ກອງປະຊຸມຄົບຄະນະພັກຮາກຖານ ກອງພັນ 411
ເວລາອອກຂ່າວ: 2026-10-14 09:27:36 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ: ![]()
ໃນວັນທີ 8 ຕຸລາ 2026 ນີ້, ຄະນະພັກຮາກຖານ ກອງພັນ 411 ທະຫານແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 7 ສະໄໝທີ 7, ໂດຍການເປັນປະທານຂອງສະ ຫາຍ ພັນໂທ ສີອຳພອນ ມະນີວົງ
ເລຂາຄະນະພັກຮາກຖານ ຫົວ ໜ້າການເມືອງ ກອງພັນ 411 ທະຫານແຂວງໄຊຍະບູລີ ມີຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.
ສະຫາຍ ພັນຕີ ຄຳພາດ ວົງດາລັກ ຮອງການເມືອງ ກອງພັນ 411 ທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາວຽກງານຮອບດ້ານປະຈຳໄຕມາດ 3 ແລະ ທິດທາງແຜນການຕໍ່ໜ້າ. ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນຢ່າງຮອບດ້ານ ສາມາດເຮັດໃຫ້ສະພາບໃນຂອບເຂດຮັບຜິດຊອບມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາ. ນອກນີ້, ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະ ມາຊິກພັກ-ນັກຮົບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໄດ້ເປັນຢ່າງດີ, ໄດ້ຈັດຕັ້ງລົງຮາກຖານການເມືອງພັດທະນາຊົນນະບົດຢ່າງຮອບດ້ານຕາມມູນເຊື້ອຂອງກອງທັບ, ຈັດຕັ້ງກຳລັງອອກເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບເປັນປົກກະຕິ, ຊີ້ນຳ ກົມກອງຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບໃຫ້ເຂັ້ມງວດ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມ
ໜັກ ແໜ້ນທາງດ້ານການເມືອງ ແລະ ເຂັ້ມແຂງທາງດ້ານການ ຈັດຕັ້ງ, ດ້ານວຽກງານພະລາ ທິການ-ເຕັກນິກ, ໄດ້ຮັບການປັບປຸງດີຂຶ້ນ ແລະ ຍັງໄດ້ຊຸກຍູ້ກົມກອງບ່ອນທີ່ມີເງື່ອນໄຂໃນການຜະລິດ. ຜ່ານມາພະນັກງານ-ນັກຮົບໄດ້ປູກຝັງ-ລ້ຽງສັດຕາມທ່າແຮງບົ່ມຊ້ອນຂອງກົມກອງຄື: ປູກພືດຜັກຕາມລະດູການໄດ້ 682 ກິໂລ, ລ້ຽງງົວ 20 ໂຕ, ລ້ຽງແບ້ 12 ໂຕ, ລ້ຽງໝູ 8 ໂຕ ແລະ ລ້ຽງສັດປີກ 3.655 ໂຕ. ພ້ອມດຽວກັນນີ້, ໃນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ຄົ້ນຄວ້າເອກະພາບບັນດາວຽກງານທີ່ຈະຕ້ອງປະຕິບັດໃນຕໍ່ໜ້າ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















