ກອງພັນໃຫຍ່ 11 ສືບຕໍ່ອົບຮົມ - ຫັດແອບຍິງລູກປືນແທ້ປະຈຳປີ 2019
ເວລາອອກຂ່າວ: 2019-11-13 08:56:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 58 | ຄວາມນິຍົມ:
ວັນທີ 12 ພະຈິກ ນີ້, ກອງ
ພັນໃຫຍ່ 11 ສືບຕໍ່ອົບຮົມ-ຫັດ ແອບປະຈຳປີ 2019 ຢູ່ສະໜາມ ຍິງປືນວິທະຍາຄານກົມມະດຳ ໂດຍການເຂົ້າຮ່ວມຂອງ ສະ ຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ມີ ສະຫາຍ ພົນຈັດ
ຕະວາ ພັນແສງ ບຸນພັນ ຫົວໜ້າ
ກົມອົບຮົມກົມ ໃຫຍ່ເສນາທິການ, ພ້ອມດ້ວຍ ຄະນະພັກ-ຄະນະບັນ ຊາກອງ ພັນໃຫຍ່ 11 ແລະ ວິທະ ຍາຄານ ກົມມະດໍາເຂົ້າຮ່ວມ.
ຈຸດປະສົງໃນການຈັດຕັ້ງອົບ ຮົມໃນຄັ້ງນີ້, ກໍເພື່ອເປັນການຫັດ ແອບໃຫ້ ພະນັກງານ-ນັກຮົບ, ພະນັກງານບັນຊາມີຄວາມຊຳ ນິຊໍານານ, ມີໄຫວພິບ ແລະ ມີ
ຫົວຄິດ ປະດິດສ້າງເພື່ອກຽມ ຄວາມພ້ອມ ໃນການຮັບມືກັບສະ ພາບການ ຕ່າງໆທີ່ຈະເກີດຂຶ້ນ. ໃນການເຝິກແອບພາກສະໜາມ
ແມ່ນການເຝິກແອບສູ້ຮົບໃນກໍໍ
ລະນີກອງພັນເຄື່ອນທີ່ຕອບໂຕ້ໄວ ເຊິ່ງການ ອົບຮົມ-ຫັດແອບນີ້ມີ ກົມກອງ ເຂົ້າຮ່ວມຄື: ກອງພັນ 586, ກອງພັນ 705, ກອງພັນ 743 ແລະ ເຫຼົ່າຮົບເຄມີ ການເຝິກ ແອບຍິງລູກປືນແທ້ໃນຄັ້ງນີ້ ແມ່ນ
ເປັນເທື່ອທີ 3 ແລະ ຈະໄດ້ ດຳ
ເນີນສືບຕໍ່ເຝິກແອບໄປຈົນຮອດ ກາງເດືອນ ພະຈິກ 2019 ນີ້ ຈິ່ງ ຈະສໍາເລັດ.
ໂອກາດດັ່ງກ່າວ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ ຍ້ອງຍໍ
ຊົມເຊີຍຕໍ່ຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບ ທີ່ໄດ້ ເອົາໃຈໃສ່ໃນການເຝິກຊ້ອມ ພ້ອມ
ນັ້ນ ສະຫາຍ ກໍໄດ້ເນັ້ນໜັກ ໃຫ້ຄະ ນະພັກ-ຄະນະບັນຊາຈົ່ງສືບຕໍ່
ຫັດແອບ ເພື່ອກຽມຕ້ອນຮັບຄະ ນະຜູ້ແທນກະຊວງປ້ອງກັນປະ
ເທດແຫ່ງ ສປ ຈີນ ທີ່ຈະມາຊົມ ລາຍ ການເຝິກຊ້ອມ ໃນວັນທີ 14
ພະຈິກ ນີ້. ທັງເປັນການກະກຽມ ຄວາມພ້ອມໃນການຮັບມືກັບທຸກ ສະຖານະການເພື່ອຮັບປະກັນ ເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບ ໝາຍໃຫ້.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ