ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-10-07 10:43:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 538 | ຄວາມນິຍົມ:



ວັນທີ 6 ຕຸລາ 2026 ນີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບຄວາມໄວ້ວາງໃຈຢ່າງສູງ ຈາກສະພາແຫ່ງຊາດ ແລະ ປະຊາຊົນລາວ ໃຫ້ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ, ພ້ອມທັງ ນຳເອົາສານອວຍພອນ ຈາກທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເຖິງທ່ານ ສະເຫຼີມໄຊ ກົມມະສິດ ໂດຍໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍປະສົບການ ແລະ ຄວາມຮູ້ຄວາມສາມາດອັນສູງສົ່ງ ຂອງທ່ານ ນາຍົກລັດຖະມົນຕີ ຈະນຳພາການບໍລິຫານວຽກງານຂອງລັດຖະບານລາວ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້, ຄຽງຄູ່ກັບການສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການເປັນຫຸ້ນສ່ວນຍຸດທະສາດ ເພື່ອການເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງປະເທດ ລາວ-ໄທ ນັບມື້ເກີດດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆ ຂຶ້ນ. ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄໍາອວຍພອນອັນຈົບງາມ ຈາກລັດຖະບານ ແລະ ປະຊາຊົນໄທ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ຖານບ້ານໃກ້ເຮືອນຄຽງ ທີ່ມີຄວາມໃກ້ຊິດສະໜິດສະໜົມກັນມາຢ່າງຍາວນານ ໂດຍຢືນຢັນຄວາມໝາຍໝັ້ນຂອງລັດຖະບານລາວ ທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດ ກັບຝ່າຍໄທ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ໂຄງການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດໂຄ່ງລ່າງພື້ນຖານ, ການໄປມາຫາສູ່ເຊິ່ງກັນ ແລະ ກັນ ໃຫ້ປະກົດຜົນເປັນຮູບປະທຳຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ທັງສອງຊາດ ລາວ-ໄທ, ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໃນເຂດພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຜ່ານທ່ານ ເອກອັກຄະຣາຊະທູດ ໄປຍັງທ່ານ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ໂດຍສະແດງຄວາມຫວັງວ່າ ຈະໄດ້ພົບປະ ແລະ ຮ່ວມມືຢ່າງໃກ້ຊິດ ກັບທ່ານ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ໃນໂອກາດທີ່ເໝາະສົມ. ໂດຍ: ກົມປະຊາສຳພັນ ຫສນຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ