ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ
ເວລາອອກຂ່າວ: 2026-10-14 16:00:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:



ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຍົກໃຫ້ເຫັນສະພາບຄວາມເປັນມາຂອງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 54/ສພຊ, ລົງວັນທີ 19 ທັນວາ 2014 ເຊິ່ງເປັນນິຕິກຳ ທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ຂະແໜງສາທາລະນະສຸກ ແລະ ຂະແໜງການກ່ຽວຂ້ອງ ມາເປັນໄລຍະເວລາຫຼາຍກວ່າ 12 ປີ. ປັດຈຸບັນ ຍ້ອນສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນຢ່າງຕໍ່ເນື່ອງ ສົມທົບກັບການຂະຫຍາຍຕົວ ຂອງທຸລະກິດຜະລິດເຄື່ອງດື່ມທີ່ມີທາດເຫຼົ້າພາຍໃນ ແລະ ນໍາເຂົ້າຈາກຕ່າງປະເທດ ກໍເພີ່ມຂຶ້ນຫຼາຍເທົ່າຕົວ ເພື່ອຕອບສະໜອງຄວາມຕ້ອງການ ຂອງຜູ້ບໍລິໂພກ ກໍຄືປະຊາຊົນລາວບັນດາເຜົ່າ ລວມທັງນັກທ່ອງທ່ຽວຕ່າງປະເທດ. ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາ, ເຫັນໄດ້ວ່າ ຫຼາຍມາດຕາ ຍັງບໍ່ທັນມີຄວາມຮັດກຸມ ໂດຍສະເພາະ ການຄຸ້ມຄອງການຜະລິດເຫຼົ້າແບບຄອບຄົວໃນຊຸມຊົນ, ການໂຄສະນາ ຂອງພາກທຸລະກິດ ທີ່ສົ່ງເສີມໃຫ້ເຍົາວະຊົນ-ຊາວໜຸ່ມ ມີຄ່ານິຍົມໃນການດື່ມເຄື່ອງດື່ມທີ່ມີທາດເຫຼົ້າດ້ວຍຫຼາຍຮູບແບບ ແລະ ກາຍເປັນວັດທະນະທໍາໃນການດໍາລົງຊີວິດ ທີ່ສົ່ງຜົນກະທົບຕໍ່ສຸຂະພາບຢ່າງກວ້າງຂວາງ, ການຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າ ຍັງບໍ່ທັນມີການກໍານົດລະບຽບການຄຸ້ມຄອງ ແລະ ອອກອະນຸຍາດທີ່ຊັດເຈນໃນດ້ານເວລາ-ສະຖານທີ່ ລວມທັງມາດຕະການປັບໃໝຕໍ່ຜູ້ລະເມີດຍັງເບົາບາງ, ບໍ່ໜັກແໜ້ນ ແລະ ບໍ່ໄດ້ກຳນົດຊັດເຈນໃນກົດໝາຍ, ສົ່ງຜົນໃຫ້ມີປະກົດການຫຍໍ້ທໍ້ຕ່າງໆ ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການບໍລິໂພກເຫຼົ້າບໍ່ໄດ້ຮັບການກວດກາຢັ້ງຢືນຄຸນນະພາບ ເຊິ່ງເປັນຜະລິດຕະພັນທີ່ຜະລິດເອງໃນງານບຸນປະເພນີຕ່າງໆ ຂອງທ້ອງຖິ່ນ, ເຫດການອຸບັດຕິເຫດຕາມທ້ອງຖະໜົນເພີ່ມຂຶ້ນ ສ້າງຜົນກະທົບທາງດ້ານສຸຂະພາບ, ເສດຖະກິດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ເຫດຜົນ ແລະ ຄວາມຈໍາເປັນ ຂອງການປັບປຸງກົດໝາຍການຜະລິດເຄື່ອງດື່ມທີ່ມີທາດເຫຼົ້າ ມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ກໍມີການມອບພັນທະອາກອນທີ່ເພີ່ມຂຶ້ນ ນັ້ນສະແດງໃຫ້ເຫັນວ່າ ການບໍລິໂພກເຄື່ອງດື່ມທີ່ທາດເຫຼົ້າໃນ ສປປ ລາວ ເພີ່ມຂຶ້ນເຊັ່ນດຽວກັນ. ແຕ່ສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້ານີ້ ມີຜົນກະທົບໂດຍກົງຕໍ່ສຸຂະພາບ ຂອງຜູ້ດື່ມ ແຕ່ວ່າການເກັບອາກອນສຸຂະພາບຈາກປະເພດສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້າ ລວມທັງຢາສູບ ແລະ ທາດຫວານໃນ ສປປ ລາວ ເຫັນວ່າຍັງຕໍ່າຫຼາຍ. ດັ່ງນັ້ນ, ຈຶ່ງເຮັດໃຫ້ລາຄາສິນຄ້າປະເພດເຫຼົ່ານີ້ມີລາຄາບໍ່ສູງ ແລະ ເຮັດໃຫ້ການເຂົ້າເຖິງການບໍລິໂພກໄດ້ງ່າຍ ແລະ ຫຼາຍຂຶ້ນ. ການສໍາຫຼວດໃນປີ 2019 ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຈຳນວນຜູ້ບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າໃນລະດັບທີ່ສູງໃນບັນດາປະເທດອາຊຽນ ອັດຕາການດື່ມສະເລ່ຍເທົ່າກັບ 11,5 ລິດຕໍ່ຄົນຕໍ່ປີ ແລະ ກຸ່ມປະຊາກອນທີ່ມີອາຍຸ 15 ປີຂຶ້ນໄປ ດື່ມເຫຼົ້າກວມ 58,8% ເຊິ່ງເປັນອາຍຸໃນໄວຮຽນ ແລະ ເປັນກຳລັງແຮງງານຫຼັກໃນການພັດທະນາສ້າງສາປະເທດຊາດ. ຈາກການຢັ້ງຢືນ ຂອງອົງການອະນາໄມໂລກ, ການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າ ເປັນສາເຫດ ຂອງການເກີດພະຍາດຮ້າຍແຮງຫຼາຍຢ່າງ ເປັນຕົ້ນ ພະຍາດມະເຮັງ, ພະຍາດຕັບ, ພະຍາດຫົວໃຈ-ເສັ້ນເລືອດ, ລະບົບປະສາດ, ສຸຂະພາບຈິດ. ຈາກຕົວເລກສະຖິຕິພົບວ່າ ການເສຍຊີວິດ ຂອງປະຊາກອນທົ່ວໂລກ ທີ່ມີສາເຫດຈາກພະຍາດທີ່ເກີດຈາກການບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າມີອັດຕາທີ່ສູງ ເມື່ອປຽບທຽບກັບການເສຍຊີວິດຈາກສາເຫດອື່ນໆ ມີຜູ້ເສຍຊີວິດປະມານ 43 ລ້ານຄົນຕໍ່ປີ. ພ້ອມນັ້ນ, ຍັງເປັນສາເຫດໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນເປັນຈຳນວນຫຼວງຫຼາຍ. ຂໍ້ມູນປີ 2025 ໃນ ສປປ ລາວ ຈໍານວນເກີດອຸບັດຕິເຫດຮຸນແຮງທັງໝົດ ມີເຖິງ 6.779 ຄັ້ງ (ໃນນີ້ ເກີດຈາກການດື່ມເຫຼົ້າແມ່ນ 1.440 ຄັ້ງ) ມີຜູ້ໄດ້ຮັບບາດເຈັບ 10.464 ຄົນ ໃນນັ້ນ, ບາດເຈັບສາຫັດ 1.321 ຄົນ ແລະ ມີຜູ້ເສຍຊີວິດສູງເຖິງ 917 ຄົນ ຖືວ່າເປັນຕົວເລກທີ່ສູງ ສ້າງຜົນກະທົບທາງດ້ານເສດຖະກິດໃຫ້ຄອບຄົວ ແລະ ສັງຄົມຢ່າງຫຼວງຫຼາຍ, ຕາມຂໍ້ມູນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານໃນກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານການຄວາມປອດໄພທາງຫຼວງ ປະຈຳປີ 2026 ຜ່ານການຖອດຖອນບົດຮຽນ 5 ປີຜ່ານມາ, ຕົວເລກຍອດຜູ້ເສຍຊີວິດຍ້ອນອຸບັດຕິເຫດຕາມທ້ອງຖະໜົນ ປະມານ 900-1.000 ຄົນຕໍ່ປີ ໃນນັ້ນ, ກຸ່ມອາຍຸທີ່ຖືກຜົນກະທົບຫຼາຍ 80% ແມ່ນຊາວໜຸ່ມ, ເຍົາວະຊົນ ແລະ ກຳລັງແຮງງານຫຼັກຂອງສັງຄົມ ແລະ ມູນຄ່າຄວາມເສຍຫາຍສູງເຖິງ 175 ລ້ານໂດລາຕໍ່ປີ ແລະ ໜຶ່ງໃນສາເຫດຕົ້ນຕໍທີ່ພົບເລື້ອຍໆ ແມ່ນການດື່ມເຄື່ອງດື່ມມີທາດເຫຼົ້າ. ເຊິ່ງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ປະກອບມີ 12 ພາກ, IX ໝວດ ແລະ 99 ມາດຕາ ໃນນີ້, ໄດ້ເພີ່ມໃໝ່ 2 ພາກ, I ໝວດ, 32 ມາດຕາ, ໄດ້ຕັດອອກ I ພາກ, ໄດ້ປັບປຸງ 64 ມາດຕາ ແລະ ຮັກສາເດີມ 3 ມາດຕາ. ພາຍຫຼັງກົດໝາຍສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ເຊື່ອໝັ້ນວ່າ ຈະເຮັດໃຫ້ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນສູງ ນັບແຕ່ສູນກາງລົງຮອດທ້ອງຖິ່ນໃນຂອບເຂດທົ່ວປະເທດ, ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນຕໍ່ວຽກງານຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຮັບປະກັນໃຫ້ການດໍາເນີນທຸລະກິດ ກ່ຽວກັບເຄື່ອງດື່ມທີ່ມີທາດເຫຼົ້າໄດ້ຮັບການຄຸ້ມຄອງ, ຕິດຕາມ, ກວດກາຢ່າງເປັນລະບົບ, ທັງເປັນການຍົກສູງບົດບາດ ຂອງລັດຖະບານ ໃນການກຳນົດນະໂຍບາຍ ກ່ຽວກັບການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ມາດຕະການປ້ອງກັນສົ່ງເສີມສຸຂະພາບປະຊາຊົນລາວ ສູງເດັ່ນຂຶ້ນ ແລະ ຍັບມໍ່ມາດຕະການ ຂອງພາກພື້ນ ແລະ ສາກົນ. ໂດຍ: ແສງເດືອນ+ນາງ ເກດແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ