ມອບວັດຖຸຮັບໃຊ້ຫ້ອງການ ກອງພັນທີ 3 ໂຮງຮຽນກໍ່ສ້າງນາຍສິບ ເລກ 1
ເວລາອອກຂ່າວ: 2026-10-16 09:23:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 221 | ຄວາມນິຍົມ: ![]()
ວັນທີ 12 ຕຸລາ 2026, ສະຫາຍ ພັນໂທ ພາສີ ວິໄລວັນ ຫົວໜ້າພະແນກຄູຍຸດທະວິທີໂຮງ ຮຽນກໍ່ສ້າງນາຍສິບເລກ 1 ພ້ອມດ້ວຍນັກຮຽນ ໄດ້ຕາງໜ້າໃຫ້ຜູ້ປົກຄອງນັກຮຽນ ວັດທະນະທຳ ມ6 ຊຸດທີ 1 ນຳເອົາວັດຖຸຮັບໃຊ້ຫ້ອງການ, ເຄື່ອງໃຊ້ທຳການຜະລິດ ມາມອບໃຫ້ກອງພັນທີ 3.
ເຄື່ອງວັດຖຸທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງພິມເອກະສານ ຈຳນວນ 1 ໜ່ວຍ, ຕູ້ນ້ຳຮ້ອນ -ນ້ຳເຢັນ ຈຳນວນ 3 ໜ່ວຍ, ຈັກຕັດຫຍ້າ 1 ເຄື່ອງ,ຈົກ ແລະ ຊວ້ານ ຈຳນວນ 40 ດວງ ລວມມູນຄ່າທັງໝົດ 12.599.000 ກີບ. ໂດຍແມ່ນເງີນສົມທົບຂອງພໍ່ແມ່ນັກຮຽນ ຈຳນວນ 74 ສະຫາຍ ເປັນຜູ້ອຸ ປະຖຳ. ໂດຍການກ່າວຮັບຂອງ ສະຫາຍ ພັນໂທ ບຸນຍັງ ນັນທະວົງ ຫົວໜ້າການທະຫານ ກອງພັນທີ 3 ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນໂທ ບຸນຍັງ ນັນທະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ພັນໂທ ພາສີ ວິໄລວັນ ແລະ ທັງຝາກຄວາມຢື່ຢາມຖາມຂ່າວໄປຍັງຄອບຄົວອ້າຍນ້ອງ ແລະ ບັນດາຜູ້ປົກຄອງນັກຮຽນ ທີ່ໄດ້ປະກອບສວ່ນ ນຳເອົາວັດຖຸດັ່ງກ່າວມາມອບໃຫ້; ພ້ອມທັງ, ອວຍພອນໄຊໃຫ້ທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດທຸກໜ້າທີ່ການງານ ແລະ ໃຫ້ຄຳໝັ້ນສັນຍາວ່າ: ຈະຄຸ້ມຄອງ, ປົກປັກຮັກສາວັດຖຸດັ່ງກ່າວນຳໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















