ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 08 ພະຈິກ 2026

  

ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງນໍ້າທາ ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຮາບ ຊຸດທີ VII
ເວລາອອກຂ່າວ: 2026-11-05 14:53:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງນໍ້າທາ ໄດ້ເປີດຮຽນ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ VII ລະບົບ 1 ປີ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ບຸນມີ ໄຊປະເສີດ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ຄະນະອໍານວຍການ ໂຮງຮຽນການທະຫານທ້ອງຖິ່ນແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເປີດຮຽນ ກໍ່ສ້າງນາຍສິບທະຫານຮາບ ຊຸດທີ VII ຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງຫຼວງນໍ້າທາ ປະຈຳສົກປີ 2026-2027 ພ້ອມທັງ, ຜ່ານແຜນການອົບຮົມກໍ່ສ້າງນາຍສິບ ຊຸດທີ VI, ມີນັກຮຽນກໍ່ສ້າງນາຍສິບທັງໝົດ 80 ສະຫາຍ, ເນື້ອໃນການຮຽນລວມມີ 9 ພາກ ແລະ 16 ວິຊາຮຽນ ຄື: ພາກການເມືອງ, ພາກພະລາທິການ, ພາກເຕັກນິກ, ພາກຄວາມຮູ້ທົ່ວໄປ, ພາກລະບຽບຮູບແຖວ, ພາກກິລາການທະຫານ, ພາກຍຸດທະສິນ, ພາກເສນາທິການ ແລະ ພາກຍຸດທະວິທີ. ຈຸດປະສົງ ເພື່ອສ້າງພະນັກງານບັນຊາຂັ້ນໝວດ, ກອງຮ້ອຍ ໃຫ້ກຳແໜ້ນທາງດ້ານສິລະປະຍຸດ-ຍຸດທະວິທີທະຫານຮາບ ມີຄວາມຊຳນິຊຳນານ ເປັນພື້ນຖານໃນການນຳພາບັນຊາ, ແນໃສ່ຮັບປະກັນເຮັດສຳເລັດໜ້າທີ່ຂອງຕົນ ກໍຄືໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່. ໂອກາດນີ້, ສະຫາຍ ພັນເອກ ບຸນມີ ໄຊປະເສີດ ໄດ້ເນັ້ນໜັກຫຼາຍໃຫ້ຄະນະອຳນວຍການ, ຄູ-ອາຈານ ແລະ ຄະນະຮັບຜິດຊອບ ຕ້ອງເອົາໃຈໃສຊີ້ນຳຊຸດອົບຮົມຢ່າງໃກ້ຊິດຕິດແທດ ເພື່ອເຮັດໃຫ້ແຜນການອົບຮົມຄັ້ງນີ້ ບັນລຸຕາມລະດັບຄາດໝາຍ ທັງປະລິມານ ແລະ ຄຸນນະພາບ, ນັກຮຽນຕ້ອງເອົາໃຈໃສ່ສຶກສາຮໍ່າຮຽນ ເກັບກຳບັນດາເນື້ອໃນບົດຮຽນ ທີ່ຄູ-ອາຈານຖ່າຍທອດໃຫ້ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານທີ່ພັກ-ລັດຂັ້ນເທິງ ກໍຄືກົມກອງມອບໝາຍໃຫ້ໃນຕໍ່ໜ້າ. ພ້ອມນັ້ນ, ຕ້ອງຮັດແໜ້ນຄວາມສາມັກຄີກັບໝູ່ເພື່ອນ, ຄູ-ອາຈານ, ອຳນາດການປົກຄອງ ແລະ ປະຊາຊົນບ້ານອ້ອມຂ້າງໃຫ້ແໜ້ນແຟ້ນ. ໂດຍ: ບຸນປະດິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ