ປາຖະກະຖາ ວັນສ້າງຕັ້ງກອງບັນຊາການທະຫານແຂວງຊຽງຂວາງ ຄົບຮອບ 67 ປີ
ເວລາອອກຂ່າວ: 2026-10-09 10:18:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 563 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026 ນີ້, ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ປາຖະກະຖາ ວັນສ້າງຕັ້ງກອງບັນຊາການທະຫານແຂວງຊຽງຂວາງ ຄົບຮອບ 67 ປີ (5 ຕຸລາ 1959-5 ຕຸລາ 2026), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ຄະນະປະຈຳພັກແຂວງ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງກອງບັນຊາການທະຫານແຂວງຊຽງຂວາງ ຕະຫຼອດໄລຍະ 67 ປີ ທີ່ຜ່ານມາ ເຊິ່ງ ຜົນງານການເຄື່ອນໄຫວ, ມູນເຊື້ອຄວາມສາມັກຄີ, ຄວາມເສຍສະຫຼະອັນໃຫຍ່ຫຼວງ ຂອງພະນັກງານ-ນັກຮົບໃນແຕ່ລະຍຸກ, ແຕ່ລະສະໄໝ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງຊຽງຂວາງ ຕິດພັນກັບການເຄື່ອນໄຫວປັງປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດວາງອອກ. ຕະຫຼອດໄລຍະການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ ໄດ້ຮັບການຍ້ອງຍໍ ຈາກພັກ-ລັດ ແລະ ກະຊວງປ້ອງກັນປະເທດ ໃນຂັ້ນຕ່າງໆທັງຂອງລວມໝູ່ ແລະ ບຸກຄົນ ຄື: ກອງວິລະຊົນ 3 ກົມກອງ, ນັກຮົບແຂ່ງຂັນ 13 ສະຫາຍ, ຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 3 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 7 ໜ່ວຍ, ຊັ້ນ III ຈໍານວນ 2 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II ຈໍານວນ 2 ໝ່ວຍ, ຊັ້ນ III ຈໍານວນ 2 ໜ່ວຍ.
ໃນພິທີ, ຍັງໄດ້ປາຖະກະຖາມູນເຊື້ອ ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ແລະ ວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ ( 02 ກັນຍາ 1945 – 02 ກັນຍາ 2026 ) ຕື່ມອີກ.
ໂດຍ: ຫຸມພັນ ສິງດາລາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















