ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຄງການກໍ່ສ້າງທາງລຽບແມ່ນ້ຳຂອງຕອນເໜືອຂອງລາວ ສຳເລັດແລ້ວ 90%
ເວລາອອກຂ່າວ: 2019-11-19 09:11:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ສະຫາຍ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍເສນາທິການກອງທັບຜູ້ຊີ້ນໍາໂຄງການພ້ອມດ້ວຍຄະນະວິຊາການພະນັກງານທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວກວດກາຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງລຽບຕາມແມ່ນໍ້າຂອງຕອນເໜືອຂອງລາວໂດຍແມ່ນກະຊວງປ້ອງກັນປະເທດເປັນເຈົ້າຂອງໂຄງການ. ອີງຕາມການລາຍງານຂອງ ທ່ານ ລີຫົງ ຈີ ຜູ້ຮັບຜິດຊອບການ ກໍ່ສ້າງໃຫ້ຮູ້ວ່າ: ໂຄງການດັ່ງ ກ່າວແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 22 ມີນາ 2017 ມາຮອດປັດຈຸບັນສາມາດດຳເນີນການກໍ່ສ້າງສຳເລັດແລ້ວ 90% ເຊິ່ງແມ່ນທຶນຊ່ວຍເຫຼືອລ້າຈາກ ສປ ຈີນ, ໂຄງການກໍ່ສ້າງເສັ້ນທາງລຽບຕາມແມ່ນ້ໍາຂອງຕອນເໜືອຂອງລາວເລີ່ມແຕ່ບ້ານ ມອມ ຫາ ບ້ານ ຫ້ວຍໄຄ້ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີໄລຍະ ທາງ 22,431 ກິໂລແມັດ, ເຊິ່ງຊະນະການປະມູນຕາມລະບຽບກົດໝາຍ ຂອງ ສປ ຈີນ ໄດ້ແກ່ 4 ບໍລິສັດຄື: 1. ສໍາຫຼວດ-ອອກ ແບບໄດ້ແກ່: ສະຖາບັນສໍາຫຼວດ-ອອກແບບທາງລົດໄຟເລກທີ 3 ຈໍາກັດ, 2. ທີ່ປຶກສາ ແລະ ຄຸ້ມຄອງໂຄງການໄດ້ແກ່ 2 ບໍລິສັດ (ບໍລິ ສັດທີ່ປຶກສາວິສະວະກໍາກໍ່ສ້າງ ທາງຫຼວງເຄີຍຫຼົງຈຽງ ແລະ ບໍລິສັດຫຼົງຈ້ຽນກໍ່ສ້າງຈໍາກັດ). 3. ບໍລິສັດຮັບເໝົາກໍ່ສ້າງໄດ້ແກ່: ບໍລິສັດທາງລົດໄຟເລກທີ 17 ສປ ຈີນ ຈໍາກັດ ໂຄງສ້າງຫຼັກຂອງເສັ້ນທາງປະກອບມີ: ຊັ້ນວັດສະດຸຄັດ ເລືອກ, ຊັ້ນຮອງພື້ນທາງ, ໜ້າ ທາງກວ້າງ 7 ແມັດ, ບ່າທາງກວ້າງເບື້ອງ 50 ຊມ, ໄລຍະທາງ ທັງໝົດ 22,431 ກິໂລແມັດ, ອອກແບບຕາມມາດຕະຖານເຕັກ ນິກທາງຂັ້ນ 3 ຂອງ ສປ ຈີນ ແລະ ທາງຂັ້ນ 4 ຂອງລາວ, ມີ ຮ່ອງລະບາຍນຳ້ຂ້າງທາງ, ທໍ່ລອດທາງ, ຂົວ, ທາງແຍກ, ປ້າຍ ຈາລະຈອນ ແລະ ຫຼັກປະກັນໄພຕ່າງໆຕາມເສັ້ນທາງມີຂົວ 5 ແຫ່ງ ລວມລວງຍາວທັງໝົດຂອງຂົວ 310, 9 ແມັດ, ມີທໍ່ລອດ ພື້ນທາງ 71 ຈຸດ, ຮ່ອງລະບາຍ ນ້ໍາມີຝາປິດ 26 ຈຸດ, ບໍລິມາດ ດິນຂຸດ ( ລວມທັງດິນຂຸດແກ້ ບວມ ) 973, 615 ແມັດກ້ອນ, ບໍລິມາດດິນຖົມ ( ລວມທັງຖົມຄືນດິນດຸດລອກ ແລະ ດິນແກ້ ບວມ ) 229, 913 ແມັດກ້ອນ, ອະນາໄມ ແລະ ດຸດລອກໜ້າດິນ 18,689 ຕາແມັດ, ຕ້ານເຈື່ອນ 40,648 ແມັດກ້ອນ, ຄວາມຍາວຂອງຮ່ອງລະບາຍນຳ້ຂ້າງ ທັງໝົດ 36,873 ແມັດ, ໜ້າທາງ ປູຢາງ 161,870 ແມັດ, ມີມູນຄ່າການກໍ່ສ້າງທັງໝົດ 155.483.600 ຢວນ ( ສະກຸນເງິນຈີນ ). ພາຍຫຼັງໄດ້ຮັບການ ກໍ່ສ້າງສໍາເລັດຕາມແຜນການໃນ ເດືອນທັນວາ 2019 ຈະອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການສັນຈອນ ໄປ- ມາຂອງປະຊາຊົນບັນດາບ້ານຕໍ່ ບ້ານ, ລະຫວ່າງເມືອງຕົ້ນເຜິ້ງ ຫາເມືອງເມິງ ແລະ ແຂວງບໍ່ແກ້ວ ຫາ ແຂວງຫຼວງນ້ໍາທາ ໃຫ້ມີ ຄວາມວ່ອງໄວ ແລະ ອໍານວຍຄວາມສະດວກໃຫ້ການເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບລຽບຕາມຊາຍແດນແມ່ນ້ໍາຂອງອີກດ້ວຍ. ໂດຍ : ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ