ກອງພົນທີ 4 ລົງກວດກາຊຸກຍູ້ວຽກງານອົບຮົມ-ຫັດແອບ ຢູ່ກອງພັນ 564
ເວລາອອກຂ່າວ: 2026-10-15 09:08:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ: ![]()
ໃນເດືອນ ກັນຍາ 2026 ຜ່ານມານີ້, ສະຫາຍ ພັນໂທ ຄຳແຜ່ນ ໄຊຍະຄຳ ຫົວໜ້າພະແນກອົບຮົມ ຫ້ອງເສນາທິການກອງພົນທີ 4, ພ້ອມດ້ວຍອະນຸກຳມະການກວດກາຊຸກຍູ້ວຽກງານອົບຮົມ ໄດ້ລົງເຄື່ອນໄຫວກວດກາຊຸກຍູ້ວຽກງານອົບຮົມ - ຫັດແອບຢູ່ທີ່ກອງພັນ 564 ( ຊ່າງແສງ ) ທີ່ຂຶ້ນກັບກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພັນ,ກອງຮ້ອຍຕະຫຼອດຮອດພະນັກງານ-ນັກ ຮົບ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນໂທ ຄຳຫຼ້າ ວົງສະຫວັນ ຮອງຫົວໜ້າການທະຫານ ກອງພັນ 564 ໄດ້ລາຍງານໂດຍຫຍໍ້ກ່ຽວກັບແຜນການອົບຮົມ-ຫັດແອບ ປະຈຳປີ 2026 ຂອງກົມກອງໃນໄລຍະຜ່ານມາ ຈາກນັ້ນ, ສະຫາຍ ພັນຕີ ຄຳຕາພັນທະວົງ ຮອງຫົວໜ້າພະແນກອົບຮົມຫ້ອງເສນາທິການໄດ້ຂື້ນລາຍງານກ່ຽວກັບຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້, ແມ່ນເພື່ອຕິດຕາມກວດກາການປະຕິບັດຂໍ້ກຳນົດກົດລະບຽບ, ການຈັດຕັ້ງອົບຮົມ-ຫັດແອບໃຫ້ມີຄວາມເປັນເອກະພາບໃນທົ່ວກອງທັບໂດຍສະເພາະກົມກອງທົ່ວກອງພົນທະຫານຮາບທີ 4, ໄດ້ຮັບຮູ້ ແລະ ເຂົ້າໃຈພ້ອມກວດກາ ແລະ ພ້ອມທັງສາທິດເຮັດຕົວຈີງບັນດາທ່າຈັງຫວະ, ການອອກຄຳສັ່ງ, ເຄົາເລົາລາຍງານ, ທຳນຽມຄູລະບຽບຮູບແຖວ ແລະ ລະບຽບພິທີການຕ່າງໆໃຫ້ມີຄວາມຊຳນິຊຳນານ, ນອກຈາກນີ້ຍັງໄດ້ຖອດຖອນແລກປຽ່ນບົດຮຽນເຊິ່ງກັນ ແລະ ກັນພ້ອມທັງໄດ້ວາງແຜນການອົບຮົມ-ຫັດແອບ ປະຈຳປີ 2027 ຕື່ມອີກ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















