ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພັນ​ທີ 1 ເຜີຍແຜ່ ຂໍ້​ກຳນົດ 299 ມາດຕາ ຂອງ​ກອງທັບ
ເວລາອອກຂ່າວ: 2026-10-15 09:12:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



ໃນ​ຕອນ​ບ່າຍ​ວັນ​ທີ 9 ຕຸລາ 2026 ນີ້, ກອງພັນ​ທີ 1 ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ເລກ 2 ວຽງ​ໄຊ ໄດ້​ຈັດ​ກອງ​ປະຊຸມ ເຜີຍແຜ່ຂໍ້​ກຳນົດ 299 ມາດຕາ ຂອງ​ກອງທັບ ແລະ ປະກາດ​ການຈັດຕັ້ງ​ບັນຊາ​ຂັ້ນ​ໝູ່, ໝວດ, ໂດຍ​ການ ເປັນ​ປະທານ​ຂອງ ສະຫາຍ ພັນ​ຕີ ໄກ່​ເພັດ ໄຂ​ປະ​ລາ​ວົງ ຫົວໜ້າ​ການ​ທະຫານ​ກອງພັນ​ທີ1, ມີ​ພະນັກງານ-ນັກຮົບ ທົ່ວ​ກອງພັນ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບຸນ​ຮັກ ເພັງ​ສະພັງ​ທອງ ຮອງ​ຫົວໜ້າ​ການ​ທະຫານ​ກອງພັນ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ໂຮງຮຽນ ​ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຫົວໜ້າ​ໝວດ, ຮອງ​ໝວດ, ຫົວໜ້າ​ໝູ່, ຮອງ​ໝູ່ ຂອງ​ກອງພັນ​ທີ1 (ນັກຮຽນ ມໍ 6) ປະຈຳ​ສົກຮຽນ 2026-2027. ສະຫາຍ ພັນ​ຕີ ໄກ່​ເພັດ ໄຂ​ປະ​ລາ​ວົງ ຫົວໜ້າ​ການ​ທະຫານ​ກອງພັນ​ທີ 1 ໄດ້​ເຜີຍແຜ່​ຂໍ້​ກຳນົດ ກົດ​ລະບຽບຂອງ​ກອງທັບ ເຊິ່ງປະກອບ​ມີ XVI ພາກ, 299 ມາດຕາ. ທັງ​ນີ້, ກໍ​ເພື່ອ​ແນໃສ່​ເຮັດ​ໃຫ້​ພະນັກງານ-ນັກຮົບ ໃນ​ທົ່ວ​ກົມ​ກອງ​ໄດ້​ຮັບ​ຮູ້​ເຂົ້າໃຈ​ຕໍ່​ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ດັ່ງກ່າວເພື່ອ​ພ້ອມ​ກັນ​ຕັ້ງໜ້າ​ປັບປຸງ​ແກ້​ໄຂ ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ການ​ຂອງ​ກອງທັບ​ປະຊາຊົນ​ລາວ​ຢ່າງ​ເຂັ້ມ​ງວດ. ໃນ​ການຈັດຕັ້ງ​ເຄື່ອນ​ໄຫວ​ປະຕິບັດ​ໜ້າທີ່, ປັບປຸງ​ກໍ່ສ້າງ​ກຳລັງ​ຢ່າງ​ເປັນ​ເອກະ​ພາບ ແລະ ກາຍເປັນ​ກຳລັງ​ແຮງ​ສັງ​ລວມ​ໃຫ້​ກອງທັບ ສາມາດ​ເຮັດ​ສຳເລັດ​ໜ້າທີ່ ທີ່​ໄດ້​ຮັບ​ມອບ​ໝາຍ, ທັງ​ເປັນ​ເຂັມ​ຊີ້​ທິດ​ໃຫ້​ແກ່​ການ​ປັບປຸງ​ກໍ່ສ້າງ​ກອງທັບ​ລາວ ໃຫ້​ໜັກ​ແໜ້ນ, ເຂັ້ມແຂງ, ເປັນ​ກອງທັບ​ປະຕິວັດ ທີ່​ມີ​ແບບແຜນ​ອັນ​ແຫຼມ​ຄົມ ແລະ ທັນ​ສະໄໝ, ເດັດດ່ຽວ​ຮັບປະກັນ​ເຮັດ​ໃຫ້​ປະເທດ​ຊາດ ມີ​ຄວາມ​ສະຫງົບ​ຢ່າງ​ໜັກ​ແໜ້ນ. ໂດຍ : ຄຳ​ແປງ ຟອງ​ສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ