ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ຢູ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2026-10-14 15:45:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 391 | ຄວາມນິຍົມ:



ວັນທີ 13 ຕຸລາ 2026 ນີ້, ຢູ່ສະໂມສອນ ໂຮງໝໍສູນກາງ 103 ກອງທັບ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ໂດຍການເປັນປະທານເຜີຍແຜ່ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ພະແນກການ, ແພດ-ໝໍ ແລະ ພະນັກງານ-ນັກນົບ ເຂົ້າຮ່ວມ. ໃນພິທີ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເຜີຍແຜ່ກົດລະບຽບ ຂອງກົດລະບຽບກອງທັບປະຊາຊົນລາວ ເຊິ່ງປະກອບມີ 16 ພາກ ແລະ 299 ມາດຕາ ເພື່ອເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍ ໄດ້ຍຶດຖືເປັນບ່ອນອີງທາງດ້ານກົດໝາຍ, ເຂົ້າໃຈເຖິງສິດ, ພັນທະ, ພາລະບົດບາດ ແລະ ລະບຽບວິໄນອັນເຂັ້ມງວດ ຂອງກອງທັບ. ສະຫາຍ ປະທານ ຍັງໄດ້ເນັ້ນໜັກວ່າ: ການເຜີຍແຜ່ເຊື່ອມຊຶມກົດລະບຽບໃນຄັ້ງນີ້ ມີຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ການປັບປຸງແບບແຜນວິທີເຮັດວຽກ, ການສ້າງກອງທັບໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເຂັ້ມແຂງ ແລະ ທັນສະໄໝ ໂດຍສະເພາະ ແມ່ນການນຳເອົາລະບຽບວິໄນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ເວົ້າລວມ, ເວົ້າສະເພາະແມ່ນດ້ານການປິ່ນປົວ ແລະ ເບິ່ງແຍງສຸຂະພາບຂອງພະນັກງານ, ທະຫານ ແລະ ປະຊາຊົນ ໃຫ້ມີຄຸນນະພາບ, ມີຈັນຍາບັນ, ຈັນຍາທຳ ເພື່ອຮັບປະກັນປະສິດທິຜົນສູງສຸດ. ໂດຍ: ໂຊກທະວີ ແກ້ວບຸດຕະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ