງພັກ-ລັດ, ປະຕິບັດຕາມຂໍ້ກຳນົດ, ກົດລະບຽບຂອງກອງ ທັບ ກໍຄືຂອງໂຮງຮຽນວາງອອກຢ່າງເຂັ້ມງວດ.
ໂດຍ : ໂອລິນ ມິ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















