ເຝິກຊ້ອມໃຫຍ່ ກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ II
ເວລາອອກຂ່າວ: 2026-10-12 15:26:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ: ![]()
ວັນທີ 9 ຕຸລາ 2026 ນີ້, ທີ່ ສູນເຝິກຊ້ອມກອງພົນນ້ອຍຊ່າງແສງຂ້າມຜ່ານ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດການເຝິກຊ້ອມໃຫຍ່ ກອບກູ້ໄພພິບັດຮ່ວມ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ II, ໂດຍມີ ສະຫາຍ ພົນໂທ ຫວງຽນ ເຈືອງ ທັ່ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີ ຄະນະຊີ້ນຳກອບກູ້ ຈາກກອງທັບປະຊາຊົນລາວ, ຄະນະຊີ້ນຳ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ມີ ຫົວໜ້າຄະນະຜູ້ແທນ, ຄະນະບັນຊາການເຝິກຊ້ອມ ພ້ອມກໍາລັງກອບກູ້ຈາກ 3 ກອງທັບ ເຂົ້າຮ່ວມ.
ການເຝິກຊ້ອມໃນຄັ້ງນີ້ ເພື່ອເປັນການກວດກາຄືນຄວາມພ້ອມດ້ານກໍາລັງພົນ, ພາຫະນະ, ອຸປະກອນ, ແຜນການປະສານງານ ແລະ ເຕັກນິກ-ວິທີການຕົວຈິງ ໃຫ້ມີຄວາມພ້ອມຮອບດ້ານເຂົ້າໃນການຊ້ອມໃຫຍ່ຄັ້ງສຸດທ້າຍ. ພ້ອມນັ້ນ, ຍັງເປັນການຍົກລະດັບຂີດຮູ້, ຄວາມສາມາດ, ທັກສະການຊອກຫາ-ກອບກູ້, ການປະຖົມພະຍາບານສຸກເສີນ ແລະ ເສີມສ້າງຄວາມສາມັກຄີ, ການປະສານງານຢ່າງກົມກຽວ ລະຫວ່າງ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ມີຄວາມຊຳນານງານ ແລະ ແທດເໝາະກັບສະພາບຄວາມເປັນຈິງ.
ໂດຍ: ໄກ່ນ໋ອດ ເລັດນະຄອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















