ຜູ້ບັນຊາການທະຫານອາກາດ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງທີ່ປຶກສາທູດຝ່າຍປ້ອງກັນຊາດ ທະຫານອາກາດ ແຫ່ງຣາຊະອາຈາຈັກໄທ ປະຈຳ ສປປ ລາວ
ເວລາອອກຂ່າວ: 2026-10-08 09:42:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 584 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານອາກາດ, ທ່ານ ພົນຈັດຕະວາ ຄຳສຸກ ຄຳເລືອງເທບ ຜູ້ບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງ ທ່ານ ພັນເອກ ຮຸ່ງໂຣດ ສຸຂຸມ ທີ່ປຶກສາທູດຝ່າຍປ້ອງກັນຊາດ ທະຫານອາກາດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ (ຜູ້ເກົ່າ) ແລະ ທ່ານ ພັນເອກ ວີລະຊົນ ເພັນສີ ທີ່ປຶກສາທູດຝ່າຍປ້ອງກັນຊາດທະຫານອາກາດ ແຫ່ງຣາຊະອານາຈັກໄທ (ຄົນໃໝ່).
ທ່ານ ພົນຈັດຕະວາ ຄຳສຸກ ຄຳເລືອງເທບ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ພັນເອກ ຮຸ່ງໂຣດ ສຸຂຸມ ປຶກສາທູດຝ່າຍປ້ອງກັນຊາດ ທະຫານອາກາດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ ເນື່ອງໃນໂອກາດທີ່ຈະຄົບວາລະກຳນົດການປະຕິບັດໜ້າທີ່ປະຈຳການ ຢູ່ ສປປ ລາວ. ການເຂົ້າຢ້ຽມຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມຮັກແພງ ອັນສະໜິດສະໜົມ,ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງກອງທັບ ລາວ-ໄທ.
ທ່ານ ພັນເອກ ຮຸ່ງໂຣດ ສຸຂຸມ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນຈັດຕະວາ ຄຳສຸກ ຄຳເລືອງເທບ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕິຈິດມິດຕະພາບແບບດູດດື່ມ. ການມາປະຈຳ ຢູ່ ສປປ ລາວ ໃນຄັ້ງນີ້, ຖືເປັນບາດກ້າວໃໝ່ ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ ລະຫວ່າງ ສອງກອງທັບ ລາວ-ໄທ ອີກດ້ວຍ.
ໂດຍ: ກາ ຫຼ້າພາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















