ໂຮງຮຽນເຫຼົ່າຮົບຊ່າງແສງ 506 ປາຖະກະຖາມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 32 ປີ
ເວລາອອກຂ່າວ: 2026-10-15 09:21:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 175 | ຄວາມນິຍົມ: ![]()
ວັນທີ 7 ຕຸລາ 2026, ໂຮງຮຽນເຫຼົ່າຮົບຊ່າງແສງ 506 ໄດ້ປາຖະກະຖາມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-7 ຕຸລາ 2026), ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບຊ່າງແສງ 506, ມີຄະນະພັກ-ຄະນະອຳນວຍການ, ຄະນະບັນຊາພະແນກການ, ກອງພັນ, ພະນັກງານ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າການທະຫານ ໂຮງຮຽນໄດ້ເລົ່າຫວນຄືນປະຫວັດມູນເຊື້ອຄວາມເປັນມາຂອງວັນຄູແຫ່ງຊາດ, ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວັນຄູແຫ່ງຊາດຕະຫຼອດໄລຍະ 32 ປີ ເພື່ອເຮັດໃຫ້ພະນັກງານ ຄູ-ອາຈານ ໄດ້ຮັບຮູ້ ແລະ ເຂົ້າໃຈ, ເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີຄວາມກະຕັນຍູຮູ້ບຸນຄຸນຕໍ່ ຄູ-ອາຈານ ທີ່ຜ່ານມາໄດ້ສິດສອນໃຫ້ກາຍເປັນນັກປັນຍາຊົນ ຜູ້ທີ່ມີຄວາມຮູ້ ຄວາມສາມາດ, ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດ ແມ່ນການເຊີດຊູ ກຽດສັກສີ, ຖານະບົດບາດຂອງຄູຕໍ່ສັງຄົມ ແລະ ຄຸນງາມຄວາມດີຂອງຄູທີ່ມີຕໍ່ປະເທດຊາດ, ວັນຄູແຫ່ງຊາດ ເປັນວັນໜຶ່ງທີ່ສຳ ຄັນໃນປະຫວັດສາດຂອງຊາດລາວ ເພາະວ່າຄູບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະພາບ, ຄວາມວັດທະນາຖາວອນຂອງຊາດ, ພ້ອມທັງເສີມຂະຫຍາຍມູນເຊື້ອ ຂອງນາຍຄູຄຳຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ອຸທິດທຸກສະຕິປັນຍາ, ເລືອດເນື້ອ ແລະ ເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດລາວ; ໃນໂອກາດດຽວກັນນີ້ຍັງໄດ້ຈັດຕັ້ງມອບໃບຍ້ອງຍໍ ຈຳນວນ 41 ໃບ ແລະ ໃບຊົມເຊີຍ ຈຳນວນ 26 ໃບໃຫ້ແກ່ ຄູ-ອາຈານ ຜູ້ທີ່ມີຜົນງານໃນການສອນດີ-ສອນເດັ່ນ ສົກຮຽນ 2025-2026 ແລະ ມອບຂອງຂວັນໃຫ້ແກ່ ຄູ-ອາຈານ ເນື່ອງໃນໂອກາດວັນຄູແຫ່ງຊາດ ຕື່ມອີກ.
ສະຫາຍ ພັນໂທ ອານຸສັກ ພົມວົງສາ ໄດ້ໂອ້ລົມຊີ້ນຳຫຼາຍບັນຫາສຳຄັນຕໍ່ພະນັກງານ ຄູ-ອາຈານ ຈົ່ງພ້ອມກັນຮ່ຳຮຽນເອົາແບບຢ່າງການເຄື່ອນໄຫວຂອງນາຍຄູຄຳມາໝູນໃຊ້ເຂົ້າໃນວຽກງານ ການຮຽນ-ການສອນ, ຊອກຮູ້ຮ່ຳຮຽນສິ່ງໃໝ່ໆ ໃນທຸກດ້ານ ເພື່ອພັດທະນາຊັບພະຍາກອນມະນຸດ ເວົ້າສະເພາະການກໍ່ສ້າງພະນັກງານ-ນັກຮົບ ໃນທົ່ວກອງທັບ ກໍຄື ຢູ່ໂຮງຮຽເຫຼົ່າຮົບຊ່າງແສງ 506 ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າ ຢ່າງບໍ່ຢຸດຢັ້ງ.
ຂ່າວ: ສາຄຳ ກອງມະນີເຄິງ
ພາບ: ນຸນາ ບົວລະໄພ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















