ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫຼຸບຖອດຖອນບົດຮຽນວຽກງານກວດກາລະບຽບ ສົກຮຽນ 2025-2026
ເວລາອອກຂ່າວ: 2026-11-05 14:55:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 256 | ຄວາມນິຍົມ:



ວັນທີ 5 ພະຈິກ 2026 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກວດກາລະບຽບ ຂັ້ນໂຮງຮຽນ ສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຫ້ອງ, ພະແນກການ, ກອງພັນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຍອດ ສີບຸນເຮືອງ ຮອງຫົວໜ້າພະແນກລະບຽບ-ກິລາ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ກວດກາລະບຽບ ຂັ້ນໂຮງຮຽນ ໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນ ຜົນສຳເລັດ, ດ້ານດີ, ຈຸດອ່ອນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັັດຕົວຈິງ ໃນນີ້, ຄະນະກວດກາລະບຽບ ໄດ້ກວດການລະບຽບ ໂດຍມີຜົນການຈັດປະເພດທຸງແດງ ແລະ ທຸງຂາວ ຂອງແຕ່ລະກົມກອງ ຄື: ຫ້ອງການ ແລະ ບໍລິຫານ ໄດ້ທຸງແດງ 4 ຄັ້ງ, ຂາວ 1 ຄັ້ງ; ຫ້ອງສຶກສາ ໄດ້ທຸງແດງ 3 ຄັ້ງ, ຂາວ 2 ຄັ້ງ; ຫ້ອງການເມືອງ ໄດ້ທຸງແດງ 4 ຄັ້ງ, ຂາວ 1 ຄັ້ງ; ຫ້ອງພະລາທິການ-ເຕັກນິກ ໄດ້ທຸງແດງ 3 ຄັ້ງ, ຂາວ 2 ຄັ້ງ; ກອງພັນທີ 1 ໄດ້ທຸງແດງ 3 ຄັ້ງ, ຂາວ 2 ຄັ້ງ; ກອງພັນທີ 2 ໄດ້ທຸງແດງ 3 ຄັ້ງ, ຂາວ 2 ຄັ້ງ; ໝວດປ້ອງກັນທີ່ຕັ້ງ ໄດ້ທຸງແດງ 2 ຄັ້ງ, ຂາວ 3 ຄັ້ງ; ຫໍພັກພະນັກງານ ໄດ້ທຸງແດງ 1 ຄັ້ງ, ຂາວ 3 ຄັ້ງ ແລະ ຫໍພັກຄູ-ອາຈານໂສດ ໄດ້ທຸງຂາວ 5 ຄັ້ງ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານທິດທາງແຜນການ ໃນສົກຮຽນຕໍ່ໜ້າ ແລະ ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນ, ສະເໜີແນວທາງແກ້ໄຂຂໍ້ຄົງຄ້າງຕ່າງໆ ຢ່າງກົງໄປກົງມາ. ໂອກາດນີ້, ປະທານ ໄດ້ມີຄຳເຫັນໂອ້ລົມ ຫຼາຍບັນຫາສຳຄັນ ຕື່ມອີກ. ໂດຍ: ໂອລິນ ມິ່ງມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ