ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ບໍລິສັດ ຜະລິດ-ການຄ້າ-ບໍລິການ ສສ ຫວຽດນາມ ມອບເງິນ ໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2026-11-04 15:23:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 228 | ຄວາມນິຍົມ:



ວັນທີ 4 ພະຈິກ 2026 ນີ້, ສະຫາຍ ວູ້ ງັອກ ລີ້ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ສປປ ລາວ (ແຂວງຫຼວງພະບາງ) ພ້ອມດ້ວຍ ສະຫາຍ ນາງ ໂງ່ ຖິ ມິ່ງ ປະທານບໍລິສັດ ຜະລິດ-ການຄ້າ-ບໍລິການ (QMCD-SBL) ສສ ຫວຽດນາມ ຈຳກັດ ພ້ອມຄະນະ ໄດ້ມອບເງິນສົດຈຳນວນ 60.000.000 ກີບ ໃຫ້ກອງບັນຊາການທະຫານແຂວງຫຼວງພະບາງ ເພື່ອປະກອບສ່ວນຊ່ວຍເຫຼືອ ແລະ ຊຸກຍູ້ເຂົ້າໃນວຽກງານການຜະລິດກະສິກຳ ກໍຄືການຊຸກຍູ້ເຂົ້າໃນວຽກງານປ້ອງກັນຊາດ ຂອງກອງບັນຊາການທະຫານແຂວງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງລາ ໄຊຍະວົງສັກ ໄດ້ສະແດງຄວາມຂອບໃຈ ມາຍັງຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ສປປ ລາວ ແລະ ປະທານ ບໍລິສັດ QMCD-SBL ພ້ອມຄະນະ ທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ ຈະນຳເອົາເງິນດັ່ງກ່າວໄປໝູນໃຊ້ໃຫ້ຖືກຕາມຈຸດປະສົງ ແລະ ເກີດປະໂຫຍດສູງສຸດ. ໂດຍ: ລີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ