ກອງພັນໃຫຍ່ 619 ສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ປີ 2026
ເວລາອອກຂ່າວ: 2026-10-12 09:03:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026 ນີ້, ກອງພັນໃຫຍ່ 619 ໄດ້ສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ລອນທອງ ສິງລືໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 619, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ ແລະ ກອງຮ້ອຍ ເຂົ້າຮ່ວມ.
ໃນກອງປະຊຸມ ແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ໃນໄລຍະ 3 ເດືອນຜ່ານມາ ແລະ ວາງທິດທາງແຜນການ ໃນ 3 ເດືອນຕໍ່ໜ້າ, ເຊິ່ງຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າທຸກຂົງເຂດວຽກງານຂອງຕົນ ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມສະຫງົບ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ ແລະ ເຮັດສຳເລັດໜ້າທີ່ ຕາມການມອບໝາຍ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມມູນເຊື້ອໃນຂອບເຂດບ້ານທີ່ກົມກອງຕັ້ງທັບ ແລະ ປະສານສົມທົບກັບກຳລັງທ້ອງຖິ່ນ ເພື່ອກຳແໜ້ນສະພາບ ແລະ ສ່ອງແສງລາຍງານເປັນປົກກະຕິ, ເຄື່ອນໄຫວສາລະເວໄລຍະສັ້ນ-ໄລຍະຍາວ ຕາມຈຸດຍຸດທະສາດ ໃນຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບປອດໄພ 100%.
ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ີນຳ ຈາກສະຫາຍ ປະທານ ຕື່ມອີກ.
ໂດຍ: ພອນປະເສີດ ໂຂງພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















