ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ສະຕາ ຟີນເທັກ ຈຳກັດຜູ້ດຽວ ແລະ ທະນາຄານຮຸ່ນສ່ວນການຄ້າທະຫານສາຂາລາວເຊັນສັນຍາຮ່ວມມືກັນ
ເວລາອອກຂ່າວ: 2019-11-18 09:58:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ:



ວັນທີ 13 ພະຈິກ 2019, ຢູ່ທີ່ສູນຢູນີເທວ ບໍລິສັດ ສະຕາ ໂທລະຄົມ (Star Telecom)-ບໍລິສັດ ສະຕາ ຟິນເທັກ ຈໍາກັດ ຜູ້ດຽວ (Star Fintech) ແລະ ທະນາຄານຫຸ້ນສ່ວນການຄ້າທະ ຫານ (MB Bank) ໄດ້ຈັດພິທີ ເຊັນສັນຍາຮ່ວມມື ໃນວຽກງານ ການເຊື່ອມຕໍ່ລະບົບ, ນໍາເອົາບັນດາຜະລິດຕະພັນບໍລິການທະນາ ຄານ-ການເງິນ ທີ່ທະນາຄານ BM ສະໜອງເຂົ້າໃນບໍລິການກະເປົາ ເງິນເອເລັກໂທນິກ u-money ເພື່ອສະໜອງບໍລິການໃຫ້ແກ່ຜູ້ຊົມໃຊ້, ໂດຍການລົງນາມຂອງ ທ່ານ ລິວແມັງຮ່າ ຜູ້ອຳນວຍການ ໃຫຍ່ບໍລິສັດ Star Telecom-ຜູ້ອຳນວຍການບໍລິສັດ Star Fintech ແລະ ທ່ານ ຫງ້ຽນ ດິກ ຮູຍ ອໍານວຍການໃຫຍ່ ທະນາ ຄານ MB Bank, ມີບັນດາພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ. ເພື່ອການນໍາໃຊ້ບັນດາເທັກໂນໂລຢີໃໝ່ທີ່ທັນສະໄໝ ແລະ ນະວັດຕະກຳທີ່ໂດດເດັ່ນ, ບໍລິສັດ Star Telecom ໄດ້ສ້າງຕັ້ງ ບໍ ລິສັດ Star Fintech ຂຶ້ນ ໂດຍ ຈຸດປະສົງ ເພື່ອນຳໃຊ້ເທັກໂນໂລ ຢີລະບົບການເງິນແບບເທັກ ໂນໂລຊີ ສ້າງເງື່ອນໄຂສະດວກແກ່ປະຊາຊົນໃນຂອບເຂດທົ່ວ ປະເທດ ໄດ້ເຂົ້າເຖິງບໍລິການທາງດ້ານການເງິນ ແລະ ທະນາຄານ ໄດ້ງ່າຍດາຍ, ສະດວກ, ວ່ອງໄວ ກັບຄ່າທຳນຽມທີ່ຕ່ຳທີ່ສຸດ. ໂດຍ ພາຍໃຕ້ການຮ່ວມມືລະຫວ່າງ ບໍລິສັດ Star Fintech ແລະ MB Bank, ນຳເອົາຜະລິດ ຕະພັນການບໍລິການດ້ານການ ເງິນ-ການທະນາຄານ ໂດຍໃຫ້ ຄຳໝັ້ນສັນຍາວ່າຈະນຳເອົາຜະ ລິດຕະພັນເຂົ້າໃນການບໍລິ ການຊຳລະເງິນ ແລະ ການບໍ ລິການດ້ານການທະນາຄານ ເອເລັກໂຕຣນິກ, ການເງິນຈຸລະ ພາກມາຮັບໃຊ້ພໍ່ແມ່ປະຊາຊົນ. ໂດຍອີງຕາມຂໍ້ສະດວກດັ່ງກ່າວ ນັ້ນ, ຍຸດທະສາດຕົ້ນຕໍຂອງ Star Fintech ໃນຕໍ່ໜ້ານີ້ແມ່ນ ການລວມບໍລິການກະເປົາເງິນ ອີເລັກໂທນິກ u-money ກັບບັນ ດາທະນາຄານ ເຊັ່ນ: MB Bank ເພື່ອນໍາໃຊ້ດ້ານໂທລະຄົມ ຂອງຢູ ນີເທວ, ບໍລິການຂອງບໍລິສັດ Star Fintech ແລະ ບັນດາບໍລິການທາງດ້ານການເງິນຂອງທະນາຄານ ເພື່ອເປີດຊ່ອງທາງ ການຊຳລະເງິນຮູບແບບໃໝ່ທີ່ ສະດວກ, ປອດໄພ, ວ່ອງໄວ ແລະ ມີປະສິດທິຜົນ, ຊ່ວຍໃຫ້ ທຸກຄົນສາມາດເຂົ້າເຖິງການບໍລິ ການທາງການເງິນ-ການທະ ນາຄານໄດ້ ເຊັ່ນ: ການເອົາເງິນ ສົດເຂົ້າ, ໂອນເງິນ, ຖອນເງິນ (ລູກຄ້າ u-money ແລະ MB Bank ສາມາດເຮັດທຸລະກຳຜ່ານ ປ່ອງບໍລິການຂອງທະນາຄານ MB ແລະ ຈຸດຂາຍຂອງ u-money ໄດ້), ປະກອບສ່ວນຊ່ວຍ ຫຼຸດຜ່ອນຄວາມທຸກຍາກ, ໂດຍ ການ ເຊື່ອມຕໍການຄ້າຂາຍ ຕ່າງໆ ໃຫ້ແກ່ພໍ່ແມ່ປະຊາຊົນໃນທຸກ ຂົງເຂດ. ທ່ານ ລິວແມັງຮ່າ ໄດ້ກ່າວ ໃຫ້ຮູ້ວ່າ: ພວກເຮົາເຊື່ອວ່າການ ຮ່ວມມືຂອງ Star Fintech ແລະ MB Bank ຈະເປັນການຊ່ວຍໃຫ້ ທັງສອງຝ່າຍມີການພັດທະນາ ຜະລິດຕະພັນ ແບບປະສົມປະ ສານ, ມຸ່ງໄປສູ່ເປົ້າໝາຍການພັດ ທະນາແບບຍືນຍົງ, ນຳມາເຊິ່ງ ມູນຄ່າເພີ່ມໃຫ້ແກ່ລູກຄ້າທັງສອງ ຝ່າຍ. ການຮ່ວມມືນີ້ ຍັງເປັນ ບາດກ້າວທີ່ສຳຄັນໃນການປະ ກອບສ່ວນດ້ານຜົນປະໂຫຍດ ໃຫ້ແກ່ສັງຄົມ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດໃນ ໄລຍະການປະຕິວັດອຸດສາຫະກຳ ຄັ້ງທີ 4D. ປະກອບສ່ວນເຂົ້າໃນການ ແກ້ໄຂຄວາມທຸກຍາກຊ່ວຍໃຫ້ຊີວິດການເປັນຢູ່ດີຂື້ນກ່ວາເກົ່າ. ທ່ານ ຫງ້ຽນ ດິກ ຮູຍ ກໍໄດ້ ກ່າວໃຫ້ຮູ້ວ່າ: MB Bank ດ້ວຍຄວາມສາມາດ, ດ້ວຍປະ ສົບການທັງພາຍໃນ ແລະ ພາກພື້ນໃນການຜັນຂະຫຍາຍບັນດາໂຄງການ ທາງດ້ານ ການເງິນ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມ ມືກັບ ບໍລິສັດ ສະຕາ ຟີນເທັກ ເພື່ອສະໜອງການບໍລິການດ້ານ ການເງິນ-ການທະນາຄານໃນລາ ຄາທີ່ເໝາະສົມ, ປະກອບສ່ວນສົ່ງ ເສີມການເຂົ້າເຖິງການບໍລິການທາງດ້ານການເງິນຂອງປະຊາຊົນ ປະກອບສ່ວນເຂົ້າໃນການສົ່ງ ເສີມໃນການພັດທະນາຂອງປະ ເທດທີ່ນັບມື້ນັບເຕີບໃຫຍ່ຂະ ຫຍາຍຕົວ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ