ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງ​ບັນນາທິການ​ໜັງສື​ພິມ​ກອງທັບ ​ສະຫຼຸບ​ວຽກ​ງານ​ຮອບດ້ານ ​ປະຈຳ​ໄຕມາດ​ທີ lll ປີ 2026
ເວລາອອກຂ່າວ: 2026-10-14 09:31:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:



ວັນ​ທີ 13 ຕຸລາ 2026 ນີ້, ກອງ​ບັນນາທິການ​ໜັງສືພິມ​ກອງທັບ​ໄດ້​ຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ​ໄຕ້​ມາດ​ທີ lll ແລະ ​ວາງ​ທິດ​ທາງ​ແຜນການ​ປະ​ຕຳ​ໄຕ້​ມາດ​ທີ lV,ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ວັນ​ເຮືອງ ສີວິໄລ ຫົວໜ້າ ກອງບັນນາທິການ ໜັງສືພິມ​ກອງທັບ​, ມີຄະນະ​ພັກ-ຄະນະ​ບັນນາທິການ, ພະແນກການ ພ້ອມ ດ້ວຍ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ອາ​ໄພ ອະໄພ​ຍະ​ວົງ ຮອງ​ຫົວໜ້າ​ກອງ​ບັນນາທິການ​ໜັງສືພິມ​ກອງທັບ ໄດ້​ຜ່ານ​ບົດ​ວຽກ​ງານ​ຮອບດ້ານ​ປະຈຳ​ໄຕ້​ມາດ​ທີ lll ແລະ ທິດ​ທາງ​ແຜນການ​ປະຈຳ​ໄຕ້​ມາດ​ທີ lV ຜ່ານ​ມາ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ພາຍ​ໃນ​ກົມ​ກອງ​, ສຶກ​ສາ​ອົບຮົມ​ໃຫ້​ມີ​ສະຕິ​ລະວັງ​ຕົວ ປ້ອງ​ກັນ​ບໍ່​ໃຫ້​ເຄື່ອນ​ໄຫວ​ເຮັດ​ຜິດ​ລະບຽບ​ກົດໝາຍ​ຂອງ​ລັດ, ລະບຽບ​ວິໄນ​ຂອງ​ກອງທັບ. ວຽກ​ງານ​ວິຊາ​ສະເພາະ ສຸມ​ໃສ່​ການ​ໂຄສະນາ​ໃຫ້​ແກ່​ຂະ​ບວນ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຄັ້ງ​ທີ VI ຂອງ​ຄະນະ​ພັກ​ກົມໃຫຍ່​ການເມືອງ​ກອງທັບ, ເຜີຍແຜ່​ບົດ​ໂອ້​ລົມ​ຂອງ​ປະທານ​ປະເທດ​ຕໍ່​ຜົນສຳເລັດ​ກອງ​ປະຊຸມ​ວຽກ​ງານ​ສື່​ມວນ​ຊົນ​ ຄັ້ງ​ທີ I. ກົດໝາຍ​ສື່​ມວນ​ຊົນ​ເຜີຍແຜ່​ກົດ​ລະບຽບ​ຂອງ​ພັກ, ຄຳ​ແນະ​ນຳ​ໃນ​ການຈັດຕັ້ງ ກົດ​ລະບຽບ​ຂອງ​ພັກ​ສະໄໝ​ທີ XII ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ​ຂອງ​ພັກ​ໃນ​ປີ 2026 ຕິດ​ພັນ​ກັບ​ການ​ສ້າງ​ຂະ​ບວນ​ການ​ປັບປຸງ​ກຳ​ສ້າງ​ກົມ​ກອງ. ການເຝິກແອບ​ຮ່ຳ ຮຽນ​ກຽມພ້ອມ​ສູ້​ຮົບ, ການ​ສ້າງ​ພະລາທິການ​ກັບ​ທີ່, ການ​ສ້າງ​ເສດຖະກິດ​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ ແລະ ການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ ໄດ້​ຈັດ​ຕັ້ງ​ຈຸ​ປະຈຳການ​ເຮັດ​ຫນັງສືພິມ ໂດຍ​ຜັດປ່ຽນ​ໝູນວຽນ​ກັນ​ແຕລະວັນ​ລວມ​ມີ 6 ຈຸ​ໃນ​ໄຕ​ມາດ​ທີ 3 ປີ 2026 ນີ້​. ການຈຳຫນ່າຍ​ຫນັງສືພິມ​ເຈ້ຍ​ລາຍ​ວັນ​ເປັນ​ປົກກະຕິ​ທັງ​ເຂດ​ພາກ​ເຫນືອ, ພາກ​ກາງ ແລະ ພາກ​ໃຕ້​ໂດຍ ມອບ​ໃຫ້​ບໍລິສັດ​ຂົນສົ່ງ ມີ​ໄຊ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການແຈກຢາຍ, ສຳລັບ​ການ​ຜະລິດ​ໜັງສືພິມ​ລາຍ​ວັນ 65 ເທື່ອ​ຈຳນວນ 37.700 ສະບັບ, ໄດ້​ລົງ​ເຄື່ອນ​ໄຫວ​ເກັບ​ກຳ​ຂ່າວ, ເຮັດ​ວຽກ​ວິຊາ​ສະເພາະ​ເປັນ​ປົກກະຕິ, ໂດຍ​ໄດ້​ລົງ​ຂ່າວ 1.488 ຂ່າວ, ຂ່າວ​ຕ່າງປະເທດ, ຂ່າວ​ວິ​ທະ ຍາ​ສາດ-ເຕັກນິກ, ຂ່າວ​ການ​ຈຳ​ນ່າຍ 316 ຂ່າວ, ຂຽນ​ບົດ​ຕ່າງໆ 396 ບົດ, ກວດແກ້​ຂ່າວ​ໄດ້ 1.255 ຂ່າວ, ກວດແກ້​ບົດ​ໄດ້ 316 ບົດ, ຮູບ​ພາບ 1.764 ຮູບ. ໄດ້​ຈັດ​ຕັ້ງ​ການ​ອັບ​ເດດ​ເວັບ​ໄຊ​ຫນັງສືພິມ​ເອ​ເລັກ​ໂຕ​ນິກ​ພາສາ​ລາວ ແລະ ພາສາ​ອັງກິດ​ເປັນ​ປົກກ​​ະ​ຕິ. ໃນ​ນີ້, ​ມີ​ຜູ້ເຂົ້າ​ເບິ່ງ 9.605.160 ກວ່າ​ຄົນ​ຈາກ 90 ກວ່າ​ປະເທດ​ໃນ​ທົ່ວ​ໂລກ ເຊິ່ງ​ໄລຍະ​ໄຕ​ມາດ ທີ 3 ປີ 2026 ແມ່ນ​ມີ​ຜູ້ ຕິດຕາມ ແລະ ເຂົ້າ​ຊົມ​ເພີ່ມ​ຂຶ້ນ. ນອກຈາກ​ນັ້ນ, ຍັງ​ໄດ້​ນຳ​ສະເໜີ​ຂໍ້​ມູນ​ຂ່າວສານ​ຜ່ານ​ເພດ​ເຟດ​ບຸກ​ໜັງສືພິມ​ກອງທັບ​ປະຈຳ​ໄຕ​ມາດ​ທີ່ 3 ຈຳນວນ 1.872 ຂ່າວ ເພື່ອ​ເປັນ​ອີກ​ຊ່ອງ​ທາງ​ໜຶ່ງ​ໃນ​ການ​ນຳ​ສະເໜີ​ຂໍ້​ມູນ​ຂ່າວສານ​ເພື່ອ​ໃຫ້​ເຂົ້າ​ເຖິງ​ຜູ້​ຊົມ ຜູ້​ອ່ານ​ໃຫ້​ສະດວກ ແລະ ວ່ອງໄວ​ທັນ​ຕໍ່​ສະພາບ​ການ. ໄດ້​ເລັ່ງ​ໃສ່​ໃນ​ການ​ປັບປຸງ​ເນື້ອ​ໃນ​ຂ່າວ​ໃນ​ແຟນ​ເພດ​ເຟດ​ບຸກ​ໃຫ້​ມີ​ເນື້ອ​ໃນ​ກະທັດ​ຫັດ​ຫຼາກ​ຫຼາຍ​ສີສັນ​ຮູບ ແບບ​ເພື່ອ​ດຶງ​ດູດ​ຜູ້​ຊົມ​ຜູ້​ອ່ານ ແລະ ອັບ​ເດດ​ຂ່າວສານ​ໃຫ້​ວ່ອງໄວ​ຖືກຕ້ອງ​ດ້ານ​ຂໍ້​ມູນ​ຕົວ​ຈິງ. ໄດ້​ຊີ້​ນຳ​ພະ​ແນກ​ຕາ​ຫນ່າງ​ຂ່າວ ແລະ ເພື່ອນ​ຮ່ວມ​ງານ​ແນະນຳ​ບັນດາ​ຕາ​ຫນ່າງ​ຂ່າວ​ເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ຂ່າວ​ສົ່ງ​ໃຫ້​ຫນັງສືພິມ​ກອງທັບ​ພ້ອມ​ທັງ​ຈັດ​ຕັ້ງ​ຮັບ ບົດ-ຂ່າວ ຈາກ​ກົມ​ກອງ​ທ້ອງຖິ່ນ​ໄດ້ 1.224 ຂ່າວ, ບົດ 32 ບົດ, ຮູບ​ພາບ 3.636 ຮູບ. ໂດຍ: ພອນ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ