ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 11 ພະຈິກ 2026

  

ປະກາດການບົ່ງຕົວແຕ່ງຕັ້ງກຳມະບານຮາກຖານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2026-11-04 15:41:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ:



ພິທີ ປະກາດການບົ່ງຕົວແຕ່ງຕັ້ງກຳມະບານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກ 2026 ນີ້, ໂດຍການການເປັນປະທານ ຂອງສະຫາຍ ພັນເອກ ພົງສະໄໝ ຫຸນນະຈໍາປາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະພັກ-ຄະນະອໍານວຍການ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນລັບ ພະວິເສດ ຫົວໜ້າພະແນກກໍາມະບານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະບານຮາກຖານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ບຸນລຽບ ຕ່ອມມະນີ ເປັນຮອງປະທານຮາກຖານກຳມະບານ ແລະ ສະຫາຍ ພັນໂທ ໄມນ້ອຍ ໄຊຍະວົງ ເປັນກຳມະການກຳມະບານຮາກຖານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ. ໂອກາດນີ້, ສະຫາຍ ພັນເອກ ພົງສະໄໝ ຫຸນນະຈຳປາ ໄດ້ຮຽກຮ້ອງໃຫ້ຄະນະກໍາມະບານຮາກຖານ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງແໜ້ນແຟ້ນ, ສຶກສາອົບຮົມສະມາຊິກກຳມະບານ, ພະນັກງານ, ກຳມະກອນ ໃຫ້ເປັນພົນລະເມືອງດີ, ມີລະບຽບແບບແຜນໃນການອອກແຮງງານ, ມີຄວາມຕື່ນຕົວທາງດ້ານການເມືອງ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ອະລິຍາທໍາທາງດ້ານຈິດໃຈ, ເປັນຕົວແທນ ແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງກຳມະກອນ, ຊາວຜູ້ອອກແຮງງານ, ນັກຮຽນຮູ້ປັນຍາຊົນ, ເຂົ້າຮ່ວມໃນການຕິດຕາມ, ກວດກາການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເປັນຕົ້ນ ຂອງອົງການຈັດຕັ້ງລັດແຕ່ລະຂັ້ນ ແລະ ຫົວໜ່ວຍແຮງງານ, ເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ