ສພລ ກຽມຈັດງານວາງສະແດງຜະລິດຕະພັນເຟີນີເຈີ ໄມ້ລາວ ຄັ້ງທີ 6
ເວລາອອກຂ່າວ: 2019-11-22 10:41:57 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 367 | ຄວາມນິຍົມ: ![]()
ສະມາຄົມເຟີນິເຈີລາວ ຫຼື ສຟລ ກຳລັງຫ້າງຫາກະກຽມເພື່ອ ຈັດໃຫ້ມີຄວາມຍິ່ງໃຫຍ່ອາລັງ ການງານວາງສະແດງຜະລິດຕະ ພັນເຟີນີເຈີໄມ້ລາວ ຄັ້ງທີ 6 ລະ ຫວ່າງວັນທີ 11-19 ມັງກອນ 2020 ທີ່ສູນການຄ້າລາວ-ໄອ ເຕັກ ນະຄອນຫຼວງວຽງຈັນ ທັງ ນີ້, ສຟລ ເຊີນຊວນບັນດາຫົວ ໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດຈັບຈອງຫ້ອງ ເພື່ອ ນຳສິນຄ້າເຂົ້າຮ່ວມວາງສະແດງ ໃຫ້ມີຄວາມຫຼາກຫຼາຍ ແລະ ຄຶກ ຄື້ນກວ່າຄັ້ງກ່ອນໆ.
ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນິເຈີ ລາວ, ຜູ້ຊີ້ນໍາການຈັດງານວາງ ສະແດງຜະລິດຕະພັນເຟີນິເຈີໄມ້ ລາວຄັ້ງທີ 6 ເປີດເຜີຍໃຫ້ຮູ້ວ່າ: ການຈັດງານຄັ້ງນີ້ຄາດຄະເນຈະ ມີຫົວໜ່ວຍທຸລະກິດດ້ານເຟີນິເຈີ ທັງພາຍໃນ ແລະ ຕ່າງປະເທດ ນຳສິນຄ້າເຂົ້າຮ່ວມວາງສະແດງ ບໍ່ຫຼຸດ 80 ຫົວໜ່ວຍ, ມູນຄ່າສິນ ຄ້າປະມານ 12 ຕື້ກວ່າກີບ ແລະ ຄາດວ່າ ຈະມີຜູ້ເຂົ້າຊົມງານຫຼາຍ ເຖິງ 1,5 ແສນຄົນ ທັງນີ້ກໍເພື່ອ ປະຕິບັດຕາມນະໂຍບາຍໃນການ ສົ່ງເສີມການຜະລິດເຄື່ອງເຟີນີເຈີ ໄມ້ລາວ ທັງເປັນການໂຄສະນາ ເຜີຍແຜ່ໃຫ້ສັງຄົມຮັບຮູ້ຜະລິດ ຕະພັນເຟີນີເຈີໄມ້ລາວຫຼາຍຂຶ້ນ, ໃຫ້ຜູ້ຜະລິດສາມາດເຂົ້າຫາຕະ ຫຼາດ ແລະ ຈຳໜ່າຍສິນຄ້າໄດ້ທັງ ພາຍໃນ ແລະ ຕ່າງປະເທດ ກ້າວ ເຂົ້າສູ່ການສ້າງຕານ່າງການ ວາງສະແດງຈຳໜ່າຍສິນຄ້າເຟີນີ ເຈີກັບພາກພື້ນ ແລະ ສາກົນໃນ ອະນາຄົດ.
ພ້ອມດຽວກັນນັ້ນກໍເພື່ອຜັນ ຂະຫຍາຍຕາມເນື້ອໃນຂອງ ຄໍາສັ່ງເລກທີ 15/ນຍ ໃຫ້ປະ ກົດຜົນເປັນຈິງ, ເປັນການອະ ນຸລັກຮັກສາປ່າໄມ້, ການນຳໃຊ້ ໄມ້ໃຫ້ເກີດປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການ ປຸງແຕ່ງໃຫ້ເປັນຜະລິດຕະພັນ ສຳເລັດຮູບຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດ ຕະພັນຕາມທີ່ສັງຄົມ ປັດຈຸບັນ ຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການ ສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະ ພັນເຟີນີເຈີໄມ້ລາວໃຫ້ກາຍເປັນ ສິນຄ້າທີ່ມີຄຸນນະພາບ ແລະ ລາ ຄາເໝາະສົມຕາມຄວາມຕ້ອງ ການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກ ຍາກຕື່ມອີກໃນອະນາຄົດ, ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ ກັບສີໄມ້ລາຍມືຂອງຄົນລາວ ເຮົາ ແລະ ຫົວໜ່ວຍທຸລະກິດເຟີນີເຈີໄມ້ລາວໃຫ້ຂະຫຍາຍໂຕ ແລະ ສາມາດເຂົ້າສູ່ຕະຫຼາດພາກພື້ນ ແລະ ສາກົນໄດ້ໃນອະນາຄົດ, ສືບຕໍ່ຈາກການຈັດງານວາງສະແດງສີນຄ້າປະຈໍາປີ 2019 ທີ່ຜ່ານມາ ໃຫ້ຕໍ່ເນື່ອງ ແລະ ຍືນຍົງ.
ທ່ານ ກອງມາລາ ພົມມາໄລ ກ່າວຕື່ມວ່າ: ພາຍໃນງານນອກ ຈາກຈະໄດ້ພົບກັບຄວາມສວຍ ງາມຂອງສິນຄ້າເຟີນິເຈີຫຼາກ ຫຼາຍແລ້ວ ຍັງຈະມີກິດຈະກໍາ ອື່ນໆ ປິ່ນອ້ອມທີ່ຈະສາມາດສ້າງ ຄວາມມ່ວນຊື່ນໄດ້ຕະຫຼອດງານ ເປັນຕົ້ນແມ່ນ ການສາທິດການຜະ ລິດເຄື່ອງເຟີນີເຈີໄມ້ ແລະ ແກະ ສະຫຼັກໄມ້, ສຳມະນາເຝິກອົບຮົມ, ຈົກສະຫຼາກຊີງລາງວັນ (ເຄື່ອງ ເຟີນິເຈີ), ການແຂ່ງຂັນສິລະ ປະດົນຕີ ແລະ ອີກຫຼາກຫຼາຍກິດ ຈະກຳໂດຍຫົວໜ່ວຍທຸລະກິດທີ່ສົນໃຈເຂົ້າຮ່ວມງານສາມາດຕິດ ຕໍ່ສອບຖາມໄດ້ທີ່ໝາຍເລກໂທລະ ສັບ 021 720 454.
ໂດຍ: ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















