ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ກອງຮ້ອຍ 7 ແລະ ທະຫານ​ນະຄອນຫຼວງ​ພະ​ບາງ ລົງ​ຊ່ວຍເຫຼືອ​ກອບ​ກູ້​ໄພ ພິບັດ
ເວລາອອກຂ່າວ: 2026-10-15 09:32:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 283 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 4-5 ຕຸລາ 2026, ໄດ້​ເກີດ​ມີ​ຝົນຕົກ​ໜັກ​ຫຼາຍ​ຊົ່ວໂມງ​ຕິດຕໍ່​ກັນ ເຮັດ​ໃຫ້​ນ້ຳ​ຝົນ​ໃນ​ປະລິມານ​ຫຼາຍ​ທ້ອນໂຮມ​ກັນ ໄຫຼລົງ​ສູ່​ຫ້ວຍ​ແລ້ງ​ບ້ານ​ນູນ​ສະຫວາດ ເຮັດ​ໃຫ້​ເກີດ​ນ້ຳ​ປ່າ​ໄຫຼ ຫຼັ່ງ​ເຂົ້າ​ຖ້ວມ​ເຮືອນຂອງ​ພໍ່​ແມ່​ປະຊາຊົນ ຈຳນວນ 3 ຫຼັງ, ມາ​ໃນ​ວັນ​ທີ 5 ຕຸລາ 2026, ຄະນະ​ພັກ-ຄະນະ​ບັນຊາ ກອງຮ້ອຍ 7 ແລະ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ພະ​ບາງ ໄດ້​ຈັດ​ຕັ້ງ​ກຳລັງ ຈຳນວນ 31 ສະຫາຍ ໃນ​ນີ້, ກອງຮ້ອຍ 7 ຈຳນວນ 20 ສະຫາຍ ແລະ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ພະ​ບາງ ຈຳນວນ 11 ສະຫາຍ ນຳພາ​ໂດຍ ສະຫາຍ ພັນ​ໂທ ຄຳແສງ ດວງປະເສີດ ຫົວໜ້າ​ການ​ທະຫານ​ກອງຮ້ອຍ 7 ປະຕິບັດ​ໜ້າທີ່ ລົງພື້ນ​ທີ່ ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພພິບັດ​ທາງ​ທຳ​ມະ​ຊາດ ເພື່ອ​ຊ່ວຍ​ເຫຼື່ອ​ຂົນ​ຍ້າຍ​ວັດຖຸ​ສິງ​ຂອງ​ທີ່​ຈຳເປັນ ໄປ​ໄວ້​ບ່ອນ​ທີ່​ປອດ​ໄພ. ຂ່າວ: ສຸ​ລິ ວິໄລ​ຈັນ ພາບ: ບຸນ​ເລື່ອນ ກົງ​ອາ​ລຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ