ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ລັດຖະບານມົງໂກລີ ມອບແກະຈຳນວນ 1.000 ກວ່າໂຕເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວ
ເວລາອອກຂ່າວ: 2018-11-26 09:23:57 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1469 | ຄວາມນິຍົມ:



ພິທີມອບຮັບແກະຈໍານວນ 1.050 ໂຕທີ່ລັດຖະບານມົງໂກ ລີ ມອບເປັນຂອງຂວັນໃຫ້ແກ່ ລັດຖະບານ ສປປ ລາວ ໄດ້ຈັດ ຂຶ້ນໃນຕອນບ່າຍວັນທີ 23 ພະ ຈິກ 2018 ນີ້ ຢູ່ທີ່ສະໜາມບິນ ທະຫານວັດໄຕ, ຕາງໜ້າລັດຖະ ບານມົງໂກລີ ກ່າວມອບໂດຍ ທ່ານ ກາລ ບັດຣ໌າຕ ເອກອັກຄະ ລັດຖະທູດວິສາມັນຜູ້ມີອໍານາດ ເຕັມແຫ່ງມົງໂກລີ ປະຈໍາລາວ, ຕາງໜ້າລັດຖະບານລາວ ກ່າວ ຮັບໂດຍ ທ່ານ ບຸນຂວາງ ຄໍາບຸນ ເຮືອງ ຮອງລັດຖະມົນຕີກະ ຊວງກະສິກໍາ ແລະ ປ່າໄມ້ ຈາກ ນັ້ນໄດ້ມອບຕໍ່ໃຫ້ກະຊວງປ້ອງ ກັນປະເທດນໍາໄປລ້ຽງດູ ແລະ ຂະຫຍາຍພັນຕໍ່ໄປ ເຊິ່ງຕາງໜ້າ ໃຫ້ກະຊວງປ້ອງກັນປະເທດ ກ່າວຮັບໂດຍ ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະ ຊວງປ້ອງກັນປະເທດ ແລະ ເປັນກຽດເຂົ້າຮ່ວມເປັນສັກຂີ ພະຍານມີທ່ານ ລຽນທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍແຂກ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ແກະຈໍານວນ 1.000 ກວ່າ ໂຕທີ່ລັດຖະບານມົງໂກລີນໍາມາ ມອບເປັນຂອງຂວັນໃຫ້ແກ່ລັດຖະ ບານລາວຄັ້ງນີ້ ແມ່ນມີແກະແມ່ ພັນຈໍານວນ 850 ໂຕ, ແກະ ພໍ່ ພັນ 25 ກວ່າໂຕ ແລະ ແກະທົ່ວ ໄປ 175 ກວ່າໂຕ ເຊິ່ງແກະທັງ ໝົດນີ້ແມ່ນມອບໃຫ້ກະຊວງປ້ອງ ກັນປະເທດນໍາໄປລ້ຽງດູ ແລະ ຂະຫຍາຍແນວພັນຢູ່ສະຖານ ທີລ້ຽງຂອງກະຊວງປ້ອງກັນປະ ເທດ 2 ຈຸດຄື: ທົ່ງພູເກັງແຂວງ ຊຽງຂວາງ ແລະ ທົ່ງຜາເຈຍ ແຂວງຫລວງພະບາງ ພ້ອມນີ້ ທາງລັດຖະບານມົງໂກລີຍັງໄດ້ ສົ່ງຊ່ຽວຊານ 3 ທ່ານ ມາຊ່ວຍ ວິຊາການລາວ ໃນໄລຍະ 3 ເດືອນ, ເຊິ່ງການມອບຂອງ ຂວັນໃນຄັ້ງນີ້ແມ່ນເພື່ອເປັນການ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ລາວ-ມົງໂກລີໃຫ້ນັບມື້ ແໜ້ນແຟ້ນຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ