ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ລະເບີດບໍ່ທັນແຕກຍັງກົດໜວງການແກ້ໄຂຄວາມທຸກຍາກ
ເວລາອອກຂ່າວ: 2019-11-25 14:34:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ບັນຫາລູກລະເບີດບໍ່ທັນ ແຕກ (ລບຕ)ທີ່ຕົກຄ້າງໃນສະ ໄໝສົງຄາມເມື່ອກ່ອນ ຖືວ່າເປັນ ບັນຫາໜຶ່ງທີ່ກົດໜ່ວງການພັດ ທະນາເສດຖະກິດ ສັງຄົມຂອງ ປະເທດຊາດ ເວົ້າລວມເວົ້າສະ ເພາະແມ່ນການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ບັນດາເຜົ່າ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ມີຄວາມພະ ຍາຍາມຢ່າງສຸດຂີດເພື່ອປະຕິບັດ ເປົ້າໝາຍ. ໃນປັດຈຸບັນ ສປປ ລາວຍັງ ເປັນປະເທດທີ່ຖືກຜົນ ກະທົບຈາກລູກລະເບີດບໍ່ທັນແຕກ ຫຼາຍກວ່າໝູ່ໃນໂລກ, ຍັງມີລະ ເບີດ ເສດເຫຼືອປາງສົງຄາມຢູ່ໃນ ທົ່ວທຸກແຫ່ງ, ສາມາດພົບ ເຫັນລະ ເບີດບໍ່ທັນແຕກຕາມທົ່ງນາ, ບໍ ລິເວນເດີ່ນໂຮງຮຽນ, ຕາມພູ ພຽງ, ຫ້ວຍນໍ້າລໍາເຊ, ຕາມຖະ ໜົນຫົນທາງ, ແມ່ນແຕ່ໃນກາງເມືອງຢູ່ແຂວງຕ່າງໆອີກດ້ວຍ. ອີງຕາມຂໍ້ມູນຈາກ ຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ( ຄຄຊ) ແລະ ຂໍ້ມູນຈາກຕາມຮອຍເສັ້ນທາງໂຮ່ຈີ່ມິງບົນຜືນ ແຜ່ນດິນລາວໃຫ້ຮູ້ວ່າ: ນັບແຕ່ປີ 1996, ນອກຈາກການປະກອບສ່ວນເກືອບຮ້ອຍລ້ານໂດລາ ຈາກ ການຊ່ວຍເຫຼືອຕ່າງປະເທດເພື່ອ ແກ້ໄຂບັນຫາລະເບີດບໍ່ທັນແຕກ,ທາງພາກໜ້າດິນ ໃນລະຫວ່າງປີ 1964 ຫາປີ 1973 ບົ່ມບີຈໍານວນ 270 ລ້ານໜ່ວຍໄດ້ຖືກຖິ້ມລົງ ໃສ່ປະເທດລາວ ຕະຫຼອດໄລຍະ 9 ປີ, ໃນອັດຕາພາດທ່າແຕກ 30 % ໂດຍສະເລ່ຍ, ຄາດວ່າມີຫຼາຍກວ່າ 80 ລ້ານໜ່ວຍ ຍັງບໍ່ທັນແຕກ ແລະ ຖືກຕົກຄ້າງຢູ່ແບບກະແຈກ ກະຈາຍໃນທົ່ວປະເທດຮອດປັດ ຈຸບັນນີ້. ນອກຈາກນັ້ນ, ຍັງມີ ລູກບົ່ມໃຫຍ່ຈໍານວນ 4 ກວ່າລ້ານ ໜ່ວຍຖືກຖິ້ມລົງ ແລະ ໃນບາງແຂວງບັນດາສະໜາມຮົບອັນກວ້າງໃຫຍ່ຍັງມີລະເບີດບໍ່ທັນແຕກຕົກຄ້າງຢ່າງຫຼວງຫຼາຍ, ລວມທັງລູກປືນຄົກ, ລູກປືນໃຫຍ່, ລະເບີດຝັງດິນ ແລະ ລະເບີດມື. ໃນໄລຍະສົງຄາມໄດ້ມີການນໍາ ໃຊ້ທາດເຄມີຂ້າໃບໄມ້ ແລະ ຢາຂ້າ ຫຍ້າລວມທັງຝົນເຫຼືອງເປັນຈໍາ ນວນຫຼາຍ. ປັດຈຸບັນຫຼາຍເນື້ອ ທີ່ຍັງເປັນດິນທີ່ບໍ່ສາມາດປູກຝັງ ໄດ້, ທາດເຄມີຍັງສືບຕໍ່ເປັນມົນ ລະຜິດໃສ່ອາຫານ, ນໍ້າ ແລະ ຮ່າງ ກາຍຂອງຄົນເຮົາ, ເດັກນ້ອຍຫຼາຍ ຄົນເປັນພິການໂດຍກໍາເນີດ. ເຖິງ ຢ່າງໃດກໍຕາມ, ຜົນກະທົບຈາກ ທາດເຄມີຂອງອາວຸດສົງຄາມຕໍ່ ປະຊາຊົນພົນລະເຮືອນໃນ ສປປ ລາວ ຍັງບໍ່ທັນສາມາດຮູ້ໄດ້ຢ່າງ ຄົບຖ້ວນເທື່ອ. ລະເບີດທີ່ບໍ່ທັນແຕກຍັງສືບ ຕໍ່ເປັນບັນຫາພາລະອັນໜັກໜ່ວງ ໃຫ້ແກ່ປະຊາຊົນລາວສ່ວນຫຼາຍ ໃນຊົນນະບົດ ແລະ ສະພາບແວດ ລ້ອມໃນ ສປປ ລາວ. ປັດຈຸບັນ, ການເຂົ້າຫາເນື້ອທີ່ດິນໃນບາງ ເຂດຍັງມີຄວາມຫຍຸ້ງຍາກ, ການ ຂະຫຍາຍເນື້ອທີ່ກະສິກໍາຍັງມີ ຂໍ້ຈໍາກັດ, ການຈັດການບໍລິຫານ ປ່າໄມ້ຖືກສັນຄອນ, ບັນດາສັດ ລ້ຽງ ແລະ ສັດປ່າຖືກເຂັ່ນຂ້າ ລົ້ມຕາຍ, ບັນຫາຄວາມບໍ່ປອດ ໄພຍັງສືບຕໍ່ພົ້ນເດັ່ນ. ການຈັດ ຕັ້ງປະຕິບັດໂຄງການພັດທະນາ ມີມູນຄ່າເພີ່ມຂຶ້ນເມື່ອຈໍາເປັນ ຈະຕ້ອງເກັບກູ້ລະເບີດບໍ່ທັນແຕກ ອອກກ່ອນການໂຄງການພັດ ທະນາ, ເຊິ່ງອາດພາໃຫ້ໂຄງການ ຊັກຊ້າຕື່ມອີກ. ບັນດາພືື້ນທີ່ກະ ສິກໍາອັນມີຄຸນນະພາບບົ່ມຊ້ອນ ຖືກປະປ່ອຍ, ບໍ່ສາມາດນໍາໃຊ້ ພາຍ ໃນເຂດເນື້ອທີ່ສ່ຽງໄພຈາກ ລູກລະເບີດ ເຊິ່ງພາໃຫ້ຫຼຸດຜ່ອນ ທ່າແຮງຂອງຄວາມອຸດົມສົມບູນ ລົງໃນບັນດາຊຸມຊົນຢູ່ເຂດຊົນ ນະບົດ. ດັ່ງນັ້ນ, ໂອກາດຕ່າງໆໃນ ການພັດທະນາເສດຖະກິດດ້ານ ການທ່ອງທ່ຽວ, ເຂື່ອນພະລັງ ງານໄຟຟ້າ, ຂຸດຄົ້ນບໍ່ແຮ່, ປູກ ຕົ້ນໄມ້ອຸດສາຫະກໍາ ແລະ ບັນດາ ກິດຈະກໍາອື່ນໆທີ່ເປັນແມ່ແຮງ ຂອງການເຕີບໂຕແຫ່ງຊາດ, ລ້ວນແຕ່ຖືກຈໍາກັດຮັດແຄບ, ພາ ໃຫ້ຫຍຸ້ງຍາກ ແລະ ມີມູນຄ່າສູງ ຂຶ້ນ, ໃນທົ່ວປະເທດຖືກຜົນກະທົບ ໂດຍລູກລະເບີດບໍ່ທັນແຕກຫຼາຍ ກວ່າໝູ່ໃນສົງຄາມ ເຊິ່ງຍັງມີລະ ເບີດເສດເຫຼືອໃນປາງສົງຄາມ ເຮັດໃຫ້ປະຊາຊົນຖືກບາດເຈັບ ແລະ ເສຍຊີວິດ 300 ຄົນ ໃນ ແຕ່ລະປີໂດຍປະມານ ແລະ ເປັນ ອຸປະສັກຕໍ່ການສ້າງສາພັດທະ ນາເສດຖະກິດ-ສັງຄົມສໍາລັບປະ ຊາຊົນທີ່ຢູ່ອາໄສແມ່ນມີຄວາມ ສ່ຽງໃນຂົງເຂດນີ້, ອີງຕາມ ສະຖິຕິແຫ່ງຊາດ, ແຕ່ປີ 1964 ຫາປີ 2008, ທົ່ວປະເທດ ມີຜູ້ປະ ສົບເຄາະຮ້າຍຈາກລະເບີດບໍ່ທັນ ແຕກ 50.136 ຄົນ, ສະເລ່ຍ 300 ຄົນຕໍ່ປີ; ສະເພາະແຂວງສະ ຫວັນນະເຂດ, ມີຜູ້ຖືກເຄາະຮ້າຍ 12.530 ຄົນ. ກວມເອົາ 25%. ສະພາບຜົນກະທົບຈາກ ລບຕ ເປັນອຸປະສັກໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວໃນຄວາມພະ ຍາຍາມທີ່ຈະພັດທະນາເສດຖະ ກິດສັງຄົມໃຫ້ບັນລຸບັນດາເປົ້າ ໝາຍສະຫະສະວັດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ