ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ສູ້ຊົນຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ໝັ້ນທ່ຽງ
ເວລາອອກຂ່າວ: 2018-11-26 09:21:50 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1482 | ຄວາມນິຍົມ:



ທ່ານ ສົມດີ ດວງດີ ຮອງ ນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການເງິນໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາແຫ່ງຊາດຊຸດ ທີ VIII ມີບາງຕອນວ່າ: ສະພາບ ດ້ານການເງິນ-ເງິນຕາຍັງມີ ຄວາມຫຍຸ້ງຍາກ, ຄ່າຂອງເງິນ ກີບ ທຽບໃສ່ເງິນຕາສະກຸນຫຼັກ ອ່ອນຄ່າລົງຫຼາຍກ່ວາຊຸມປີຜ່ານ ມາ, ການປ່ອຍສິນເຊື່ອຂອງທະ ນາຄານເລີ່ມຫັນເຂົ້າສູ່ຄວາມເຂັ້ມ ງວດຂຶ້ນກວ່າເກົ່າ; ອັດຕາເງິນ ເຟີ້ມີທ່າອ່ຽງເພີ່ມຂຶ້ນຈາກ 0,95% ໃນເດືອນມັງກອນ 2018 ມາເປັນສະເລ່ຍ 2,08% ໃນ 9 ເດືອນ ປີ 2018 ເຊິ່ງນອນ ໃນແຜນການທີ່ກໍານົດບໍ່ເກີນ 5%, ສະເພາະເດືອນກັນຍາ 2018 ອັດຕາເງິນເຟີ້ 3,06%; ປະລິມານເງິນຈໍລະຈອນ (M2) ຂະຫຍາຍຕົວໃນລະດັບ 9,89% ໃນເດືອນ 9/2018 ເຊິ່ງແຜນ ການບໍ່ເກີນ 25% ເຫັນວ່າຕໍ່າ ກວ່າກຳນົດໄວ້; ອັດຕາແລກປ່ຽນ ເງິນກີບທຽບເງິນໂດລາສະຫະ ລັດສະເລ່ຍອ່ອນຄ່າ 3,78% ແລະ ເງິນກີບທຽບກັບເງິນບາດ ອ່ອນຄ່າ 4,50% (ສະເລ່ຍ ເດືອນ 9/2018) ທຽບໃສ່ທ້າຍ ປີຜ່ານມາ; ຄັງສຳຮອງເງິນຕາ ຕ່າງປະເທດຕໍ່າກວ່າແຜນການ ທີ່ກໍານົດໄວ້; ຍອດເຫຼືອເງິນຝາກ ຂອງທະນາຄານທຸລະກິດກວມ ເອົາ 55,82% ຂອງ GDP (ແຜນການ 66% ຂອງ GDP); ຍອດເຫຼືອສິນເຊື່ອຂອງທະນາ ຄານທຸລະກິດທ້າຍເດືອນ 9/ 2018 ກວມເອົາ 48,88% ຂອງ GDP (ແຜນການ 55% ຂອງ GDP); ອັດຕາໜີ້ບໍ່ເກີດ ດອກອອກຜົນ (NPL) ຢູ່ໃນລະ ດັບ 3,09% ຂອງຍອດສິນເຊື່ອ ທັງໝົດ(ແຜນການບໍ່ເກີນ 3%). ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ຄາດໝາຍດ້ານການ ເງິນຕາປີ 2019 ຮັບປະກັນການ ຮັກສາສະຖຽນລະພາບເງິນຕາ ແຫ່ງຊາດໃຫ້ໝັ້ນທ່ຽງ, ອັດຕາ ເງິນເຟີ້ສະເລ່ຍຢູ່ໃນລະດັບບໍ່ເກີນ 5% ຕໍ່ປີ; ອັດຕາແລກປ່ຽນໃຫ້ ມີຄວາມສະຫງົບປົກກະຕິແລະ ເໜັງຕີງໃນຂອບ ±5% ທຽບ ກັບເງິນຕາຕ່າງປະເທດສະກຸນ ຫຼັກ; ຮັບປະກັນໃຫ້ຄັງສຳຮອງ ເງິນຕາຕ່າງປະເທດສາມາດກຸ້ມ ການນຳເຂົ້າຫຼາຍກວ່າ 3 ເດືອນ; ຄວບຄຸມປະລິມານເງິນ M2 ຂະຫຍາຍຕົວໃນລະດັບ 20%; ຊຸກຍູ້ທະນາຄານທຸລະກິດລະດົມ ເງິນຝາກໃຫ້ເພີ່ມຂຶ້ນ ເຮັດໃຫ້ ຍອດເງິນຝາກທະນາຄານທຸລະ ກິດບັນລຸ 59,80% ຂອງ GDP; ຊຸກຍູ້ທະນາຄານທຸລະກິດ ປ່ອຍ ສິນເຊື່ອໃຫ້ໂຄງການທີ່ມີປະສິດ ທິຜົນ ເຮັດໃຫ້ຍອດສິນເຊື່ອຂອງ ຂະແໜງການທະນາຄານເພິ່ມ ຂຶ້ນຢູ່ໃນລະດັບ 55% ຂອງ GDP ໃນທ້າຍປີ 2019, ຍົກ ສູງຄຸນະພາບສິນເຊື່ອ ແລະ ຄວມຄຸມອັດຕາສ່ວນໜີ້ NPL ໃຫ້ຢູ່ໃນລະດັບບໍ່ເກີນ 3% ຂອງ ຍອດສິນເຊື່ອທັງໝົດ. ສືບຕໍ່ນໍາໃຊ້ອັດຕາດອກເບ້ຍ ພື້ນຖານຂອງທະນາຄານແຫ່ງ ສປປ ລາວ (ທຫລ), ອັດຕາ ສ່ວນເງິນແຮຝາກບັງຄັບ ແລະ ດັດປັບເມື່ອເຫັນວ່າຈຳເປັນ, ຊຸກ ຍູ້ໃຫ້ຕະຫຼາດລະຫວ່າງທະນາ ຄານ, ຕະຫຼາດເປີດເຄື່ອນໄຫວ ຢ່າງແຂງແຮງ ແລະ ມີປະສິດ ທິພາບສູງ, ຊຸກຍູ້ການຈຳໜ່າຍ ພັນທະບັດລັດຖະບານທີ່ມີ ຄວາມຫຼາກຫຼາຍ ເພື່ອລະດົມທຶນ ໃຫ້ເພີ່ມຂຶ້ນ, ສືບຕໍ່ຄຸ້ມຄອງການ ກຳນົດອັດຕາດອກເບ້ຍຂອງທະ ນາຄານທຸລະກິດ ແລະ ດັດປັບ ເມືຶ່ອເຫັນວ່າຈຳເປັນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ເພື່ອຮັບປະກັນໃຫ້ ຄັງສຳຮອງເງິນຕາຕ່າງປະເທດ ບັນລຸຕາມຄາດໝາຍ ທຫລ ຈະ ປະຕິບັດມາດຕາການດັ່ງນີ້:(1) ເກັບຊື້ເງິນຕາຕ່າງປະເທດຈາກ ແຫຼ່ງຕ່າງໆເຊັ່ນ: ຈາກພາກລັດ, ແຫຼ່ງທຶນສາກົນທີ່ປ່ອຍຜ່ານແຫຼ່ງ ທຶນປ່ອຍກູ້ໃຫ້ແກ່ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແລະ ແຫຼ່ງອື່ນໆທີ່ເຫັນວ່າມີຊ່ອງທາງ; (2) ຊຸກຍູ້ບໍລິສັດນຳເຂົ້າ-ສົ່ງ ອອກຂາຍເງິນຕາຕ່າງປະເທດ ທີ່ ໄດ້ຮັບຈາກການສົ່ງອອກໃຫ້ທະ ນາຄານ; (3) ສົມທົບກັບກະ ຊວງກ່ຽວຂ້ອງ ເພື່ອສ້າງກົນໄກ ໃຫ້ການລົງທຶນໂດຍກົງຂອງຕ່າງ ປະເທດໂອນລາຍຮັບທີ່ເປັນງິນ ຕາເຂົ້າສູ່ປະເທດ ໂດຍຜ່ານລະບົບ ທະນາຄານໃຫ້ຫຼາຍຂຶ້ນ; ຮ້ານ ແລກປ່ຽນເງິນຕາເອົາໃຈໃສ່ປັບ ປຸງນິຕິກຳ ແລະ ກົນໄກການຄຸ້ມ ຄອງຮ້ານແລກປ່ຽນເງິນຕາ ເພື່ອ ຕີຖອຍປາກົດການຫຍໍ້ທໍ້ຢ່າງຕັ້ງ ໜ້າ. ພ້ອມນັ້ນ ເອົາໃຈໃສ່ເພີ່ມທະ ວີການຕິດຕາມການເຄື່ອນໄຫວ ທຸລະກິດຂອງຮ້ານແລກປ່ຽນ ເງິນຕາທີ່ຢູ່ພາຍໃຕ້ການຄຸ້ມຄອງ ໃນນັ້ນຈະໄດ້ເອົາໃຈໃສ່ພິເສດ ຮ້ານແລກປ່ຽນທີ່ເປັນເປົ້າໝາຍ ການປັ່ນປ່ວນອັດຕາແລກປ່ຽນ ຖ້າພົບເຫັນການເຄື່ອນໄຫວບໍ່ຖືກ ຕ້ອງຕາມລະບຽບກົດໝາຍກໍຈະ ສັ່ງໂຈະ ແລະ ຖອນໃບອະນຸຍາດ ທັນທີ; ເພີ່ມທະວີການຄຸ້ມຄອງ ບັນດາທະນາຄານທຸລະກິດຢ່າງ ເຂັ້ມງວດຕາມລະບຽບກົດໝາຍ, ຮີບຮ້ອນປັບປຸງທະນາຄານທຸ ລະກິດລັດ 2 ແຫ່ງໃຫ້ຄົບຕາມ ເງື່ອນໄຂ ແລະ ມາດຖານກ່ອນ ຊອກຮູ້ຄູ່ຮ່ວມທຶນ, ຊຸກຍູ້ທະນາ ຄານນະໂຍບາຍປັບປຸງການ ເຄື່ອນໄຫວໃຫ້ມີປະສິດທິພາບ ສູງຂຶ້ນ, ສ້າງດຳລັດວ່າດ້ວຍການ ຄຸ້ມຄອງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ, ຄຸ້ມຄອງ ແລະ ພັດທະນາທະນາຄານບ້ານ; ນອກນີ້ ຄຸ້ມຄອງຕິດຕາມສະຖາ ບັນການເງິນປະເພດຕ່າງໆໃຫ້ ເຂັ້ມງວດ ແລະ ເຄື່ອນໄຫວຕາມ ລະບຽບກົດ ໝາຍ, ຕິດຕາມການ ເຄື່ອນໄຫວຂອງຫົວໜ່ວຍທຸລະ ກິດທີ່ໄປເຄື່ອນໄຫວລະດົມທຶນ ບໍ່ສອດຄ່ອງກັບລະບຽບກົດ ໝາຍ, ຖ້າເກີດມີໜໍ່ແໜ່ງຕ້ອງ ລະງັບແຕ່ຫົວທີ; ສືບຕໍ່ຄົ້ນຄວ້າ ສ້າງບໍລິສັດປະກັນສິນເຊື່ອ ແລະ ບໍລິສັດປະເມີນຊັບສິນ ເພື່ອຊຸກຍູ້ ການເຂົ້າເຖິງແຫຼ່ງທຶນຂອງວິສາ ຫະກິດຂະໜາດນ້ອຍ ແລະ ກາງ; ຄຸ້ມຄອງການກຳນົດອັດຕາດອກ ເບ້ຍເງິນຝາກ ແລະ ເງິນກູ້ໃຫ້ ແທດເໝາະສົມກັບສະພາບຂອງ ຕະຫຼາດ. ການຄຸ້ມຄອງເງິນຕາຕ່າງປະ ເທດ ແລະ ສົ່ງເສີມການຊຳລະ ໂດຍບໍ່ໃຊ້ເງິນສົດ ໂດຍຊຸກຍູ້ການ ຊໍາລະໂດຍບໍ່ໃຊ້ເງິນສົດໃຫ້ຫົວ ໜ່ວຍທຸລະກິດ; ຄຸ້ມຄອງ ແລະ ປັບປຸງກົນໄກຕິດຕາມວິເຄາະກະ ແສເງິນເຂົ້າ-ອອກ ສປປ ລາວ; ພ້ອມນີ້ຄຸ້ມຄອງບໍລິສັດນຳເຂົ້າ- ອອກ ຄຳແທ່ງຢ່າງເຂັ້ມງວດ; ສືບຕໍ່ຊຸກຍູ້ພາກສ່ວນຕ່າງໆຊຳລະ ພາຍໃນປະເທດເປັນເງິນກີບ ເປັນ ຕົ້ນຄ່າການສຶກສາຂອງໂຮງຮຽນ ນາໆຊາດ, ຄ່າວີຊ່າ, ຄ່າພາສີ ຜ່ານດ່ານ ແລະ ອື່ນໆ ສືບຕໍ່ຊຸກຍູ້ທະນາຄານທຸລະ ກິດ ແລະ ສະຖາບັນການເງິນລະ ດົມເງິນຝາກພາຍໃນປະເທດດ້ວຍ ຫຼາຍຮູບການ, ພັດທະນາການບໍ ລິການໃຫ້ມີຄວາມທັນສະໄໝໃຫ້ ລູກຄ້າສາມາດເຂົ້າເຖິງສະດວກ ແລະ ທົ່ວເຖິງ; ຊຸກຍູ້ໃຫ້ທະນາ ຄານທຸລະກິດກຳນົດນະໂຍບາຍ ແລະ ສ້າງຜະລິດຕະພັນສິນເຊື່ອ ໃຫ້ຫຼາກຫຼາຍແທດເໝາະກັບແຕ່ ລະຂົງເຂດ ໂດຍສົມທົບການນຳ ໃຊ້ແຫຼ່ງເງິນຝາກ ແລະ ກູ້ຢືມ ຈາກຕ່າງປະເທດ; ຊຸກຍູ້ໃຫ້ທະ ນາຄານທຸລະກິດ ພັດທະນາ ຜະ ລິດຕະພັນສິນເຊື່ອໃຫ້ມີຄວາມ ຫຼາກຫຼາຍ ແລະ ສອດຄ່ອງກັບ ເປົ້າ ໝາຍການພັດທະນາເສດຖະ ກິດ-ສັງຄົມ ແລະ ໃຫ້ສິນເຊື່ອ ຂອງຂະແໜງທະນາຄານເພີ່ມ ຂຶ້ນຕາມແຜນທີ່ຄາດໄວ້; ຄຸ້ມ ຄອງອັດຕາສ່ວນໜີ້ NPL ຕາມ ແຜນທີ່ກຳນົດ; ພ້ອມນີ້ກໍຈະປະ ເມີນຜົນເສຍຫາຍຈາກໄພທໍາມະ ຊາດ ເພື່ອປະຕິບັດນະໂຍບາຍສິນ ເຊື່ອຕໍ່ລູກຄ້າທີ່ໄດ້ຜົນກະທົບ; ອອກນະໂຍບາຍສິນເຊື່ອສົ່ງເສີມ ວິສະຫະກິດຂະໜາດນ້ອຍ ແລະ ກາງຄ່ຽງຄູ່ກັບກະຊວງກ່ຽວ ຂ້ອງ ເພື່ອເປັນການຊຸກຍູ້ການ ຂະຫຍາຍຕົວເສດຖະກິດ; ປັບ ປຸງຂໍ້ມູນຂ່າວສານສິນເຊື່ອ ເອື້ອ ອຳນວຍໃນການວິເຄາະສິນເຊື່ອ ຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນ ແນໃສ່ຫຼຸດ ຜ່ອນຄວາມສ່ຽງທາງດ້ານສິນ ເຊື່ອ ແລະ ເປັນການປັບປຸງຕົວ ຊີ້ວັດການເຂົ້າເຖິງສິນເຊື່ອທີ່ຕິດ ພັນກັບຄໍາສັ່ງນາຍົກລັດຖະມົນຕີ ເລກທີ 02/ນຍ ແລະ ສືບຕໍ່ຊຸກຍູ້ ທະນາຄານນະໂຍບາຍປະຕິບັດ ນະໂຍບາຍສິນເຊື່ອໃຫ້ເມືອງເປົ້າ ໝາຍ, ຈຸດສຸມຂອງລັດຖະບານ ແລະ ທ້ອງຖິ່ນ ແລະ ວຽກງານ 3 ສ້າງຕາມທິດທາງຂອງພັກ-ລັດວາງອອກ. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ