ຄະນະພັກໂຮງໝໍ 103 ສຳເລັດກອງປະຊຸມໃຫຍ່ຄັ້ງທີ 1
ເວລາອອກຂ່າວ: 2018-11-26 09:15:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2152 | ຄວາມນິຍົມ: ![]()
ກອງປະຊຸມໃຫ່ຍຄັ້ງທີ 1 ຂອງຄະນະພັກໂຮງໝໍ 103 ໄດ້ ໄຂຂຶ້ນຢ່າງເປັນທາງການໃນ ຕອນເຊົ້າຂອງວັນທີ 23 ພະຈິກ 2018, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄຳ ພົມມະ ກອນ ກຳມະການຄະນະປະຈຳ ພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກຫົວໜ້າກົມໃຫ່ຍ ພະລາທິການກອງທັບ. ມີບັນດາ ແຂກຖືກເຊີນຂອງບັນດາກົມ ກອງອ້ອມຂ້າງ ແລະ ສະມາຊິກ ພັກຈາກໜ່ວຍພັກທີ່ຂຶ້ນກັບເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມສະຫາຍພັນ ເອກ ດຣ ຄໍາແພງ ພູມມາແກ້ວ ເລຂາຄະນະພັກ ຫົວໜ້າການ ເມືອງໂຮງໝໍ 103 ໄດ້ຂຶ້ນຜ່ານ ບົດລາຍງານການເມືອງ. ທັງ ສອງພາກໂດຍຊີ້ອອກວ່າ: ຄະ ນະພັກຮາກຖານໂຮງໝໍ 103 ປະກອບມີຄະນະພັກ 7 ສະຫາຍ, ມີ 5 ຄະນະພັກຮາກຖານ, ມີ 3 ໜ່ວຍພັກເອກະລາດ ແລະ ມີ 43 ໜ່ວຍພັກທີ່ຂຶ້ນກັບຄະ ນະພັກຮາກຖານ ເຊິ່ງລວມທັງ ໝົດເປັນ 46 ໜ່ວຍພັກ. ທາງ ດ້ານວິຊາສະເພາະການປິ່ນປົວ ປັດຈຸບັນໂຮງໝໍ 103 ມີແພດ ຊັ້ນຕົ້ນທັງໝົດ 223 ສະຫາຍ,ຊັ້ນກາງ 362 ສະຫາຍ, ຊັ້ນສູງ 152 ສະຫາຍ, ປະລິນຍາຕີ 225 ສະຫາຍ, ປະລິນຍາໂທ 23 ສະຫາຍ, ຊ່ຽວຊານຂັ້ນ 1 ມີ 25 ສະຫາຍ, ປະລິນຍາເອກ 2 ສະຫາຍ ແລະ ບໍ່ມີວິຊາສະເພາະ 25 ສະຫາຍ ແລະ ມີຈໍານວນ ພະແນກການທັງໝົດ 71 ພະ ແນກ ແລະ 5 ຫ້ອງການ. ດ້ານ ການປິ່ນປົວ ໃນປີຜ່ານມາມີຄົນ ເຈັບມາກວດພະຍາດທັງໝົດ 240.669 ເທື່ອຄົນ, ເຂົ້ານອນ ໂຮງໝໍ 51.409 ຄົນ, ນອກ ຈາກປິ່ນປົວພະນັກງານ-ນັກຮົບ ແລ້ວໂຮງໝໍ 103 ຍັງໄດ້ປິ່ນ ປົວຕຳຫຼວດ 233 ຄົນ, ພົນລະ ເຮືອນ 1.751 ຄົນ ແລະ ປະຊາ ຊົນ 17.729 ຄົນ.
ໄປຄຽງຄູ່ກັບດ້ານວິຊາສະ ເພາະການປິ່ນປົວໄລະຍະຜ່ານ ມາຄະນະພັກພວກເຮົາໄດ້ຊີ້ນໍາ ການປູກຝັງ-ລ້ຽງສັດ ເຊິ່ງປັດ ຈຸບັນໄດ້ມີສູນຜະລິດແບບຄົວ ເຮືອນໂດຍການລຽ້ງໝູ, ລຽ້ງ ໄກ່, ລຽ້ງນົກກະທາ ແລະ ລຽ້ງ ປາຂາຍແກ້ໄຂໃນລາຄາຕໍ່າ ໃຫ້ພະນັກງານ ເຊິ່ງຂາຍໄດ້ທັງ ໝົດ 222.542.000 ກວ່າກີບ, ໃນນີ້ມີຜົນກຳໄລ 70.434.000 ກີບ.
ໂອກາດນີ້ຜູ້ຕາງໜ້າໜ່ວຍພັກ ແຕ່ລະໜ່ວຍໄດ້ຂຶ້ນປະກອບຄຳ ເຫັນໃສ່ບົດລາຍງານການເມືອງ, ໃນນີ້ແຕ່ລະສະຫາຍໄດ້ຍົກບັນ ຫາການປິ່ນປົວວິຊາສະເພາະ ເປັນຫັຼກ ແລະ ຍົກໃຫ້ເຫັນບັນຫາ ທີ່ຈະແກ້ໃນຕໍ່ໜ້າເພື່ອຮັບປະກັນ ໃນການປິ່ນປົວເບິ່ງແຍງຜູ້ບາດ ເຈັບ ແລະ ເຈັບປວ່ຍໃຫ້ໄດ້ຮັບ ຜົນສູງຂຶ້ນກວ່າເກົ່າ.
ຈາກນັ້ນກອງປະຊຸມໄດ້ປ່ອນ ບັດຄັດເລືອກເອົາຄະນະພັກຊຸດ ໃໝ່, ກອງປະຊຸມຄັ້ງປະຖົມມະ ລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ພັນເອກ ດຣ ຄໍາແພງ ພູມມາແກ້ວ ເປັນເລຂາຄະນະ ພັກ, ສະຫາຍ ດຣ ພັນເອກ ສຸລິ ພັນ ເພັດຈັນທະລາ ເປັນຮອງ ເລຂາຄະນະພັກອີກ 7 ສະຫາຍ ເປັນກຳມະການ.
ໃນຕອນທ້າຍຂອງກອງປະ ຊຸມ ສະຫາຍ ພົນຕີ ວົງຄຳ ພົມ ມະກອນ ໄດ້ເນັ້ນໜັກໃຫ້ຄະນະ ພັກຊຸດໃໝ່ຈົ່ງເອົາໃຈໃສ່ຊີ້ນຳພະ ນັກງານສະມາຊິກພັກ ແລະ ນັກ ຮົບສຸມໃສ່ວິຊາສະເພາະເປັນຫັຼກ, ຮັບປະກັນໃນການປິ່ນປົວໃຫ້ສົມ ກັບໂຮງໝໍແຫ່ງທຳອິດຂອງ ກອງທັບ, ສົມເປັນທີ່ເພິ່ງຂອງຜູ້ ບາດເຈັບ ແລະ ເຈັບປ່ວຍ ແລະ ພັດທະນາວິຊາສະເພາະແພດໃຫ້ ມີເຕັກນິກທັນສະໄໝທຽບເທົ່າ ກັບສາກົນໃນຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















