ກອງພັນໃຫຍ່ 643 ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2026-10-14 09:19:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026, ກອງພັນໃຫຍ່ 643 ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ພະ ນັກງານບຳນານ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ອູ່ນຄຳ ນັນທະວົງ ຫົວໜ້າການ ເມືອງກອງພັນໃຫຍ່ 643, ມີຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນແສງ ຈິດບົວລະພາ ຫົວໜ້າຂະແໜງພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ, ເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນທະຫານທີ່ໄດ້ປະ ກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ, ປັບປຸງກໍ່ສ້າງກົມກອງ ກໍຄືການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນໄລຍະຜ່ານມາ, ການມອບເງິນນະໂຍບາຍອຸດໜູນໃນຄັ້ງນີ້, ມີ 1 ສະຫາຍ, ເປັນຈຳນວນເງິນ 34.884.000 ກີບ.
ໂດຍ: ພູວອນ ໄຊຍະແສງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















