ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ປອ ບຸນທອງ ຈິດມະນີ ລົງເຄື່ອນໄຫວຊຸກຍູ້ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ເມືອງໄຊຈຳພອນ ແລະ ເມືອງວຽງທອງ ແຂວງບໍລິຄຳໄຊ
ເວລາອອກຂ່າວ: 2019-11-13 08:59:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:



ວັນທີ 10 ພະຈິກ ນີ້ ທ່ານ ປອ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະ ທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະ ບານ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານການກະ ກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ ເມືອງໄຊຈໍາພອນ ແລະ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໂດຍມີ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະ ການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆ ບໍລິຄໍາໄຊ, ມີເຈົ້າເມືອງ 2 ເມືອງ, ຄະນະປະ ພັກຈໍາ, ຄະນະພັກ, ພະນັກງານ, ທະຫານ, ຕໍາຫຼວດພາຍໃນເມືອງ ໄຊຈຳພອນ ແລະ ເມືອງວຽງທອງ ຕ້ອນຮັບ ແລະ ຮ່ວມເຮັດວຽກ. ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານ ໄດ້ຮັບຟັງການລາຍງານສະພາບ ການພັດທະນາເສດຖະກິດ-ສັງ ຄົມຂອງເມືອງໃນໄລຍະທີ່ຜ່ານ ມາໂດຍສັງເຂບ, ການກະກຽມ ກອງປະຊຸມໃຫຍ່ ອົງຄະນະພັກ ເມືອງ ໄຊຈໍາພອນ ໂດຍທ່ານ ຄໍາພັດ ສຸລິຂັນ ເລຂາພັກເມືອງ, ເຈົ້າເມືອງ ໄຊຈໍາພອນ ໄດ້ລາຍ ງານໃຫ້ຮູ້ວ່າ: ເມືອງໄຊຈໍາພອນ ເປັນເມືອງຕັ້ງໃໝ່ຂອງແຂວງ ບໍລິຄໍາໄຊ ໄດ້ຮັບການສ້າງຕັ້ງ ຂຶ້ນໃນປີ 2009 ເປັນເມືອງພູດອຍ ຫ່າງຈາກ ເທດສະບານແຂວງ 300 ກິໂລແມັດ; ມີເນື້ອທີ່ທັງໝົດ 2.265 ກິໂລຕາແມັດ ປະກອບມີ 4 ກຸ່ມບ້ານ, 17 ບ້ານ, ມີ 1.980 ຄອບຄົວ ມີພົນລະເມືອງ 10.814, ຍິງ 5.140 ຄົນ. ປະຊາຊົນສ່ວນ ໃຫຍ່ເຮັດອາຊີບກະສິກໍາເປັນຕົ້ນ ເຮັດນາ, ເຮັດໄຮ່ ແລະ ລ້ຽງສັດ; ມີຊົນລະປະທານ 218 ແຫ່ງ ເພື່ອ ສະໜອງນໍ້າໃຫ້ປະຊາຊົນທໍາການ ຜະລິດ; ທົ່ວເມືອງມີຄອບຄົວ ພົ້ນທຸກ 1.925 ຄອບຄົວ ເທົ່າກັບ 81,9%, ຄອບຄົວພັດທະນາ 1.228 ຄອບຄົວ ເທົ່າກັບ 40,48%, ສໍາລັບບ້ານທີ່ຍັງ ບໍ່ພົ້ນທຸກ ປັດຈຸບັນໄດ້ຮັບການ ປະເມີນຈໍານວນ 2 ບ້ານເພື່ອຮັບຮອງເປັນບ້ານພົ້ນທຸກໃນອະນາຄົດ; ພ້ອມນັ້ນກໍໄດ້ຕັ້ງໜ້າສູ້ຊົນປະຕິບັດຕົວເລກຄາດໝາຍຈັດເກັບລາຍຮັບເຂົ້າງົບປະມານຕາມແຂວງມອບໃຫ້, ເຊິ່ງປີຜ່ານມາປະຕິບັດໄດ້ລື່ນ ແຜນ 16%. ສໍາລັບວຽກພັກ-ພະນັກງານທົ່ວເມືອງໄຊຈໍາພອນ ມີ 7 ຄະນະພັກຮາກຖານ, ມີ 38 ໜ່ວຍພັກ; ໜ່ວຍພັກສໍານັກງານ ມີ 21 ໜ່ວຍ, ໜ່ວຍພັກບ້ານມີ 17 ໜ່ວຍ; ມີສະມາຊິກພັກທັງໝົດ 649 ສະຫາຍ, ຍິງ 114 ສະຫາຍ, ໃນນີ້ສະມາຊິກພັກສໍາຮອງ 45 ສະຫາຍ, ຍິງ 9 ສະຫາຍ; ໃນ ໄລຍະຜ່ານມາໄດ້ເປີດກອງປະ ຊຸມໃຫຍ່ສໍາເລັດແລ້ວ 38 ໜ່ວຍ ແລະ ເປີດກອງປະຊຸມໃຫຍ່ຄະ ນະພັກຮາກຖານສໍາເລັດ 5 ຄະ ນະພັກຮາກຖານ, ຍັງບໍ່ໄດ້ເປີດ 2 ຄະນະພັກຮາກຖານ. ສໍາຫຼັບ ວຽກງານການກະກຽມເປີດກອງ ປະຊຸມໃຫຍ່ທົ່ວອົງຄະນະພັກເມືອງໄຊຈໍາພອນ ແມ່ນໄດ້ມີການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອະນຸກໍາມະການຕ່າງໆ 10 ອະນຸກໍາມະການ; ຜ່ານມາ ແຕ່ລະອະນຸກໍາມະການໄດ້ເຄື່ອນ ໄຫວຕາມສິດໜ້າທີ່ ແລະ ພາລະ ບົດບາດຂອງຕົນຢ່າງຕັ້ງໜ້າ ຄາດວ່າກອງປະຊຸມໃຫຍ່ອົງ ຄະນະພັກເມືອງໄຊຈໍາພອນ ຈະ ເປີດຂຶ້ນໃນເດືອນມີນາ 2020 ທີ່ຈະມາເຖິງນີ້. ສໍາລັບເມືອງວຽງທອງ ທ່ານ ວົງສີ ທອງສີອິນທິປັນຍາ ເລຂາພັກເມືອງ, ເຈົ້າເມືອງ ວຽງທອງ ໄດ້ລາຍງານໃຫ້ຮູ້ວ່າ: ເມືອງວຽງທອງ ເປັນເມືອງພູ ດອຍ ຕັ້ງຫ່າງຈາກເທດສະບານ ແຂວງ 220 ກິໂລແມັດ, ມີເນື້ອ ທີ່ທັງໝົດ 408.405 ເຮັກຕາ, ມີ 41 ບ້ານ, ມີ 5.234 ຄອບຄົວ, ມີພົນລະເມືອງ 32.772 ຄົນ ປະກອບມີ 3 ເຜົ່າໃຫຍ່ຄື: ເຜົ່າ ລາວ, ເຜົ່າມົ້ງ ແລະ ເຜົ່າພ້ອງ. ອາຊີບຕົ້ນຕໍ່ຂອງປະຊາຊົນແມ່ນ ກະສິກຳປູກຝັງ, ລ້ຽງສັດ ແລະ ຄ້າຂາຍຈໍານວນໜຶ່ງ. ລວມຍອດ ຜະລິດຕະພັນພາຍໃນ GDP ປີ 2018 ປະຕິບັດໄດ້ 265 ຕື້ ກວ່າກີບ, ສະເລ່ຍຕໍ່ຫົວຄົນ 9.108.000 ກີບ ຫຼື 1.012 ໂດລາ. ສ່ວນວຽກງານການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ທົ່ວອົງຄະນະພັກເມືອງ ຄະ ນະບໍລິຫານງານພັກເມືອງ ໄດ້ມີ ການປຶກສາຫາລືວາງແຜນໃນ ການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ອອກຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ ນຳລວມ, ອະນຸກໍາມະການຕ່າງໆ ເພື່ອກະກຽມວຽກງານແຕ່ລະ ດ້ານໃຫ້ມີຄວາມພ້ອມ ເພື່ອກະ ກຽມເປີດກອງປະຊຸມໃຫຍ່ຂັ້ນ ຂອງຕົນໃນຕົ້ນປີ 2020 ນີ້; ພາຍຫຼັງທີ່ໄດ້ຮັບຟັງການ ລາຍງານສະພາບການຕ່າງໆ ແລ້ວ ທ່ານຮອງນາຍົກລັດຖະ ມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ຄະນະພັກ-ຄະນະ ນໍາຂອງເມືອງ ຕະຫຼອດຮອດ ພໍ່ແມ່ປະຊາຊົນ ໂດຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳເມືອງ ທີ່ໄດ້ມີຄວາມ ຕັດສິນໃຈສູງໃນການຊີ້ນຳ-ນຳ ພາວຽກງານຮອບດ້ານ, ໂດຍສະ ເພາະແມ່ນຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແລະ ການກະກຽມກອງປະ ຊຸມໃຫຍ່ 3 ຂັ້ນ, ນອກຈາກນີ້ກໍ ໄດ້ເນັ້ນໃຫ້ອົງການປົກຄອງແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ນຳພາ-ຊີ້ນຳການພັດທະນາຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມກ້າວໜ້າຢ່າງເປັນຮູບປະທຳ, ໂດຍເອົາການຫັນລົງຮາກ ຖານໃກ້ຊິດຕິດແທດກັບປະຊາ ຊົນ, ນຳພາປະຊາຊົນໃນການສ້າງ ເສດຖະກິດ, ທໍາການຜະລິດຕ່າງໆ ພ້ອມທັງປຸກລະດົມ, ສຶກສາອົບ ຮົມເຂົາເຈົ້າໃນການເຂົ້າຮ່ວມ ຂະບວນການຕ່າງໆ ຂອງເມືອງ, ຂອງບ້ານ ລວມທັງເຂົ້າຮ່ວມ ຂະບວນການແກ້ໄຂບັນຫາຕ່າງໆ ຂອງເມືອງເປັນຕົ້ນຕໍ; ສືບຕໍ່ປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມຕາມແຜນປີ 2019 ຕິດ ພັນກັບວຽກງານແກ້ໄຂຄວາມ ທຸກຍາກ, ບັນດາຄາດໝາຍທີ່ ກອງປະຊຸມໃຫຍ່ ຂອງອົງຄະນະ ພັກແຕ່ລະເມືອງເຊັ່ນ: ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ການລົງທຶນ, ການຜະ ລິດເປັນສິນຄ້າ, ການປູກ-ການ ລ້ຽງ, ວຽກງານສຶກສາ, ສາທາ ລະນະສຸກ ແລະ ອື່ນໆ; ຕໍ່ກັບການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກແມ່ນມີສາມວຽກໃຫຍ່ ຄື: ວຽກງານຊຸກຍູ້ຂະບວນການ ແມ່ນໃຫ້ ຕິດພັນກັບຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍສະເພາະແມ່ນການແຂ່ງຂັນ ລົບລ້າງຄວາມທຸກຍາກຂອງປະ ຊາຊົນ, ສໍາລັບອົງການລັດແມ່ນ ສ້າງຂະບວນການປະຕິບັດລະ ບຽບ ກົດໝາຍ, ການແຂ່ງຂັນກັນ ປະຕິບັດໜ້າທີ່ວິຊາສະເພາະ ແລະ ຄາດໝາຍສູ້ຊົນ; ດ້ານ ເນື້ອໃນຕ້ອງກະກຽມບົດລາຍ ງານການເມືອງ, ແຜນພັດທະ ນາເສດຖະກິດ-ສັງຄົມ, ບົດສຳ ຫຼວດການນຳພາລວມຂອງຄະ ນະພັກຕ້ອງຕີລາຄາໃຫ້ຖືກຕ້ອງ ແລະ ວາງທິດທາງຕໍ່ໜ້າໃຫ້ ແທດເໝາະຕົວຈິງຂອງເມືອງ; ການກະກຽມບຸກຄະລາກອນ ຕ້ອງໄດ້ມີການດຳເນີນຊີວິດການ ເມືອງ ສຳຫຼວດກວດກາສະມາ ຊິກພັກໃຫ້ເລິກເຊິ່ງຕິດພັນກັບ ຄວາມຮັບຜິດຊອບຂອງສະມາ ຊິກພັກແຕ່ລະສະຫາຍ. ໂອກາດດຽວກັນນີ້, ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ມອບ ຄອມພິວເຕີໃຫ້ເມືອງໆລະ 2 ຊຸດ, ເງິນສົດ ເມືອງໆລະ 20 ລ້ານກີບ ແລະ ເຄື່ອງນຸ່ງຫົ່ມຈໍານວນໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ