ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ທັງພາຍໃນ-ຕ່າງປະເທດ
ເວລາອອກຂ່າວ: 2026-10-08 10:49:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 436 | ຄວາມນິຍົມ:



ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະຫຼະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ. ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊີ້ແຈງຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລາ 2026 ນີ້ ໃນຫຼາຍບັນຫາສຳຄັນ ເປັນຕົ້ນ ການພັດທະນາສີມືແຮງງານ ແລະ ການຈັດຫາວຽກ ເຮັດງານທໍາ ໃຫ້ແຮງງານລາວ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງລັດຖະບານ ກໍຄື ກະຊວງ ຮສສ ໄດ້ມີກົນໄກ ແລະ ວາງຫຼາຍມາດຕະການ ເພື່ອພັດທະນາສີມືແຮງງານ, ຈັດຫາວຽກເຮັດງານທໍາ, ສົ່ງເສີມການສ້າງອາຊີບອິດສະຫຼະ, ການຈ້າງງານໃນຊົນນະບົດ ແລະ ການສະຫງວນອາຊີບທີ່ເປັນລັກສະນະສົ່ງເສີມວັດທະນະທຳ, ພູມປັນຍາພື້ນບ້ານ, ທຸລະກິດ ທີ່ບໍ່ໃຊ້ຄວາມຮູ້ສູງ ຫຼື ທຶນຮອນຫຼາຍ ແລະ ການເຂົ້າເຖິງແຫຼ່ງທຶນນໍາໄປໃຊ້ໃນການປະກອບອາຊີບດ້ວຍຕົນເອງ ເພື່ອສ້າງແຮງຈູງໃຈໃຫ້ແຮງງານລາວ ເຮັດວຽກຢູ່ພາຍໃນປະເທດຫຼາຍຂຶ້ນ ລວມທັງ ການແກ້ໄຂບັນຫາການຂາດແຄນແຮງງານ, ການນໍາເຂົ້າແຮງງານດິບຈາກຕ່າງປະເທດ ແລະ ການຫຼັ່ງໄຫຼ ຂອງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກກົດໝາຍ ເຊິ່ງໃນ 9 ເດືອນຕົ້ນປີ 2026 ມີແຮງງານລາວ ທີ່ມາຂຶ້ນທະບຽນຕ້ອງການມີວຽກເຮັດງານທໍາ ທັງໝົດ 76.604 ຄົນ ໃນນີ້, ຜູ້ຕ້ອງການມີວຽກເຮັດງານທຳຢູ່ພາຍໃນ 5.259 ຄົນ, ຍິງ 2.243 ຄົນ ແລະ ຂຶ້ນທະບຽນຜູ້ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ 71.345 ຄົນ, ຍິງ 37.168 ຄົນ. ສາມາດຈັດຫາວຽກເຮັດງານທໍາໄດ້ທັງໝົດ 119.382 ຄົນ, ຍິງ 57.011 ຄົນ ໃນນີ້, ຈັດຫາງານພາຍໃນ 15.772 ຄົນ, ຍິງ 5.562 ຄົນ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດໄດ້ 103.610 ຄົນ, ຍິງ 51.449 ຄົນ. ສຳລັບ ການສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ການຈ້າງງານໃນຊົນນະບົດ ກະຊວງ ຮສສ ໄດ້ ມີດຳເນີນການທົດລອງປະຕິບັດມາແຕ່ປີ 2024 ໂດຍໄດ້ຊຸກຍູ້ ແລະ ສົ່ງເສີມການປະກອບອາຊີບອິດສະຫຼະ ແລະ ການເປັນຜູ້ປະກອບການ ຂອງກໍາລັງແຮງງານຢູ່ທ້ອງຖິ່ນ ໂດຍການເກັບກຳຂໍ້ມູນ ຄວາມຕ້ອງການເຝິກອົບຮົມ ແລະ ຈັດຕັ້ງເຝິກອົບຮົມໃຫ້ກຸ່ມເປົ້າໝາຍຜູ້ທຸກຍາກ, ດ້ອຍໂອກາດທີ່ວ່າງງານ ແລະ ສົນໃຈໃນການປະກອບອາຊີບອິດສະຫຼະ ໂດຍສະເພາະຂະແໜງກະສິກຳ ແລະ ຂະແໜງບໍລິການ ຢູ່ແຂວງອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ຫົວພັນ ແລະ ແຂວງຜົ້ງສາລີ ແລະ ໄດ້ສະໜອງການເຝິກອົບຮົມເຕັກນິກການປູກຝັງກະສິກຳທັນສະໄໝ, ເຕັກນິກການປູກເຫັດ ແລະ ແປຮູບ, ເຕັກນິກການລ້ຽງງົວ-ທອມງົວ ແລະ ການປູກຫຍ້າເປັນອາຫານ, ຕໍ່າຫູກ ແລະ ຍ້ອມສີທຳມະຊາດ, ການແປຮູບຜະລິດຕະພັນຈາກພືດຜັກ ແລະ ໝາກໄມ້, ເຝິກອົບຮົມທັກສະຊີວິດ, ການຕະຫຼາດ ແລະ ຫັນເປັນຜູ້ປະກອບການ, ເຝິກອົບຮົມຂຽນແຜນທຸລະກິດ ແລະ ອື່ນໆ ເຊິງມີຜູ້ທີ່ຜ່ານການເຝິກອົບຮົມ ເພື່ອສົ່ງເສີມການປະກອບອາຊີບອິດສະຫຼະ ໃນປີ 2024 ທັງໝົດ 426 ຄົນ, ຍິງ 166 ຄົນ ໃນນີ້, ຂະແໜງກະສິກຳ 158 ຄົນ, ບໍລິການ 264 ຄົນ; ປີ 2025 ມີຜູ້ເຂົ້າຮ່ວມການເຝິກ 295 ຄົນ, ຍິງ 166 ຄົນ, ມີຂະແໜງກະສິກຳ 230 ຄົນ, ບໍລິການ 30 ຄົນ ແລະ ຂົນສົ່ງ 35 ຄົນ; ໃນປີ 2026 ມີຜູ້ເຂົ້າຮ່ວມການເຝິກ 248 ຄົນ, ຍິງ 71 ຄົນ ໃນນີ້, ລວມຂະແໜງກະສິກໍາ 169 ຄົນ, ບໍລິການ 58 ຄົນ ແລະ ຂົນສົ່ງ 21 ຄົນ ພ້ອມທັງ ສະໜອງອຸປະກອນ ເພື່ອໃຫ້ຜູ້ເຂົ້າເຝິກສາມາດປະກອບອາຊີບ ໄດ້ທັງໝົດ 175 ຄົນ, ຍິງ 86 ຄົນ. ພ້ອມກັນນີ້, ໄດ້ມີການຈັດເຝິກອົບຮົມວິຊາຊີບດ້ານກະສິກຳແບບເຄື່ອນທີ່ ໃຫ້ແກ່ຜູ້ອອກແຮງງານດ້ອຍໂອກາດ ຢູ່ເຂດຊົນນະບົດຫ່າງໄກ ໄດ້ 170 ຄົນ, ຍິງ 101 ຄົນ. ສຳລັບແຜນການໃນຕໍ່ໜ້າ ຈະຊຸກຍູ້ສົ່ງເສີມການມີວຽກເຮັດງານທໍາໃນຊົນນະບົດ ແລະ ສົ່ງເສີມການປະກອບອາຊີບອິດສະຫຼະ ໃຫ້ສາມາດບັນລຸຄາດໝາຍໄດ້ 750 ຄົນ, ພ້ອມສະໜອງອຸປະກອນ ເພື່ອໃຫ້ເຂົາເຈົ້າມີອາຊີບອິດສະຫຼະ ໃຫ້ໄດ້ 323 ຄົນ. ສ່ວນການນໍາເຂົ້າແຮງງານດິບຈາກຕ່າງປະເທດ ຜ່ານມາເຫັນວ່າ ມີຫຼາຍພາກສ່ວນໄດ້ນໍາເຂົ້າ ແຮງງານຕ່າງປະເທດ ທັງແບບຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງກະຊວງ ຮສສ ໄດ້ອອກແຈ້ງການໂຈະຊົ່ວຄາວໃນການນໍາເຂົ້າ ແລະ ການນໍາໃຊ້ແຮງງານຕ່າງປະເທດ ຂອງບາງສັນຊາດ ເພື່ອເຮັດໃຫ້ການຄຸ້ມຄອງແຮງງານຕ່າງປະເທດ ເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຂອງ ສປປ ລາວ ແນໃສ່ແກ້ໄຂບັນຫາການລັກລອບເຂົ້າມາເຮັດວຽກແບບບໍ່ຖືກຕ້ອງ, ຈຳກັດການນໍາເຂົ້າແຮງງານ ເພື່ອມາແຈກຢາຍ, ປ່ອຍປະລະເລີຍທີ່ບໍ່ມີຄວາມຮັບຜິດຊອບ ຂອງຜູ້ນໍາເຂົ້າ ແລະ ການນໍາໃຊ້ນາຍໜ້າທີ່ ບໍ່ເປັນທາງການ, ແຕ່ລະພາກສ່ວນ ຕ້ອງໄດ້ເປັນເຈົ້າການໃນການຄຸ້ມຄອງການນໍາເຂົ້າ ແລະ ນໍາໃຊ້ແຮງງານຕ່າງປະເທດຢ່າງຖືກຕ້ອງ. ພ້ອມນັ້ນ, ອົງການປົກຄອງທ້ອງຖິ່ນ ກໍໃຫ້ການຊ່ວຍເຫຼືອເກັບກຳຂໍ້ມູນ ແລະ ຮ່ວມມືໃນການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວຂ້ອງຢ່າງຮັດກຸມ ແລະ ເຂັ້ມງວດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ