ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ມອບ​ເຄື່ອງ​ກິລາ ທີມ​ສີ​ພາຍເຮືອ​ຊ່ວງ ທະ​ຫານ​​ເເຂວງ​ອັດ​ຕະ​ປື
ເວລາອອກຂ່າວ: 2026-10-16 09:20:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ວັນ​ທີ 12 ຕຸລາ 2026, ຢູ່​ທີ່ ຫ້ອງ​ປະຊຸມ​ຊັ້ນ 2 ຂອງ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື, ໄດ້​ຈັດ​ພິທີ​ມອບ​ເຄື່ອງ​ຊຸດ​ກິລາ ເພື່ອ​ສະໜັບສະໜູນ​ທີມ​ນັກ​ກິລາ​ສີ​ພາຍເຮືອ​ຊ່ວງກອງ​ບັນຊາ​ການ​ທະ​ຫານ​​ເເຂວງ ໃນ​ການ​ກະກຽມ​ເຂົ້າ​ຮ່ວມ​ແຂ່ງຂັນ​ເຮືອ​ຊ່ວງ​ປະເພນີ ປະຈຳ​ປີ 2026, ໂດຍ​ການ​ກ່າວ​ມອບຂອງ ສະຫາຍ ແສງ​ລຳ​ມອນ ເພັງ​ສະ ຫວັນ ຕາງໜ້າ​ບໍລິສັດ ສົມ​ປະ ສົງສີວິໄລ ແລະ ກ່າວ​ຮັບຂອງ ສະຫາຍ ພັນ​ເອກ ບຸນ​ເຊີຍ ສີ​ປະ ເສີດ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື ພ້ອມ​ດ້ວຍ​ຄະນະ. ເຄື່ອງ​ຊຸດ​ກິລາ​ທີ່​ນຳ​ມາ​ມອບ​ ໃນ​ຄັ້ງ​ນີ້, ປະກອບ​ມີ ເຄື່ອງ​ຊຸດ​ກິລາ​ແຂນ​ຍາວ ຈຳນວນ 45 ຊຸດ ພ້ອມ​ດ້ວຍ​ເງິນສົດ 2.000.000 ກີບ, ລວມ​ມູນ​ຄ່າ​ທັງ​ໝົດ 4.294.000 ກີບ. ໂອກາດ​ນີ້, ສະຫາຍ ພັນ​ເອກ ບຸນ​ເຊີຍ ສີ​ປະເສີດ ພ້ອມ​ດ້ວຍ​ຄະນະ ໄດ້​ສະແດງ​ຄວາມ​ຂອບໃຈ ແລະ ຍ້ອງຍໍຕໍ່ ບໍລິສັດ ສົມ​ປະສົງ ສີວິໄລ ທີ່​ໄດ້​ໃຫ້​ຄວາມ​ສຳຄັນ ແລະ ຮ່ວມ​ສະໜັບສະໜູນ​ກິດຈະກຳ​ແຂ່ງຂັນ​ເຮືອ​ຊ່ວງ​ປະເພນີ; ການ​ມອບ​ເຄື່ອງ​ກິລາ​ຄັ້ງ​ນີ້ ນອກຈາກ​ເປັນ​ການ​ຊ່ວຍ​ເສີມ​ສ້າງ​ຄວາມ​ພ້ອມ​ໃຫ້​ແກ່​ນັກ​ກິລາ​ທະ​ຫານ​​ເເຂວງ​ແລ້ວ, ຍັງ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ສ້າງ​ຂະ​ບວນ​ການ, ເສີມ​ສ້າງ​ຄວາມ​ສາມັກຄີ ແລະ ກະ​ຕຸ້ນ​ໃຫ້​ປະຊາຊົນ​ຮ່ວມ​ກັນ​ຮັກສາ ແລະ ສືບ​ສານ​ປະເພນີ​ເຮືອ​ຊ່ວງ​ໃຫ້​ຄົງ​ຢູ່​ຄູ່​ກັບ​ຊຸມ​ຊົນ​ຕະຫຼອດ​ໄປ. ໂດຍ: ສຸກ​ສະໄໝ ນວນ​ມະ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ