ເປີດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາໜ່ວຍພັກ ຄັ້ງທີ I ທົ່ວຄະນະພັກຮາກຖານ ຫ້ອງການບໍລິຫານ ກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2026-11-05 10:51:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ: ![]()
ພິທີ ເປີດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາ ໜ່ວຍພັກ ຄັ້ງທີ I ທົ່ວຄະນະພັກຮາກຖານ ຫ້ອງການບໍລິຫານ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ເລຂາໜ່ວຍພັກ, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະອະນຸກຳມະການ, ຄະນະພັກຮາກຖານ, ໜ່ວຍພັກ ແລະ ນັກກວດສອບເລຂາ- ຮອງເລຂາ ເຂົ້າຮ່ວມ.
ການເປີດເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາໜ່ວຍພັກ ທົ່ວຄະນະພັກຮາກຖານຫ້ອງການບໍລິຫານ ກົມໃຫຍ່ພະລາທິການກອງທັບ ຄັ້ງນີ້, ເປັນການປະຕິບັດແນວທາງກໍ່ສ້າງພັກໃນໄລຍະໃໝ່ ເພື່ອແນ່ໃສ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຍົກສູງຄວາມສາມາດນໍາພາ, ແບບແຜນວິທີເຮັດວຽກ, ຄວາມຮັບຮູ້ທາງດ້ານທິດສະດີ, ຫຼັກການພື້ນຖານ ຂອງວຽກງານຈັດຕັ້ງ-ກໍ່ສ້າງພັກໃຫ້ມີການຫັນປ່ຽນອັນໃໝ່, ທັງເປັນການປະຕິບັດຕາມທິດຊີ້ນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ໃນການຈັດຕັ້ງເຝິກອົບຮົມ-ຫັດແອບ ແລະ ກວດສອບຄວາມຮູ້, ຄວາມສາມາດ, ແບບແຜນວິທີເຮັດວຽກ ໃຫ້ຖັນແຖວເລຂາ, ຮອງເລຂາໜ່ວຍພັກ ມີຄວາມຊໍານິຊໍານານ ຕໍ່ວຽກງານກໍ່ສ້າງພັກ ໃຫ້ເປັນເອກະພາບ, ແນ່ໃສ່ເຮັດໃຫ້ການກໍ່ສ້າງພັກໃນກອງທັບ ຖືກຕ້ອງຕາມແນວທາງ ຂອງພັກ, ສົມເປັນກໍາລັງໄວ້ເນື້ອເຊື່ອໃຈ ຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ກາຍເປັນກອງທັບປະຕິວັດທີ່ມີລະບຽບ, ແບບແຜນ ແລະ ທັນສະໄໝ.
ການເຝິກອົບຮົມຄັ້ງນີ້ ນັກກວດສອບ ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າບັນດາເນື້ອໃນເອກະສານພາກທິດສະດີ, ພາກປະຕິບັດຕົວຈິງ ແລະ ທົບທວນຄືນບົດຮຽນກໍ່ສ້າງພັກ ໃນໄລຍະຜ່ານມາຂອງຕົນ ເພື່ອພ້ອມກັນກ້າວໄປສູ່ຄວາມເປັນເອກະພາບ, ດ້ານແບບແຜນວິທີເຮັດວຽກຂອງຖັນແຖວເລຂາ, ຮອງເລຂາຕໍ່ວຽກງານພັກ-ວຽກງານການເມືອງ ຂອງກອງທັບ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















