ໂຮງຮຽນທະຫານຊາຍແດນ 712 ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2026-10-07 10:03:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ: ![]()
ວັນທີ 2 ຕຸລາ 2026, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃຫ້ນັກສຶກສາ ກໍ່ສ້າງນາຍທະຫານຊັ້ນກາງຄຸ້ມຄອງປ້ອງກັນຊາຍແດນ ລະບົບ 2 ປີ ຊຸດທີ IV, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ກອງມີ ໄຊຍະຫວັດ ຮອງຫົວໜ້າການທະຫານ, ຫົວໜ້າພະແນກອົບຮົມ ໂຮງຮຽນທະຫານຊາຍແດນ 712, ມີຄະນະພັກ-ຄະນະບັນຊາ ກອງພັນນັກຮຽນ ພ້ອມດ້ວຍ ບັນດາພະນັກງານ ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ເພື່ອເປັນການກວດກາຕີລາຄາຄວາມຮັບຮູ້, ຄວາມເຂົ້າໃຈ ດ້ານທິດສະດີຫຼັກການ ແລະ ການນຳໃຊ້ອາວຸດ-ຍຸດໂທປະກອນ ຂອງນັກສຶກສາ ທີ່ໄດ້ຮ່ຳຮຽນຫັດແອບໃນໄລຍະຜ່ານມາ, ໂດຍປະຕິບັດຕາມໂຄງການຫຼັກສູດການຮຽນ-ການສອນ, ນັກສຶກສາກໍ່ສ້າງນາຍທະຫານຊັ້ນກາງຄຸ້ມຄອງປ້ອງກັນຊາຍແດນ ລະບົບ 2 ປີ ຊຸດທີ IV ມີທັງໝົດ 40 ສະຫາຍ, ການຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ສາມາດຕີລາຄາຂັ້ນເກັ່ງໄດ້ 20 ສະຫາຍ, ຂັ້ນດີຫຼາຍ 15 ສະຫາຍ ແລະ ຂັ້ນກາງ 5 ສະຫາຍ.
ທັງນີ້, ເພື່ອເຮັດໃຫ້ນັກສຶກສາ ຮູ້ຈັກຂັ້ນພື້ນຖານວິທີການຫັດແອບຈັງຫວະ-ເຕັກນິກການຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ມີຄວາມຄ່ອງແຄ້ວ ແລະ ຮູ້ໝູນໃຊ້ໃນການສູ້ຮົບຕົວຈິງ, ທັງເປັນການປັບປຸງກໍ່ສ້າງກຳລັງປ້ອງກັນຊາດໃຫ້ມີຄວາມສາມາດ, ກ້າຫານ, ໜັກແໜ້ນ, ເຂັ້ມແຂງຮອບດ້ານ, ຮູ້ນຳໃຊ້ອາວຸດຍຸດໂທປະ ກອນຢ່າງມີຄວາມຊຳນິຊຳນານ, ມີພິກໄຫວທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ.
ໂດຍ: ພິລະສອນ ວັນວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















