ສປ ຈີນ ມຸ່ງໝັ້ນສ້າງຄວາມເຂັ້ມແຂງດ້ານເສດຖະກິດດ້ວຍການປະດິດສ້າງ
ເວລາອອກຂ່າວ: 2026-10-12 09:40:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ: ![]()
ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະ ເທດຈີນ ໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ, ເມື່ອ ວັນທີ 30 ກັນຍາ 2026, ໂດຍຍົກໃຫ້ເຫັນວ່າ: “ຕ້ອງຊຸກຍູ້ເສດຖະກິດໃຫ້ພັດທະນາໄປສູ່ການຂັບເຄື່ອນດ້ວຍການປະດິດສ້າງ, ມີໂຄງສ້າງເສດຖະກິດທີ່ປັບປຸງໃຫ້ດີຂຶ້ນ ແລະ ພັດທະນາໄປສູ່ທິດທາງທີ່ດີ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ພະຍາຍາມສູ້ຊົນເຮັດສຳເລັດໜ້າທີ່ເປົ້າໝາຍໝົດປີ ເພື່ອບັນລຸສະພາບການເລີ່ມຕົ້ນທີ່ດີແຫ່ງການປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15”.
ການຊຸກຍູ້ຂະບວນການຄວາມທັນສະໄໝແບບຈີນ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີເປັນເສັ້ນທາງທີ່ຕ້ອງເດີນຜ່ານ. ໃນປີ 2026 ເຊິ່ງເປັນປີເລີ່ມຕົ້ນປະຕິບັດແຜນການ 5 ປີ ຄັ້ງທີ 15, ທຸກຂະແໜງການປາກົດມີກະແສຟອງການປະດິດສ້າງຢ່າງບໍ່ຢຸດຢັ້ງ, ເຊິ່ງສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງເສດຖະກິດພັດທະນາຢ່າງມີຄຸນນະພາບສູງ.
1, ອຸດສາຫະກຳດັ້ງເດີມມີການປັບປຸງໃໝ່ຍົກລະດັບສູງຂຶ້ນ. ອຸດສາຫະກຳດັ້ງເດີມຂອງຈີນກວມອຸດສາຫະກຳການຜະລິດຫຼາຍກວ່າ 80%, ເປັນພື້ນຖານຂອງລະບົບອຸດສາຫະກຳທັນສະໄໝ.
ຈີນໄດ້ກຳແໜ້ນຄວາມຕ້ອງ ການຂອງຕະຫຼາດ, ເພີ່ມທະວີ ການປະດິດສ້າງດ້ານວິທະຍາ ສາດເຕັກໂນໂລຊີ, ອຸດສາຫະກຳດັ້ງເດີມໄດ້ເກີດມີພະລັງຊີວິດຊີວາອັນໃໝ່ຢ່າງຕໍ່ເນື່ອງ. ຍົກເອົາອຸດສາຫະກຳການຜະລິດເຮືອເປັນຕົວຢ່າງ: ຫົກເດືອນຕົ້ນປີນີ້, ອຸດສາຫະກຳການຜະລິດເຮືອຂອງຈີນໄດ້ສ້າງສະຖິຕິໃໝ່ເປັນປະຫວັດສາດໃນດ້ານ 3 ຕົວຊີ້ວັດຫຼັກຄື ປະລິມານການຜະລິດ, ປະລິມານໃບສັ່ງຊື້ໃໝ່ ແລະ ປະລິມານໃບສັ່ງຊື້ທີ່ມີຢູ່ແລ້ວ, ເຊິ່ງສືບຕໍ່ນຳໜ້າໃນຕະ ຫຼາດໂລກ. ຈາກການຜະລິດກ່ຳປັ່ນສິນຄ້າພຽງຢ່າງດຽວກ້າວໄປສູ່ກຸ່ມອຸດສາຫະກຳກ່ຳປັ່ນລະດັບສູງທີ່ມີຄວາມຫຼາກຫຼາຍ, ອຸດສາຫະກຳການຜະລິດເຮືອຂອງຈີນກຳລັງເປີດຂະບວນການໃໝ່ແຫ່ງການມຸ່ງໜ້າສູ່ການບັນລຸເປົ້າໝາຍຢ່າງອາດຫານ.
ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດຈີນໄດ້ກວມເອົາເກືອບ 30% ຂອງທົ່ວໂລກ, ຄອງອັນດັບ 1 ຂອງໂລກຢ່າງໝັ້ນທ່ຽງເປັນເວລາ 16 ປີລຽນຕິດ; ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງເຂດພັດທະນາອຸດສາຫະກຳເຕັກນິກຂັ້ນສູງແຫ່ງຊາດ 179 ແຫ່ງບັນລຸຫຼາຍກວ່າ 20.000 ຕື້ຢວນ, ກຳລັງການແຂ່ງຂັນໃນສາກົນຂອງກຸ່ມອຸດສາຫະກຳການຜະລິດທັນສະໄໝແຫ່ງຊາດ 80 ແຫ່ງ ໄດ້ຍົກສູງຂຶ້ນຢ່າງຕໍ່ເນື່ອງິ່ຂີດຄວາມສາມາດການຜະລິດທີ່ກ້າວກະໂດດຂຶ້ນຢ່າງບໍ່ຢຸດຢັ້ງ ໄດ້ສະທ້ອນໃຫ້ເຫັນເຖິງຈີນໃນຖານະເປັນປະເທດໃຫຍ່ກຳລັງຢວ່າງບາດກ້າວອັນເດັດດ່ຽວຢ່າງບໍ່ລົດລະ ໄປສູ່ການເພິ່ງຕົນແອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງດ້ານເຕັກໂນໂລຊີສຳຄັນຕົ້ນຕໍ.
2, ອຸດສາຫະກຳຈະເລີນໃໝ່ພັດທະນາຢ່າງຟົດຟື້ນ. ອຸດສາ ຫະກຳຈະເລີນໃໝ່ເປັນຂໍກຸນແຈສຳຄັນ ເພື່ອເລັ່ງສ້າງກຳລັງການຜະລິດໃນຄຸນນະພາບໃໝ່, ເປັນສິ່ງຄ້ຳຊູອັນສຳຄັນໃນການຊຸກຍູ້ການຫັນປ່ຽນ ແລະຍົກລະດັບເສດຖະກິດ.
ເດືອນກໍລະກົດ ປີນີ້, ຈະຫຼວດສົ່ງຍານ “ສາງເຈີ່ງ 10 B” ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໃນການປະຕິບັດພາລະກິດເກັບຄືນທ່ອນຈະຫຼວດຫຼັງຈາກຍິງສົ່ງດາວທຽມຂຶ້ນສູ່ອະວະກາດເປັນຄັ້ງທຳອິດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ: ເຕັກໂນໂລຊີການນຳໃຊ້ຈະຫຼວດຫຼາຍເທື່ອຂອງຈີນ ໄດ້ຮັບການບຸກທະລຸທີ່ສຳຄັນຍິ່ງ; ຫົກເດືອນຕົ້ນປີນີ້, ປະລິມານການຜະລິດຫຸ່ນຍົນອຸດສາຫະກຳໄດ້ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຢາປະດິດສ້າງໃໝ່, ພືດກະສິກຳສາຍພັນໃໝ່ ແລະ ໝາກຜົນດ້ານວິທະຍາສາດເຕັກໂນໂລຊີຈຳນວນໜຶ່ງ ໄດ້ນຳເອົາຜົນປະໂຫຍດມາສູ່ປະຊາຊົນຈຳນວນຫຼວງຫຼາຍຢ່າງທົ່ວເຖິງອຸດສາຫະກຳເສົາຄ້ຳທີ່ຈະເລີນໃໝ່ຂອງຈີນໄດ້ພັດທະນາຢ່າງຟົດຟື້ນ, ເພີ່ມແຮງຂັບເຄື່ອນໃໝ່ອັນເຂັ້ມແຂງເຂົ້າໃນການກໍ່ສ້າງລະບົບອຸດສາຫະກຳທັນສະໄໝ.
3, ວາງແຜນລ່ວງໜ້າຂອງອຸດສາຫະກຳລ້ຳຍຸກ. ແຜນພັດ ທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ວາງແຜນຢ່າງເປັນລະບົບກ່ຽວກັບການພັດທະນາອຸດສາຫະກຳລ້ຳຍຸກ, ກຳນົດຢ່າງຈະແຈ້ງໃຫ້ເລັງໃສ່ນຳພາການພັດທະນາຂົງເຂດຈຸດສຸມໃນອະນາຄົດ, ກໍ່ສ້າງລະບົບບົ່ມເພາະສ້າງຕ່ອງໂສ້ອຸດສາຫະກຳລ້ຳຍຸກແບບຄົບວົງຈອນ, ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີຄວັນຕຳ (quantum technology) ອຸດສາຫະກຳການຜະລິດຊີວະພາບ, ພະລັງງານໄຮໂດຣເຈນ ແລະ ພະລັງງານປະຕິກິລິຍາລວມຕົວ, ເຕັກໂນໂລຊີການເຊື່ອມຕໍ່ສະໝອງມະນຸດກັບຄອມພິວເຕີ, ປັນຍາປະດິດປະສານກາຍະພາບ, ເຕັກນິກການສື່ສານເຄື່ອນທີ່ລຸ້ນທີ 6 ແລະ ອື່ນໆໃຫ້ກາຍເປັນຈຸດເຕີບໂຕໃໝ່ດ້ານເສດຖະກິດ.
ປະລິມານການດາວໂຫຼດແບບຈຳລອງປັນຍາປະດິດແບບເປີດ ທີ່ຈີນຜະລິດ ເປັນອັນດັບໜຶ່ງຂອງໂລກ; ມູນຄ່າອຸດສາຫະກຳແກນກາງດ້ານປັນຍາປະດິດບັນລຸ 1.200 ຕື້ຢວນ, ກຳລັງຕົວຈິງສັງລວມດ້ານປັນຍາປະດິດໄດ້ເຂົ້າສູ່ແຖວໜ້າຂອງໂລກິ່ການພັດທະນາອຸດສາຫະກຳລ້ຳຍຸກ ໄດ້ຮັບການບຸກທະລຸໃໝ່ຢ່າງບໍ່ຢຸດຢັ້ງ, ຈະກະຕຸ້ນແຫຼ່ງພະລັງແຮງຂັບເຄື່ອນການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ ໃຫ້ເກີດມີຊີວິດຊີວາຕື່ມອີກ ເພື່ອສ້າງຕົວຂັບເຄື່ອນທີ່ເຂັ້ມແຂງອັນໃໝ່ຫຼາຍກວ່າເກົ່າ ເພື່ອຊຸກຍູ້ການສ້າງສາຄວາມທັນສະໄໝແບບຈີນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















