ສສຊ ແຂວງຄຳມ່ວນ ສະເໜີປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ໃຫ້ມີເນື້ອໃນຄົບຖ້ວນ
ເວລາອອກຂ່າວ: 2026-10-14 14:53:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 444 | ຄວາມນິຍົມ: ![]()
ທ່ານ ນາງ ສຸກຂະເສີມ ສິດທິເດດ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ທ່ານນາງ ສຸກຂະເສີມ ສິດທິເດດ ໄດ້ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບສູງ ຕໍ່ຄະນະຮັບຜິດຊອບຮ່າງກົດໝາຍ ທີ່ໄດ້ເອົາໃຈໃສ່ຄົ້ນຄວ້າ, ປັບປຸງ ແລະ ຮຽບຮຽງກົດໝາຍສະບັບນີ້ຢ່າງມີວິທະຍາສາດ. ເຊິ່ງການປັບປຸງຄັ້ງນີ້ ມີຄວາມຈໍາເປັນພາວະວິໄສ ແລະ ທັນການ ເພື່ອແນໃສ່ສ້າງກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ກາຍເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ເພື່ອເຮັດໃຫ້ເນື້ອໃນ ຂອງຮ່າງກົດໝາຍມີຄວາມອຸດົມສົມບູນ ແລະ ຮັດກຸມ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ມີປະໂຫຍດສູງສຸດ. ດັ່ງນັ້ນ, ຈຶ່ງຂໍມີຄຳເຫັນແລກປ່ຽນບາງຈຸດດັ່ງນີ້: 1. ມາດຕາ 3 ການອະທິບາຍຄໍາສັບຂໍ້ 7: "ການລ້ຽງດູກອງທັບ" ຄວນກໍານົດໃຫ້ຈະແຈ້ງ ແລະ ກວມລວມຕື່ມ ໂດຍສະເພາະການຮັບປະກັນຊີວິດການເປັນຢູ່ດ້ານສຸຂະພາບ, ໂພຊະນາການ ແລະ ເງື່ອນໄຂການປະຕິບັດວຽກງານໃນສະພາບຕົວຈິງ, 2. ມາດຕາ 5 ຫຼັກການເຄື່ອນໄຫວວຽກນາຍທະຫານໃນຂໍ້ 4 ຂໍເພີ່ມຄໍາສັບໃນວັກທ້າຍຕື່ມ "ຮັບປະກັນການສ້າງ, ບັນຈຸ, ສັບຊ້ອນນາຍທະຫານໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຄວາມຮູ້, ຄວາມສາມາດ, ສາຍວິຊາສະເພາະ ແລະ ຄວາມຕ້ອງການຕົວຈິງຂອງກົມກອງ" ໃນບາງກໍລະນີມີຄວາມຈຳເປັນຕ້ອງໄດ້ສັບຊ້ອນຕາມຄວາມຮີບດ່ວນ ຫຼື ພາລະກິດສະເພາະໜ້າຂອງຊາດ ເຊິ່ງຈະເຮັດໃຫ້ການບໍລິຫານກຳລັງພົນສະດວກຂຶ້ນ ແລະ ຕອບສະໜອງໄດ້ທັນການ, 3. ມາດຕາ 22 ກໍານົດເວລາການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນເຫັນດີໃຫ້ພິຈາລະນາເພີ່ມເຕີມ ໃຫ້ມີການເລື່ອນຊັ້ນ ສຳລັບຜູ້ທີ່ມີຜົນງານດີເດັ່ນໃນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ ແລະ ເຕັກໂນໂລຊີປ້ອງກັນຊາດ ເພື່ອເປັນເງື່ອນໄຂຊຸກຍູ້, ສົ່ງເສີມນາຍທະຫານຮຸ່ນໃໝ່ ໃຫ້ມີຄວາມຫ້າວຫັນໃນການພັດທະນາກອງທັບ ໃຫ້ກ້າວສູ່ຄວາມທັນສະໄໝ, 4. ສຳລັບທະຫານຊາຍແດນ ທີ່ເຮັດໜ້າທີ່ເປັນຄູສອນຊັ້ນປະຖົມໃນເຂດຫ່າງໄກສອກຫຼີກທີ່ຂາດຄູສອນ ເຊິ່ງໄດ້ຮັບນະໂຍບາຍຊຸກຍູ້ຈາກກະຊວງສຶກສາທິການ ແລະ ກິລາ ຈຳນວນ 70% ຂອງເງິນເດືອນພື້ນຖານເຫັນວ່າ ນາຍທະຫານເຮັດໜ້າທີ່ໄດ້ດີສົມຄວນ, ແຕ່ການເລື່ອນຊັ້ນມີລັກສະນະຊັກຊ້າ ຕໍ່ບັນຫານີ້ ສະເໜີໃຫ້ພາກສ່ວນຮັບຜິດຊອບຊ່ວຍຕິດຕາມຕື່ມ ເພື່ອເປັນກຳລັງໃຈໃຫ້ນາຍທະຫານ ທີ່ເຮັດໜ້າທີ່ເປັນຄູສອນ.
ໂດຍ: ແສງເດືອນ+ນາງ ເກດແກ້ວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















