ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ພິຈາລະນາຮ່າງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ
ເວລາອອກຂ່າວ: 2026-10-14 11:25:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລາ 2026 ນີ້, ສະຫາຍ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ນຳສະເໜີ ຮ່າງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປັບປຸງ. ຫຼັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ເຊິ່ງໂດຍລວມແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ຕັດອອກ, ຕື່ມໃສ່ ບາງຄຳສັບ, ບາງເນື້ອໃນ ທີ່ເຫັນວ່າ ຍັງບໍ່ທັນສອດຄ່ອງ ຢູ່ບາງໝວດ, ບາງມາດຕາ. ທັງນີ້, ເພື່ອແນໃສ່ເຮັດໃຫ້ຮ່າງກົດໝາຍສະບັບນີ້ ມີເນື້ອໃນກະທັດຮັດ, ຄົບຖ້ວນສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ສະຫາຍ ພົນໂທ ວັນທອງ ກອງມະນີ ໃຫ້ຮູ້ວ່າ: ການປັບປຸງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ໃນຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືການບູລະນະອົງການອໍານາດລັດ ໃຫ້ມີຄວາມເຂັ້ມ ແຂງ ໂດຍສະເພາະ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ມີຄວາມໜັກແໜ້ນ ແລະ ທັນສະໄໝ ເພື່ອປົກປັກຮັກສາລະບອບການເມືອງ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່ ຕາມທິດສ້າງລັດປົກຄອງດ້ວຍກົດໝາຍ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ຄ່ອງຕົວກວ່າເກົ່າ. ກົດໝາຍສະບັບນີ້, ໄດ້ຮັບການປັບປຸງ ໃນປີ 2017 ແລະ ເພື່ອເຮັດໃຫ້ກົດໝາຍສະບັບນີ້ ມີຄວາມຖືກຕ້ອງ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ສະເພາະໜ້າ ແລະ ຍາວນານ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງພາກ, ໝວດ ແລະ ມາດຕາ ຂອງກົດໝາຍ ໃຫ້ມີຄວາມສອດຄ່ອງກັບພາລະບົດບາດໜ້າທີ່ການເມືອງ ຂອງກໍາລັງປ້ອງກັນຄວາມສະຫງົບ ໃນການປັບປຸງ, ກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ. ຮ່າງກົດໝາຍ ວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ ສະບັບປີ 2017 ປະກອບມີ IX ພາກ, 6 ໝວດ ແລະ 55 ມາດຕາ, ສຳລັບ ສະບັບປັບປຸງ ໃນຄັ້ງນີ້ ປະກອບມີ X ພາກ, 8 ໝວດ ແລະ 75 ມາດຕາ. ໃນນັ້ນ, ໄດ້ເພີ່ມເຂົ້າໃໝ່ 1 ພາກ, 2 ໝວດ, 25 ມາດຕາ ແລະ ຕັດອອກ 4 ປັບປຸງ 45 ມາດຕາ, ຮັກສາເດີມ 5 ມາດຕາ. ພາຍຫຼັງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຈະເປັນການປັບປຸງແບບແຜນວິທີເຮັດວຽກ ຂອງກົມກອງເຫຼົ່າວິຊາສະເພາະ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີວິໄນເຂັ້ມງວດ, ມີຈັນຍາບັນ-ຈັນຍາທຳ, ມີແບບແຜນໃນການຊີ້ນໍາ, ບັນຊາ, ຄຸ້ມຄອງ, ຕິດຕາມ, ກວດກາ ການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ວຽກງານວິຊາສະເພາະ ຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຫັນເຂົ້າສູ່ກົດໝາຍ ແລະ ລະບຽບການ; ຈະເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ນາຍ ແລະ ພົນຕຳຫຼວດ ເຮັດໜ້າທີ່ຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸຈິດໃຈ ແລະ ຊີວິດການເປັນຢູ່ ຂອງນາຍ ແລະ ພົນຕຳຫຼວດ ແລະ ຄອບຄົວ ໃຫ້ດີຂຶ້ນກວ່າເກົ່າ; ຈະເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອຮັບປະກັນການປົກປັກຮັກສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນ ລະ ບຽບຮຽບຮ້ອຍຂອງສັງຄົມ ເຮັດໃຫ້ປະເທດຊາດມີສະຖຽນລະພາບຄວາມໝັ້ນຄົງ ແລະ ຈະເປັນການຮັບປະກັນໃນການເຄື່ອນໄຫວ, ປົກປ້ອງ, ຄຸ້ມຄອງ ກໍາລັງໃນຂະແໜງການປ້ອງກັນຄວາມສະຫງົບປະຊາຊົນລາວ ໃນຂອບເຂດທົ່ວປະເທດ ໃຫ້ໄປຕາມທິດປົກຄອງລັດ ດ້ວຍກົດໝາຍ. ໂດຍ: ແສງເດືອນ+ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ