ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ ແຂວງ ຫຼວງພະບາງ ປາຖະກະຖາມູນເຊື້ອ ວັນສ້າງຕັ້ງ ເມືອງ ວຽງໄຊ ຄົບຮອບ 50 ປີ
ເວລາອອກຂ່າວ: 2018-11-27 21:48:01 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຕັ້ງ ປາຖະກະຖາມູນເຊື້ອວັນສ້າງຕັ້ງ ເມືອງວຽງໄຊ ຄົບຮອບ 50 ປີ (30/11/1968-30/11/ 2018) ໃນວັນທີ 20 ພະຈິກ 2018 ນີ້ ໂດຍການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງ ທ່ານ ພົນຈັດຕະວາ ບຸນຊູ ດວງ ຄຳມີ ຄະນະປະຈຳພັກແຂວງ ເລ ຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຫຼວງພະບາງ, ຄະນະພັກ-ຄະນະ ບັນຊາອົງການ 5 ຫ້ອງ. ມີພະ ນັກງານຫຼັກແຫຼ່ງກົມກອງທົ່ວ ທະຫານແຂວງຕະຫຼອດຮອດພະ ນັກງານ-ນັກຮົບເຂົ້າຮ່ວມຮັບ ຟັງຢ່າງພ້ອມພຽງ. ທ່ານ ພົນຈັດຕະວາ ບຸນຊູ ດວງຄຳມີ ໄດ້ກ່າວວ່າ: ການປາ ຖະກະຖາໃນຄັ້ງນີ້ເປັນການຫວນ ຄືນມູນເຊື້ອຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ໃນການ ນຳພາການປະຕິວັດ, ເປັນການ ລະນຶກຈົດຈຳລໍ້າລຶກ ໄຊຊະນະ ອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ກໍຄືຜົນ ງານອັນລໍ້າເລີດ ແລະ ຄຸນງາມ ຄວາມດີອັນໃຫຍ່ຫຼວງຂອງການ ນຳຮຸ່ນກ່ອນ ໂດຍສະເພາະປະ ທານໄກສອນ ພົມວິຫານ ແລະ ຜູ້ ນຳອື່ນໆທີ່ໄດ້ນຳພາ ພາລະກິດປະ ຕິວັດຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງເມືອງວຽງໄຊເປັນຖານທີ່ ໝັ້ນອັນແຂງແກ່ນ ເພື່ອເຮັດສຳ ເລັດໜ້າທີ່ການປະຕິວັດຊາດ ປະ ຊາທິປະໄຕ ນຳເອົາປະເທດຊາດ ກ້າວຂຶ້ນສູ່ສັງກາດໃໝ່. ທັງນີ້ຍັງ ແນໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະ ຊາຊົນບັນດາເຜົ່າ ໂດຍສະເພາະ ແມ່ນຄົນຮຸ່ນໃໝ່ໃຫ້ຮັບຮູ້-ເຂົ້າ ໃຈຢ່າງເລິກເຊິ່ງ ກ່ຽວກັບເສັ້ນ ທາງກ້າວເດີນອັນລະອິດລະອ້ຽວ ຂອງການປະຕິວັດ, ມູນເຊື້ອຕໍ່ສູ້ ອັນມີໄຊ ແລະ ການນຳພາອັນສະ ຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ກໍຄືການຄົ້ນຄວ້າ ຮໍ່າຮຽນເອົາເປັນແບບຢ່າງໃນ ຄຸນສົມບັດສິນທຳປະຕິວັດ ຂອງ ບັນດາທ່ານຜູ້ນຳປະຕິວັດຮຸ່ນ ກ່ອນ. ສິ່ງສຳຄັນເປັນການເສີມ ຂະຫຍາຍມູນເຊື້ອແຫ່ງການຊີ້ ນຳ-ນຳພາຮອບດ້ານຂອງພັກ, ມູນເຊື້ອພິລາດອາດຫານຂອງ ກອງທັບ ແລະ ປະຊາຊົນບັນດາ ເຜົ່າ, ມູນເຊື້ອສາມັກຄີປອງດອງ ຊາດ ແລະ ມູນເຊື້ອດຸໝັ່ນຂະ ຫຍັນພຽນໃນການອອກແຮງ ງານສ້າງສາພັດທະນາຊີວິດການ ເປັນຢູ່ຂອງປວງຊົນລາວເຮົາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດເພື່ອກ້າວຂຶ້ນສູ່ຈຸດໝາຍທີ່ ໄດ້ກຳນົດໄວ້ໃຫ້ໝັ້ນຄົງຕະຫຼອດ ໄປ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ