ໜ່ວຍພັກທີ II ແລະ III ຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງວຽງຈັນ ປະກາດການອະນຸມັດໃຫ້ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ
ເວລາອອກຂ່າວ: 2026-10-14 10:58:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ: ![]()
ວັນທີ 13 ຕຸລາ 2026 ນີ້, ໜ່ວຍພັກທີ II ແລະ III ຂຶ້ນກັບຄະນະພັກຮາກຖານ ຫ້ອງເສນາທິການ ກອງບັນຊາການທະຫານແຂວງວຽງຈັນ ໄດ້ປະກາດການອະນຸມັດໃຫ້ມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຂອງພັກປະຊາຊົນປະຕິວັດລາວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ກື່ທ່າວ ເພຍຫຼວງ ຮອງເລຂາຄະນະພັກຮາກຖານ ຫ້ອງເສນາທິການ, ມີບັນດາຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ບຸນຍອດ ສີວິໄລຍາ ຮອງເລຂາໜ່ວຍພັກທີ III ໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງບັນຊາການທະຫານແຂວງ ວ່າດ້ວຍການອະນຸມັດໃຫ້ມະຫາຊົນຜູ້ກ້າວໜ້າ ຈຳນວນ 08 ສະຫາຍ ໃນນີ້, ສັງກັດຢູ່ໜ່ວຍພັກທີ II ຈຳນວນ 6 ສະຫາຍ ແລະ ໜ່ວຍພັກທີ III ຈຳນວນ 2 ສະຫາຍ ເຂົ້າເປັນສະມາຊິກພັກສຳຮອງ ຕາມມາດຖານ, ເງື່ອນໄຂ ແລະ ລະບຽບຫຼັກການຂອງພັກ.
ໂອກາດນີ້, ສະຫາຍ ພັນເອກ ກື່ທ່າວ ເພຍຫຼວງ ໄດ້ລົມເນັ້ນໜັກຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ສາຍຄຳ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















